ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຂອງແຂວງຫົວພັນ
ຈຳນວນຜູ້ອ່ານ: 63
ອະນຸມັດວັນທີ: 30/06/2023

ບົດຂ່າວ ແລະ ຖ່າຍພາບ: ຈິດວິຊານ ວາງຊຶຊາງວ່າງ

    ວັນທີ 28 ມິຖຸນາ 2023 ທີ່ສໍານັກງານປົກຄອງແຂວງຫົວພັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກອ້ອມຂ້າງແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຄະນະພັກຮາກຖານ ແລະ ໜ່ວຍພັກເອກະລາດອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 75 ສະຫາຍ, ຍິງ 13 ສະຫາຍ.

     ໃນພິທີ, ໄດ້ຜ່ານບົດສະຫຼຸບກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ເພື່ອເປັນການຕີລາຄາຜົນການປະເມີນບັນດາໜ່ວຍພັກໃນທົ່ວແຂວງຫົວພັນ ແລະ ເປັນການຢັ້ງຢືນເຖິງຜົນງານຂອງບັນດາໜ່ວຍພັກ ໄລຍະ 1 ປີຜ່ານມາ, ຊຶ່ງໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ.  ໄລຍະຜ່ານມາບັນດາໜ່ວຍພັກ, ຮາກຖານພັກໄດ້ເປັນເຈົ້າການໃນການສ້າງແຜນການສູ້ຊົນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍອີງໃສ່ສະພາບຄວາມເປັນຈິງພາຍໃນໜ່ວຍຂອງຕົນ ໄປພ້ອມກັບການຜັນຂະຫຍາຍແຜນການດັ່ງກ່າວໃຫ້ເປັນແຜນການອັນລະອຽດຂອງໜ່ວຍພັກ ປະຈຳເດືອນ ແລະ ໄຕມາດ ນຳເອົາແຜນການໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃນຂົງເຂດທີ່ຕົນຮັບຜິດຊອບຢ່າງມີຜົນສໍາລັດ. ປະຈຸບັນທົ່ວອົງຄະນະພັກແຂວງຫົວພັນມີການຈັດຕັ້ງຮາກຖານພັກທັງໝົດ 1,396 ຮາກຖານພັກ;  ໃນນັ້ນມີ 154 ຄະນະພັກຮາກຖານ, ມີຄະນະພັກສໍານັກງານ-ອົງການ 63 ຮາກຖານພັກ ແລະ ມີ 93 ຄະນະພັກຮາກຖານຊີ້ນໍາຫຼາຍບ້ານ, ມີໜ່ວຍພັກທັງໝົດ 1,149 ໜ່ວຍພັກ, ມີສະມາຊິກພັກທັງໝົດ 20,660 ສະຫາຍ, ຍິງ 4,971 ສະຫາຍ.  ໄດ້ສ້າງແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທັງໝົດ 1,140 ໜ່ວຍພັກ ຜ່ານການກໍ່ສ້າງປະເມີນຕົວຈິງ ສາມາດນໍາສະເໜີຫາຄະນະຮັບຜິດຊອບຂັ້ນແຂວງພິຈາລະນາ 851 ໜ່ວຍພັກ ແລະ ຄົ້ນຄວ້າຮັບຮອງໄດ້ຈໍານວນ 845 ໜ່ວຍພັກ ເທົ່າກັບ 74.12 %, ຖ້າທຽບກັບປີ 2021 ເພີ່ມຂຶ້ນຈໍານວນ 103 ໜ່ວຍພັກ ເຊິ່ງເປັນຜົນງານໃນການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕະຫຼອດຮອດສະມາຊິກພັກທຸກສະຫາຍທີ່ໄດ້ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຂອງພັກ ຖືເອົາ 5 ຫຼັກການ 3 ທິດນໍາເປັນພື້ນຖານເຂົ້າໃນການປະຕິບັດໜ້າທີ່ວຽກງານ.

     ຜົນສໍາເລັດທີ່ຄະນະພັກຮາກຖານ ແລະ ໜ່ວຍພັກແຕ່ລະຂັ້ນຍາດມາໄດ້ນັ້ນ ສະແດງໃຫ້ເຫັນເຖິງຜົນງານການນໍາພາ-ຊີ້ນຳຂອງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ເວົ້າລວມ, ເວົ້າສະເພາະ ຄວາມບຸກບືນສູ້ຊົນ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມມີນໍ້າໃຈເສຍສະຫຼະ ໃນເງື່ອນໄຂທີ່ປະເທດເຮົາປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານການເມືອງ, ເສດຖະກິດ-ສັງຄົມ.  ຄຽງຄູ່ກັບຜົນສໍາເລັດ ການຈັດຕັ້ງວຽກງານກໍ່ສ້າງພັກຍັງມີດ້ານດ້ານບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງຜັນຂະຫຍາຍວຽກງານພັກຢ່າງທົ່ວເຖິງ ເປັນຕົ້ນແມ່ນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຍັງບໍ່ທັນຮັບປະກັນຄຸນນະພາບ, ປະຈຸບັນນີ້ ຈໍານວນການຈັດຕັ້ງພັກ, ສະມາຊິກພັກແມ່ນເພີີ່ມຂຶ້ນຫຼາຍ ແຕ່ຄຸນນະພາບຍັງບໍ່ທັນສູງ, ສະມາຊິກພັກຈໍານວນບໍ່ໜ້ອຍຍັງຂາດຄວາມເປັນແບບຢ່າງນໍາໜ້າມະຫາຊົນ, ຈຶ່ງເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ ທີ່ເປັນຫົວຈັກຫຼັກແຫຼ່ງຢູ່ຂະແໜງການ ແລະ ທ້ອງຖິ່ນ, ຊຶ່ງເປັນສາເຫດໃຫ້ມີຫາງສຽງສັງຄົມ ແລະ ຂາດຄວາມເຊື່ອໝັ້ນຕໍ່ການປະຕິບັດວຽກງານຂອງພະນັກງານ.

     ໃນຕອນທ້າຍພິທີ ສະຫາຍ ນ. ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມທາງແນວຄິດ-ການເມືອງ ໂດຍນໍາເອົາບັນດາມະຕິຂອງສູນກາງພັກ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ມາຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍ ໃຫ້ສະມາຊິກພັກ-ພະນັກງານເປັນປົກກະຕິຕໍ່ເນື່ອງ, ຮຽກຮ້ອງມາຍັງຄະນະພັກ ກໍຄືສະມາຊິກພັກທຸກສະຫາຍຕ້ອງເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນ, ເປັນເອກະພາບຈິດໜຶ່ງໃຈດຽວ ພ້ອມກັນເຮັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງຢູ່ພາຍໃນໃຫ້ໝົດໄປ ແລະ ພ້ອມກັນຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.