ໂດຍ: ສ.ສົດໃສ
ໃນລະຫວ່າງວັນທີ 28-29 ມັງກອນ 2021 ຄະນະກວດກາສູນກາງພັກ ໄດ້ດຳເນີນກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ ປະຈຳ 5 ປີ (2016-2020) ພາຍໃຕ້ການເປັນປະທານຂອງສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງພັກສະໄໝທີ XI, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກສະໄໝທີ XI, ມີບັນດາສະຫາຍຄະນະປະຈຳພັກ, ກະຊວງ-ອົງການ, ແຂວງ, ນະຄອນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ບັນດາປະທານ-ຮອງປະທານຄະນະກວດກາກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານເຂົ້າຮ່ວມທັງໝົດ 400 ກວ່າສະຫາຍ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງປະຈຳປີ 2020 ແລະ 5 ປີ (2016-2020) ແລະ ທິດທາງແຜນການ ປີ 2021 ແລະ 5 ປີ ໃນຕໍ່ໜ້າ ເຊິ່ງສະເໜີໂດຍສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ.
ເຊິ່ງໃນໄລຍະ 5 ປີຜ່ານມາ ຄະນະພັກ, ອົງການປົກຄອງຄະນະກວດກາພັກ-ອົງການກວດກາລັດຖະບານ ແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍໄດ້ສືບຕໍ່ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ເປັນນິຕິກຳຈຳນວນໜຶ່ງເປັນຕົ້ນ: ອອກຂໍ້ກຳນົດວ່າດ້ວຍລະບຽບການຄົ້ນຄວ້າພິຈາລະນາຄຳຮ້ອງຟ້ອງ, ຮ້ອງທຸກ-ຄຳສະເໜີ; ຂໍ້ກຳນົດວ່າດ້ວຍລະບຽບການຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອຳນາດລັດ; ຮ່າງບົດບັນທຶກການພົວພັນລະຫວ່າງອົງການກວດກາລັດຖະບານ ກັບກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸດຕິທຳ ໃນການດຳເນີນຄະດີສໍ້ລາດບັງຫຼວງ; ຮ່າງກຳນົດວ່າດ້ວຍລະບຽບໃຫ້ສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມຕິດຕາມ, ກວດກາການປະຕິບັດໜ້າທີ່ ແລະ ການດຳລົງຊີວິດຂອງສະມາຊິກພັກ-ພະນັກງານ ມະຕິວ່າດ້ວຍການແກ້ໄຂພະຍາອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງຄະນະບໍລິຫານງານສູນກາງພັກ ແລະ ອື່ນໆ.
ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງລາຍງານລົງເລິກກ່ຽວກັບວຽກງານຕິດຕາມ-ກວດກາພັກ, ວຽກງານການຕິດຕາມຜົນຂອງການກວດສອບ, ວຽກງານຕ້ານການສະກັດກັ້ນການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ, ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ວຽກງານຕິດຕາມ-ກວດກາການປະຕິບັດຜົນຂອງການກວດສອບ ຈາກບັນດາກົມທີ່ກ່ຽວຂ້ອງ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມ.
ຕອນທ້າຍກອງປະຊຸມ ສະຫາຍ ປອ. ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເພື່ອເປັນການໃຫ້ທິດຊີ້ນໍາໃນການສືບຕໍ່ເສີມຂະຫຍາຍດ້ານຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນຊຸມປີຜ່ານມາ ເຊິ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດໃນແຕ່ ລະຂັ້ນ ໂດຍໃຫ້ສຸມໃສ່ຕິດຕາມ-ກວດກາປະຕິບັດພາລະບົດບາດ, ໜ້າທີ່, ການໃຊ້ສິດອຳນາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ການເກັບລາຍຮັບເຂົ້າງົບປະມານ, ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານ ແລະ ອື່ນໆ ໂດຍນຳເອົາເນື້ອໃນຈິດໃຈອັນສຳຄັນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ດີ ແລະ ມີປະສິດທິຜົນບັນລຸຕາມຄາດໝາຍທີ່ວາງໄວ້.