ຂ່າວ: ອານຸລັກ, ພາບ: ແສງຄໍາ
ໃນວັນທີ 11 ທັນວາ 2023, ທີ່ຫ້ອງປະຊຸມສະຖາບັນການທະນາຄານ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຈໍານວນໜື່ງ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄະນະປະຈໍາພັກ-ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະກົມ-ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຟັງການປະຖາກະຖາມູນເຊື້ອ 48 ປີ ແຫ່ງການພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ເອກະສານ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ເອກະສານ ລະນຶກວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ເອກະສານ ມູນເຊື້ອກອງທັບປະຊາຊົນລາວ 75 ປີ ໃຕ້ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວກັບ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 258/ຄກສພ, ລົງວັນທີ 15 ກັນຍາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ບົດແນະນໍາຂອງຫ້ອງວ່າການສູນກາງພັກ ກ່ຽວກັບການກະກຽມຮ່າງລາຍງານການ ເມືອງຂອງອົງຄະນະພັກແຕ່ລະຂັ້ນ ເລກທີ 05/ຫສພ ລົງວັນທີ 31 ຕຸລາ 2023; ຄໍາແນະນໍາ ຂອງຄະນະໂຄສະນາອົບ ຮົມສູນກາງພັກກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເລກທີ 254/ຄອສພ ລົງວັນທີ 06 ພະຈິກ 2023 ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ນາງ ໂພທິຈັນ ທໍາມະເທວາ ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ; ທະນາຄານແຫ່ງ ສປປ ລາວ.
ຕອນບ່າຍ ໄດ້ສືບຕໍ່ເຜີຍແຜ່ເຊື່ອມຊຶມເອກະສານ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ໃຫ້ກຽດເຜີຍແຜ່ເອກະສານໂດຍສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ນອກຈາກການເຜີຍແຜ່-ເຊື່ອມຊຶມບັນດານິຕິກໍາກ່ຽວຂ້ອງຂອງຂັ້ນເທິງແລ້ວ ບັນດາສະຫາຍທີ່ເຂົ້າຮ່ວມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ກັບຮ່າງແຈ້ງການແນະນໍາຂອງຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກອ້ອມຂ້າງອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ເພື່ອເຮັດໃຫ້ເນື້ອໃນມີຄວາມເລິກເຊິ່ງ ແລະ ທັງຮັບປະກັບການປະຕິບັດຕົວຈິງໃຫ້ ມີຄວາມຄ່ອງແຄ້ວ ແລະ ເປັນເອກະພາບກັນ.
ຕອນທ້າຍກອງປະຊຸມ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາຄະນະພັກ-ຄະນະນໍາທຸກຂັ້ນທີ່ຂຶ້ນກັບອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ຈົ່ງສືບຕໍ່ເປັນເຈົ້າການຄົ້ນຄວ້າກໍາແໜ້ນ ແລະ ເປັນເອກະພາບສູງຕໍ່ກັບບັນດາເນື້ອໃນເອກະສານສໍາຄັນທັງໝົດລວມທັງເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ບົນພື້ນຖານຄວາມຮັບຮູ້ຢ່າງເລິກເຊິ່ງ, ເປັນເຈົ້າການນໍາພາຜັນຂະຫຍາຍເປັນແຜນການເຄື່ອນໄຫວວຽກງານ ຂອງຂະແໜງທະນາຄານ ກໍຄືຂອງແຕ່ລະຮາກຖານພັກ-ກົມກອງໃຜລາວຢ່າງລະອຽດ ສູ້ຊົນນໍາພາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ທັນຕາມກໍານົດເວລາ.