ພາບ: ບານ; ຂ່າວໂດຍ: ສ. ສົດໃສ
ໃນວັນທີ 5 ກັນຍາ 2023 ຫ້ອງການ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຈັດຊຸດຝຶກອົບຮົມ ການນຳໃຊ້ໂປຣແກຣຄຸ້ມຄອງຂໍ້ມູນສະມາຊິກພັກໃຫ້ພະນັກງານຂອງກະຊວງ-ອົງການ ໂດຍການເປັນປະທານຂອງສະຫາຍ ພູຂົງ ພິລາເພັດ ກຳມະການຄະນະພັກ, ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ, ມີວິທະຍາກອນຈາກພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ທີ່ຂຶ້ນກັບຫ້ອງການ ຄຈສພ, ມີສຳມະນາກອນທີ່ມາຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງແນວລາວສ້າງຊາດ ແລະ ສູນກາງຊາວໜຸ່ມ ຈຳນວນ 13 ທ່ານ, ຍິງ 3 ທ່ານ.
ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດໂຄງການ 1 ໃນ 8 ແຜນງານ 47 ໂຄງການ ທີ່ໄດ້ກໍານົດຢູ່ໃນແຜນດໍາເນີນງານຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງໂປຣແກຣມຄຸ້ມຄອງຂໍ້ມູນສະມາຊິກພັກ; ເປັນການຫັນການຄຸ້ມຄອງຊີວະປະຫວັດສະມາຊິກພັກ ເຂົ້າສູ່ໂປຣແກຣມ ເປັນການຮັກສາຂໍ້ມູນໄວ້ຍາວນານ, ຮັບປະກັນຄວາມປອດໄພ, ສະດວກໃນການຕິດຕາມ, ຄຸ້ມຄອງນໍາໃຊ້ບັນດາສະຖິຕິພັກ ແລະ ສະຖິຕິການຈັດຕັ້ງຮາກຖານພັກປະຈຳວັນ ຂອງແຕ່ລະກະຊວງ ແລະ ທັງເປັນການແນະນໍາການນໍາໃຊ້ໂປຣແກຣມໃຫ້ນັກສຳມະນາກອນ ໄດ້ຮັບຮູ້, ເຂົ້າໃຈ ຂະບວນການເຮັດວຽກຂອງລະບົບໂປຣແກຣມເປັນຕົ້ນແມ່ນ: ສ້າງໂຄງຮ່າງການຈັດຕັ້ງ, ການຕັ້ງຄ່າການເພີ່ມໜ່ວຍພັກເຂົ້າໂປຣແກຣມ, ການດັດແປງຂໍ້ມູນ, ການຍົກຍ້າຍ ແລະ ວິທີພິມລາຍງານບັນຊີສະຖິຕິພັກຂອງກະຊວງ ແລະ ຕາມຮ່າງສະຖິຕິ 01, 02 ແລະ 03 ຂອງຄະນະຈັດຕັ້ງສູນກາງພັກໄດ້ອອກແຈ້ງການ.
ການຝືກອົບຮົມໂປຣແກຣມຄຸ້ມຄອງຂໍ້ມູນສະມາຊິກພັກ ຈະແບ່ງອອກເປັນທັງໝົດ 05 ຊຸດ, ລວມສຳມະນາກອນທັງໝົດທີ່ຈະເຂົ້າຮ່ວມ ຈຳນວນ 72 ສະຫາຍ, ແຕ່ລະຊຸດໃຊ້ເວລາ 03 ວັນ, ເລີ່ມແຕ່ວັນທີ 05 ກັນຍາ - 05 ຕຸລາ 2023, ປະກອບມີ 2 ວິຊາຄື: 1. ທິດສະດີສາຍໄຍການຈັດຕັ້ງຮາກຖານພັກ ເຂົ້າໂປຣແກຣມ ແລະ 2. ວິທີປ້ອນສາຍໄຍການຈັດຕັ້ງຮາກຖານພັກເຂົ້າໂປຣແກຣມ.
ໃນໂອກາດດັ່ງກ່າວ ສະຫາຍ ພູຂົງ ພິລາເພັດ ໄດ້ຮຽກຮ້ອງມາຍັງສຳມະນາກອນ ແລະ ຄະນະຮັບຜິດຊອບກ່ຽວຂ້ອງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍໃນຊຸດຝຶກອົບຮົມຄັ້ງນີ້ ໂດຍສະເພາະແມ່ນສຳມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ຮັບຟັງການນຳສະເໜີບົດຮຽນຂອງຄູຝຶກ, ຄົ້ນຄວ້າ ແລະ ໃສ່ໃຈການບັນຍາຍຂອງວິທະຍາກອນ, ນຳເອົາປະສົບການວຽກງານຕົວຈິງທີ່ຜ່ານມາສົມທຽບກັບທິດສະດີ, ມີບັນຫາໃດບໍ່ຈະແຈ້ງ ຍັງບໍ່ທັນເຂົ້າໃຈເລິກເຊິ່ງ ຕ້ອງກ້າຕັ້ງຄຳຖາມແລກປ່ຽນນຳຄູຝຶກ ແລະ ສຳມະນາກອນດ້ວຍກັນ ຢ່າງສ້າງສັນ-ກົງໄປກົງມາ ເພື່ອຄວາມເຂົ້າໃຈ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ບັນລຸຜົນ…ຯ