ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສຳມະນາປະກອບຄໍາເຫັນ ໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI
ຈຳນວນຜູ້ອ່ານ: 104
ອະນຸມັດວັນທີ: 01/07/2024

ພາບ-ຂ່າວ: ແສງຄຳ ຈິດຕະວົງ

     ໃນວັນທີ 28 ມິຖຸນາ 2024 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດກົດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI  ເຊິ່ງມີ 2 ອົງການກ່ຽວຂ້ອງເຂົ້າຮ່ວມຄື: ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ. ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຫົວໜ້າໜ່ວຍງານຄົ້ນຄວ້າປັບປຸງກົດລະບຽບພັກ ແລະ ສະຫາຍ ປອ. ວິສຸກ ພົມພິທັກ ກຳມະການພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າໜ່ວຍງານຄົ້ນຄວ້າປັບປຸງກົດລະບຽບພັກ, ມີບັນດາສະຫາຍຫົວໜ້າກົມ-ຮອງກົມ ແລະ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ຂອງທັງ 2 ພາກສ່ວນເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ປອ. ວິສຸກ ພົມພິທັກ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ເຊິ່ງໃນໄລຍະຜ່ານມາ ພາຍຫຼັງມີນິຕິກກໍາກ່ຽວຂ້ອງການຈັດຕັ້ງປະຕິບັດ ແລະ ການຜັນຂະຫຍາຍເນື້ອໃນກົດລະບຽບພັກ ສະໄໝທີ XI, ບັນດາອົງຄະພັກກະຊວງ-ອົງການ, ແຂວງ, ນະຄອນຫຼວງ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເນື້ອໃນກົດລະບຽບພັກ ສະໄໝທີ XI ໃຫ້ແກ່ບັນດາສະຫາຍກຳມະການຄະນະພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ໃນທົ່ວອົງຄະນະພັກຂອງຕົນ. ຢູ່ຂັ້ນເມືອງ ກໍ່ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ແກ່ບັນດາກຳມະການຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ບັນດາໜ່ວຍພັກບ້ານ ແລະ ໜ່ວຍພັກຫ້ອງການອ້ອມຂ້າງເມືອງ. ໃນບົດສະຫຼຸບຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ແລະ ທິດທາງໃນການປັບປຸງກົດລະບຽບພັກໃນຕໍ່ໜ້າ ເຊິ່ງຄະນະປະທານໄດ້ມີຄຳເຫັນເຈາະຈີ້ມ ເພື່ອໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນໃສ່ເນື້ອໃນບົດສະຫຼຸບ ເພື່ອປະກອບເປັນຂໍ້ມູນໃນການປັບປຸງກົດລະບຽບພັກ ສະໄໝທີ XII.