ໂດຍ: ສ.ສາທາ
ວັນທີ 26 ພຶດສະພາ 2023 ທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ວິທະຍາເຂດດົງໂພສີ), ກະຊວງສາທາລະນະສຸກ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມເອກະສານວັນສໍາຄັນຂອງພັກ ຂອງຊາດ ຈໍານວນ 02 ເອກະສານຄື: ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ 18 ພຶດສະພາ 1958 ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ 24 ພຶດສະພາ 1960 ໂດຍການເປັນປະທານຂອງສະຫາຍ ດຣ. ໄພວັນ ແກ້ວປະເສີດ ກຳມະການປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ໃຫ້ກຽດເຜີຍແຜ່ເອກະສານໂດຍສະຫາຍ ພົຈວ ບົວຫອມ ແສງບົວລົມ ຮອງເລຂາຄະນະພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ວິລະຊົນແຫ່ງຊາດ, ມີຄະນະປະຈໍາພັກກະຊວງ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ; ຄະນະບໍລິຫານງານຂອງ 3 ອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງ (ຄົບຊຸດ); ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ທຽບເທົ່າ, ຫົວໜ້າພະແນກ (ຕໍາແໜ່ງບໍລິຫານປະເພດ 4) ລວມທັງຢູ່ ມວສ ທີ່ບໍ່ແມ່ນຄະນະພັກກະຊວງ ຫຼື ຄະນະໜ່ວຍພັກ ເຊິ່ງມີຜູ້ເຂົ້່າຮ່ວມທັງໝົດ 315 ຄົນ, ຍິງ 198 ຄົນ.
ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກະຊວງສາທາລະນະສຸກ ຮັບຮູ້ເຖິງມູນເຊື້້ອ ແລະ ໄຊຊະນະອັນຍິງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາ ໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງບັນດາທ່ານຜູ້ນໍາ ແລະ ນັກຮົບປະຕິວັດທີ່ອຸທິດເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດ ເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ.