ໂດຍ: ນ. ຄຳສະຫວັນ ພົມມະວົງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ໄດ້ໄຂຂຶ້ນແລະອັດລົງໃນລະຫວ່າງວັນທີ 24-25 ພະຈິກ 2020 ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ມີຜູ້ແທນສົມບູນເຂົ້າຮ່ວມ 363 ສະຫາຍ, ຍິງ 103 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງສຶກສາທິການ ແລະ ກິລາ 2.680 ສະຫາຍ, ຍິງ 1.165 ສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຄື: ພາກທີ I ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ 2016-2020 ແລະ ພາກທີ II ທິດທາງລວມ ແລະ ໜ້າທີ່ຕົ້ນຕໍຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາໃນໄລຍະ 5 ປີ (2021-2025) ສະເໜີໂດຍ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຕີລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຕີລາຄາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ພ້ອມທັງບົດຮຽນທີ່ຖອດຖອນໄດ້ຈາກການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ. ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ 2021-2025 ເຊິ່ງມີເນື້ອໃນຕົ້ນຕໍ: ການນໍາພາວຽກງານການເມືອງແນວຄິດ, ວຽກງານກົງຈັກການຈັດຕັ້ງພະນັກງານ ແລະ ປັບປຸງກໍ່ສ້າງພັກ, ວຽກງານວິຊາສະເພາະ, ວຽກງານຕິດຕາມກວດກາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານອົງການຈັດຕັ້ງມະຫາຊົນ, ແລະ ວຽກງານພົວພັນຕ່າງປະເທດ ແລະ ໄດ້ກໍານົດ 8 ເປົ້າໝາຍສູ້ຊົນ.
ກອງປະຊຸມໄດ້ຮັບຟັງລາຍງານ ແລະ ການປະກອບຄຳເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ທັງໝົດລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ແຜນພັດທະນາການສຶກສາ ແລະ ກິລາ, ທິດທາງ, ແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຄັ້ງທີ VIII ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງຂະແໜງການຂອງຕົນ ເຊິ່ງໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຊຸດໃໝ່ 21 ສະຫາຍ, ຍິງ 6 ສະຫາຍ, ກອງປະຊຸມຄັ້ງປະຖົມມະເລີກ ໄດ້ເລືອກຕັ້ງເອົາຄະນະປະຈຳ 7 ສະຫາຍ ຍິງ 3 ສະຫາຍ ແລະ ເປັນເອກະສັນກັນເລືອກເອົາ ສະຫາຍ ຮສ. ປອ. ພຸດ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນຮອງເລຂາຄະນະພັກ, ສະຫາຍ ປອ. ສຳລານ ພັນຄະວົງ ເປັນປະທານກວດກາ, ສະຫາຍ ບຸນມີ ຈັນທະອຸດົມ, ສະຫາຍ ຮສ. ປອ. ຮຸ່ງເພັດ ຈັນທະວົງ ແລະ ສະຫາຍ ອິນທະວົງ ມະນີທອງ ເປັນຮອງປະທານຄະນະກວດກາ. ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 11 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານຄູອາຈານ ແລະ ນັກຮຽນ, ນັກສຶກສາ ປະຕິບັດໜ້າທີ່ການເມືອງຂອງຕົນໄດ້ຮັບຜົນສຳເລັດ; ສະຫາຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ບຸກໜ້າບືນຕົວຫຼາຍກວ່າເກົ່າ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຜົນສຳເລັດດ້ານດີທີ່ຕັ້ງໜ້າ, ແກ້ໄຂຂອດທີ່ຍັງຄົງຄ້າງ, ອັນສຳຄັນ ຕ້ອງໄດ້ພັດທະນາສູ່ອັນໃຫມ່ໃຫ້ທັນກັບການປ່ຽນແປງທີ່ກ້າວໜ້າຂອງຍຸກສະໄໝ, ຕ້ອງມີຄວາມຕັດສິນໃຈສູງ ບຸກບືນ ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງກອງປະຊຸມໃຫຍ່, ອັນສໍາຄັນແມ່ນຕ້ອງມີຄວາມສາມັັກຄີເປັນເອກະພາບ, ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕຂອງພັກ; ສະຫາຍໄດ້ສະເໜີ ແລະ ຍັງຮຽກຮ້ອງໃຫ້ບັນດາສະຫາຍອາດີດຄະນະພັກທີ່ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວຕ້ອງໄດ້ຊ່ວຍເຫຼືອກໍ່ສ້າງ ແລະ ມີຄຳຄິດເຫັນແນະນຳດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ ໃຫ້ແກ່ຄະນະພັກຊຸດໃໝ່ເຮັດສຳເລັດໜ້າທີ່.
ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ ພ້ອມດ້ວຍສະມາຊິກພັກ ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາ ຈົ່ງໄດ້ເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ ໃຫ້ມີຜົນສຳເລັດຕາມຄາດໝາຍສູ້ຊົນທີ່ກອງປະຊຸມໄດ້ວາງໄວ້.