ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2024
ຈຳນວນຜູ້ອ່ານ: 381
ອະນຸມັດວັນທີ: 30/01/2025

ຂ່າວ: ສ. ສົດໃສ

ພາບ: ບານ + ໜ່ວຍງານໄອທີ

     ໃນວັນທີ 29 ມັງກອນ 2025 ທີ່ສະໂມສອນໃຫຍ່ ຄະນະຈັດຕັ້ງສູນກາງພັກ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2024 ໂດຍພັດປ່ຽນກັນເປັນປະທານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ ພ້ອມດ້ວຍພະນັກງານຂັ້ນຫົວໜ້າພະແນກຂຶ້ນໄປ ພາຍໃນຄະນະຈັດຕັ້ງສູນກາງພັກ ແລະ ການເຂົ້າຮ່ວມຂອງຄະນະຈັດຕັ້ງນະຄອນຫຼວງ, ກົມຈັດຕັ້ງ-ພະນັກງານບັນດາກະຊວງ-ອົງການ ແລະ ຄະນະຈັດຕັ້ງແຂວງ ຜ່ານກອງປະຊຸມທາງໄກ ແບບອອນລາຍນ໌.

     ໃນວາລະກອງປະຊຸມ ສະຫາຍ ສີອຳພອນ ຈັນລາຕີ ຮອງຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບົດສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ກໍ່​ສ້າງ​ພັກ-ພະ​ນັກ​ງານ ແລະ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ປະຈຳປີ 2024 ເຊິ່ງໄດ້ຍົກໃຫ້ເຫັນທັງດ້ານດີ ຜົນສຳເລັດ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 01 ປີຜ່ານມາ ແລະ ວາງທິດທາງ ໜ້າທີ່ຈຸດສຸມຂອງວຽກງານ ໃນປີ 2025 ເຊິ່ງເປັນປີທີ່ສໍາຄັນໃນການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ກະຊວງ-ອົງການ ກ້າວໄປສູ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ-ນະຄອນຫຼວງ ແລະ ກະຊວງ-ອົງການ ໃຫ້ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້ໃນນິຕິກໍາ ແລະ ບັນດາຄໍາແນະນໍາທີ່ກ່ຽວຂ້ອງ, ຮັບປະກັນໃຫ້ແກ່ການກະກຽມບຸກຄະລາກອນ ທີ່ຄົບມາດຖານເງື່ອນໄຂ ເພື່ອຈະກ້າວເຂົ້າສູ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນປີ 2026.

     ຜົນສຳເລັດໃນໄລຍະປີ 2024 ຜ່ານມາ, ຄະນະພັກ ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຕາມ 5 ຫຼັກການ 3 ທິດນຳ ແລະ ໄດ້ເພີ່ມກຳລັງແຮງຂອງພັກ ດ້ວຍການຂະຫຍາຍສະມາຊິກພັກຕາມລະບຽບ, ຂັ້ນຕອນ ທີ່ນິຕິກໍາໄດ້ກໍານົດໄວ້ ແລະ ສ້າງໄດ້ມະຫາຊົນ ທີ່ຄົບມາດຖານ, ເງື່ອນໄຂ ເຂົ້າເປັນສະມາຊິກພັກ, ການຂະຫຍາຍສະມາຊິກພັກ ຢູ່ກະຊວງ-ອົງການ, ພະແນກການອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຫ້ອງການອ້ອມຂ້າງເມືອງ-ນະຄອນ ມີຈໍານວນເພີ່ມຂຶ້ນ, ປະຈຸບັນ ສະມາຊິກພັກ ທົ່ວປະເທດ ມີ 400.000 ກວ່າສະຫາຍ, ຍິງ 100.000 ກວ່າສະຫາຍ ທຽບໃສ່ປີ 2023 ເພີ່ມຂຶ້ນ 3.000 ກວ່າສະຫາຍ, ໃນປີ 2023 ໄດ້ຮັບຜົນການຕີລາຄາແບ່ງປະເພດສະມາຊິກພັກ ຈາກ 36 ກະຊວງ-ອົງການ ແລະ 18 ແຂວງ-ນະຄອນຫຼວງ ໃນນີ້ມີ ປະເພດແຂງ 313,995 ສະຫາຍ, ຍິງ 88,312 ສະຫາຍ, ປະເພດກາງ 25,862 ສະຫາຍ, ຍິງ 5,557 ສະຫາຍ, ປະເພດອ່ອນ 391 ສະຫາຍ, ຍິງ 44 ສະຫາຍ, ປະເພດເສຍທາດ 52 ສະຫາຍ, ຍິງ 03 ສະຫາຍ, ບໍ່ໄດ້ຕີລາຄາແບ່ງປະເພດ 75,484 ສະຫາຍ, ຍິງ 18,613 ສະຫາຍ; ບັນດາໜ່ວຍພັກໄດ້ສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດຕົວຈິງ, ໄດ້ດໍາເນີນການປະເມີນຜົນການກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກໆທ້າຍປີ. ສະ​ເພາະ ໃນປີ 2023 ໄດ້ຮັບສະຖິຕິການປະເມີນໜ່ວຍພັກຈາກ 18 ອົງຄະນະພັກກະຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫຼວງ ໃນນີ້ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 1,039 ໜ່ວຍ; ໜ່ວຍພັກກາງ ມີ 2,657 ໜ່ວຍ, ໜ່ວຍພັກອ່ອນ ມີ 140 ໜ່ວຍ ແລະ ບໍ່ໄດ້ຈັດປະເພດ 2,048 ໜ່ວຍ.

     ໂອກາດດັ່ງກ່າວ, ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ ຄຈສພ, ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ໄດ້ສະຫຼຸບ ສັງລວມການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງທຳອິດຂອງແຂວງ-ນະຄອນຫຼວງ ໃນເບື້ອງຕົ້ນ ເຊິ່ງມີເມືອງທໍາອິດຂອງແຂວງໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນສໍາເລັດໄປແລ້ວເປັນສ່ວນໃຫຍ່ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

     ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງພາກສ່ວນຕົນ ຕິດພັນກັບສະພາບລວມຂອງວຽກງານດັ່ງກ່າວ, ບັນຫາທີ່ຕັ້ງຂຶ້ນ, ບັນດາຂໍ້ແລກປ່ຽນຕ່າງໆ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ທີ່ໄດ້ດຳເນີນຫາກໍສໍາເລັດຜ່ານມາ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ກະຊວງ-ອົງການ.

     ​ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ຮັບຟັງຄຳແນະນຳເພີ່ມເຕີມໃນການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກຂັ້ນເມືອງ ແລະ ຮາກຖານພັກກະຊວງ-ອົງການ ຈາກຕາງໜ້າກົມວິຊາການຂອງຄະນະຈັດຕັ້ງສູນກາງພັກ ແລະ ປະທານກອງປະຊຸມ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນທົ່ວປະເທດ.