ໂດຍ: ສົມໄຊ ຫຼ້າດວງມະນີ
ໃນລະຫວ່າງວັນທີ 18-20 ມີນາ 2024 ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ແຂວງຊຽງຂວາງ ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຈາກສະຫາຍເລຂາພັກແຂວງ ແລະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ກໍ່ຄືວຽກງານຈັດຕັ້ງ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຈາກສະຫາຍ ສູນທອນ ພັນມີໄຊ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ ເຊິ່ງໃນປີ 2024 ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ເຊື່ອມຊຶມບັນດານິຕິກໍາຂອງພັກ-ລັດຖະບານ, ອົງການຕຸລາການ ແລະ ອົງການນິຕິບັນຍັດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ. ໃນປີ 2023 ທົ່ວອົງຄະນະພັກແຂວງ ມີ 89 ຄະນະພັກຮາກຖານ, ມີ 1.077 ໜ່ວຍພັກ, ມີສະມາຊິກພັກທັງໝົດ 19,668 ສະຫາຍ, ຍິງ 6,054 ສະຫາຍ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີ 876 ໜ່ວຍ, ໜ່ວຍພັກແຂງມີ 913 ໜ່ວຍ, ໜ່ວຍພັກກາງມີ 104 ໜ່ວຍ ກວມ 9,65%; ບໍ່ໄດ້ຈັດປະເພດ 60 ໜ່ວຍ; ໃນນີ້ມີສະມາຊິກພັກແຂງ 16,827 ສະຫາຍ, ຍິງ 5,377 ສະຫາຍ, , ກາງ 1,314 ສະຫາຍ, ຍິງ 332 ສະຫາຍ, ອ່ອນ 8 ສະຫາຍ, ເສຍທາດ 1 ສະຫາຍ, ຍິງ 1 ສະຫາຍ
ໃນໂອກາດເຄື່ອນໄຫວເຮັດວຽກຄັ້ງນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະປະຈໍາພັກແຂວງ, ການນຳຫຼັກແຫຼ່ງຂອງເມືອງຄຳ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງແຂວງ, ຄະນະພັກ-ອົງການປົກຄອງເມືອງຄໍາ, ສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືການພັດທະນາແຂວງຂອງຕົນໃຫ້ນັບມື້ມີບາດກ້າວຂະຫຍາຍຕົວສູ່ໂສມໜ້າໃໝ່; ພ້ອມນີ້ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະພັກ, ຄະນະຈັດຕັ້ງແຂວງ, ຄະນະຈັດຕັ້ງເມືອງ, ສະມາຊິກພັກ-ພະນັກງານ ຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໂດຍສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ ສ້າງພະນັກງານໃຫ້ມີຄວາມຊື່ສັດບໍລິສຸດ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ແບບແຜນການດຳລົງຊີວິດໃຫ້ສອດຄ່ອງ, ສ້າງຄວາມມີລະບຽບວິໄນ, ຈຸດໃດທີ່ຍັງອ່ອນ ແລະ ຄົງຄ້າງຕ້ອງໄປແກ້ໄຂຢ່າງເດັດດ່ຽວ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງແຂວງ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕີຖອຍການສ້າງກະແສຄວາມແຕກແຍກຄວາມສາມັກຄີພາຍໃນສັງຄົມ, ຍົກສູງຄຸນນະພາບການສຶກສາ, ສາທາລະນະສຸກ, ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ກ້າວໄປສູ່ຄວາມຢູ່ດີກິນດີ ແລະ ມີຄວາມຜາສຸກ. ບັນດາທ່ານທີ່ຮັບຜິດຊອບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທຸກຂັ້ນ ຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດໜ້າທີ່ ເປັນຕົ້ນແມ່ນຕ້ອງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ, ຕ້ອງເປັນຜູ້ທີ່ມີຄວາມອົດທົນ, ດຸໝັ່ນຄົ້ນຄວ້າບັນດານິຕິກຳຕ່າງໆ ໂດຍສະເພາະກຳແໜ້ນນິຕິກຳໃນວຽກງານກໍ່ສ້າງພັກ ເປັນຕົ້ນມະຕິ, ຄຳສັ່ງ, ຄຳແນະນຳ, ແຈ້ງການຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຜັນຂະຫຍາຍອອກເປັນນິຕິກຳຂອງແຂວງ, ຂອງເມືອງ ຕາມຄວາມເໝາະສົມ; ຕ້ອງກຳປະຫວັດຕົ້ນກຳເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບສິດຄຸ້ມຄອງຂອງແຂວງ, ຂອງເມືອງເປັນແຕ່ລະໄລຍະ, ຕ້ອງເອົາໃຈໃສ່ປະຕິບັດລະບອບຊຸກຍູ້, ຕິດຕາມກວດກາການປະຕິບັດສິດ, ໜ້າທີ່ຂອງຄະນະພັກ, ສະມາຊິກພັກ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງເພື່ອຕິດຕາມກວດກາໃຫ້ເປັນປົກກະຕິ.
ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງຄັ້ງນີ້, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ຍັງໄດ້ຮັບຟັງການລາຍງານການຊີ້ນໍາ-ນໍາພາຮອບດ້ານ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກບ້ານໃຫຍ່ນາຍອງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດຫັດຖະກໍາບ້ານຊຽງກ່ຽວ, ຢ້ຽມຢາມຫັດຖະກໍາຕໍ່າຫູກ-ທໍໄໝ່, ແຜ່ນແພ, ຢ້ຽມຢາມຄອບຄົວປູກພຶດລະດູແລ້ງຂອງປະຊາຊົນບ້ານໃຫຍ່ນາຍອງ ເມືອງ ຄໍາ ແຂວງຊຽງຂວາງ ແລະ ຢ້ຽມຢາມຮາກຖານຫົວໜ່ວຍທຸລະກິດຈຳນວນໜຶ່ງຕື່ມອີີກ...ຯ