ໂດຍ: ແສງຄຳ
ໃນວັນທີ 21 ມີນາ 2024 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີສະຫາຍ ພອນສະຫວັນ ໄຊຊະນະ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍກໍາມະການປະຈໍາພັກ, ກໍາມະການຄະນະບໍລິຫານງານພັກກະຊວງ ຜທ, ບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ຈຳນວນທັງໝົດ 203 ສະຫາຍ, ຍິງ 66 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມໄດ້ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 01 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ເພື່ອພ້ອມກັນປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງໜ້າທີ່ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປີ 2024, ທິດທາງວຽກງານດັ່ງກ່າວ ກໍ່ຄືບັນດາຄາດໝາຍທີ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ວາງອອກ. ໃນໄລຍະ 1 ປີຜ່ານມາອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ, ສຸມໃສ່ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງທົ່ວກະຊວງ ຜທ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນເປັນກ້າວໆມາ ສະແດງອອກໃນແຕ່ລະດ້ານຄື: ຄະນະພັກແຕ່ລະຂັ້ນ ໄດ້ຖືເອົາການນຳພາກໍ່ສ້າງພັກທາງດ້ານການເມືອງ-ແນວຄິດເປັນວຽກງານແຖວໜ້າທີ່ສຳຄັນ ໃນການນຳພາຂອງຕົນ ເປັນຕົ້ນແມ່ນໄດ້ມີຄວາມພະຍາຍາມໃນການສ້າງເງື່ອນໄຂໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບການປັບປຸງ, ຍົກລະດັບທິດສະດີມາກ-ເລນິນ, ແນວທາງການເມືອງຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ນັບມື້ນັບສູງຂຶ້ນ; ໄດ້ມີຫຼາຍໜ່ວຍພັກໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໜ່ວຍພັກທີ່ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີທັງໝົດ 15 ໜ່ວຍພັກ, ມີສະມາຊິກພັກທີ່ໄດ້ປະເມີນຕົວຈິງຈຳນວນ 330 ສະຫາຍ, ຍິງ 126 ສະຫາຍ ສາມາດຈັດປະເພດແຂງ ຈຳນວນ 319 ສະຫາຍ, ຍິງ 120 ສະຫາຍ; ສະມາຊິກພັກກາງ ຈຳນວນ 11 ສະຫາຍ, ຍິງ 5 ສະຫາຍ; ໄດ້ມີການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ປະທານກວດກາໜ່ວຍພັກ ແລະ ຮອງປະທານກວດກາໜ່ວຍພັກ ຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ; ໄດ້ອອກມະຕິຕົກລົງໃຫ້ມະຫາຊົນກ້າວໜ້າ ຮຽນກົດລະບຽບພັກຈໍານວນ 29 ສະຫາຍ, ຍິງ 11 ສະຫາຍ, ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ 22 ສະຫາຍ, ຍິງ 6 ສະຫາຍ; ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ 34 ສະຫາຍ, ຍິງ 13 ສະຫາຍ; ຈຳນວນສະມາຊິກພັກເພີ່ມຂຶ້ນ, ຄຸນນະພາບກໍ່ນັບມື້ໄດ້ຮັບການປັບປຸງຕາມທິດທີ່ໄດ້ກໍານົດໄວ້; ດ້ານແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະນໍາແຕ່ລະກົມ, ສູນ, ຫ້ອງການ, ແລະ ສະຖາບັນທົ່ວກະຊວງ ໄດ້ຮັບການປັບປຸງດີຂຶ້ນ ສິ່ງສໍາຄັນແມ່ນໄດ້ເຄົາລົບ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ສາມາດຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນພັກ ເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງກະຊວງ ຜທ ມີຜົນສໍາເລັດໃນຫຼາຍດ້ານ ແລະ ເຫັນວ່າມີການປ່ຽນແປງໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າກວ່າເກົ່າ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງສະຫາຍໄດ້ເນັ້ນບາງບັນຫາຄື: ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງແຜນການ ແລະ ການລົງທຶນແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການຈັດຕັ້ງ-ບຸກຄະລາກອນ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່; ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງ ແລະ ຄຳແນະນຳຂອງສູນກາງພັກ ກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອກະກຽມບຸກຄະລາກອນເຂົ້າໃນຄະນະພັກຂັ້ນຕ່າງໆ; ການປະຕິບັດແຜນກຳນົດພະນັກງານໃຫ້ລະອຽດຈະແຈ້ງ ເພື່ອສ້າງພະນັກງານສືບທອດ-ປ່ຽນແທນ, ເພດ, ເຜົ່າ ໃຫ້ທົ່ວເຖິງ ແລະ ເອົາໃຈໃສ່ປັບປຸງບູລະນະມາດຕະຖານພະນັກງານນຳພາ-ຄຸ້ມຄອງແຕ່ລະປະເພດໃຫ້ລະອຽດ ເພື່ອຕອບສະໜອງການເລັ່ງທວງຂອງສະພາບການໃນໄລຍະໃໝ່ຢ່າງຕັ້ງໜ້າ...ຯ