ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫ້ອງວ່າການສຳນັກງານປະທານປະເທດ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023
ຈຳນວນຜູ້ອ່ານ: 143
ອະນຸມັດວັນທີ: 29/03/2024

ຂ່າວ: ອານຸລັກ

ພາບ: ແສງຄຳ

        ໃນວັນທີ 21 ມີນາ 2024 ທີ່ຫ້ອງວ່າການສຳນັກງານປະທານປະເທດ ໄດ້ດໍາເນີນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໂດຍໃຫ້ກຽດເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການສຳນັກງານປະທານປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນກອງປະຊຸມ ສະຫາຍ ນາງ ຈັນທະໜອມ ໄຊວິສິດ ຮອງຫົວໜ້າກົມຈັດຕັ້ງ ແລະ ກວດກາ ໄດ້ຂຶ້ນສະເໜີບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງໃນໄລຍະ 01 ປີຜ່ານມາຄະນະພັກຫ້ອງວ່າການສໍານັກງານປະທານປະເທດ ໄດ້ເປັນເຈົ້ານໍາພາ ແລະ ສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ສະມາຊິກພັກ, ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍການເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ ຈັດປະຖະກະຖາເອກະສານສໍາຄັນຕ່າງໆເນື່ອງໃນໂອກາດຄົບຮອບວັນສ້າງຕັ້ງພັກ-ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ຄັ້ງ 15 ເອກະສານ, ໄດ້ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ 7 ສະຫາຍ, ຍິງ 4 ສະຫາຍ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 7 ສະຫາຍ, ຍິງ 2 ສະຫາຍ, ຮຽນກົດລະບຽບພັກໃຫ້ມະຫາຊົນກ້າວໜ້າ 5 ສະຫາຍ, ຍິງ 1 ສະຫາຍ.

        ວຽກງານພະນັກງານ ຄະນະພັກ-ຄະນະນໍາ ໄດ້ອະນຸຍາດ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານ-ລັດຖະກອນ ໄປຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ ຕົ້ນຕໍແມ່ນພະນັກງານທີ່ນອນໃນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ວຽກງານປັບປຸງກົງຈັກການຈັດຕັ້ງ ໄດ້ມີການປັບປຸງລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 054/ປປທ ລົງວັນທີ 21 ກຸມພາ 2017 ມາເປັນສະບັບເລກທີ 208/ປປທ ລົງວັນທີ 30 ພະຈິກ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສໍານັກງານປະທານປະເທດ ແລະ ໄດ້ຮັກສາຈໍານວນ 5 ກົມໄວ້ຄືເກົ່າ ແຕ່ປ່ຽນຊື່ບາງກົມເຊັ່ນ:  ກົມບໍລິຫານ ແລະ ຄຸ້ມຄອງ ມາເປັນກົມບໍລິຫານ ແລະ ການເງິນ; ກົມຈັດຕັ້ງ ກວດກາ ແລະ ໂຄສະນາ ມາເປັນ ກົມຈັດຕັ້ງ ແລະ ກວດກາ; ໄດ້ຫຍຸບ-ໂຮມບາງພະແນກເຂົ້າກັນ ເຮັດໃຫ້ກົງຈັກຂັ້ນພະແນກຫຼຸດລົງຈາກ 18 ພະແນກ ມາເປັນ 16 ພະແນກ. ຈາກນັ້ນ, ໄດ້ພ້ອມກັນປະກອບຄໍາຄິດເຫັນເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ລວມທັງທິດທາງ ປີ 2024. ພ້ອມນີ້, ຍັງໄດ້ຮັບຟັງ ເອກະສານສໍາຄັນຈຳນວນໜຶ່ງຄື: ບາງເນື້ອໃນທີ່ສໍາຄັນຂອງບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງໜ້າທີ່ ປີ 2024 ທົ່ວປະເທດຂອງຄະນະຈັດຕັ້ງສູນກາງພັກ; ບົດໂອ້ລົມຂອງສະຫາຍ ປອ. ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11/01/2024 ກ່ຽວກັບການປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ, ສັບປ່ຽນໜ້າທີ່ ຂອງພະນັກງານນໍາພາ-ຄຸ້ມຄອງ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 14/ຄຈສພ, ລົງວັນທີ 11/01/2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ.

        ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄໍາເຫັນໂອ້ລົມຈາກສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໂດຍສະຫາຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ຕັ້ງໜ້າຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທີ່ເລັ່ງທວງໃຫ້ຄະນະພັກ ຕ້ອງເພີ່ມຄວາມເອົາໃຈໃສ່ໃນການແກ້ໄຂບັນຫາທາງດ້ານການກໍ່ສ້າງພັກ, ດ້ານການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ-ພະນັກງານ, ນໍາໃຊ້ພະນັກງານໃຫ້ຖືກກັບວຽກ, ທັກສະ ແລະ ວິຊາສະເພາະ, ຄັດເລືອກເອົາພະນັກງານເຂົ້າໃໝ່ທີ່ມີຄູນະພາບ ເພື່ອຫຼຸດຜ່ອນສະພາບເຫຼືອບໍ່ພໍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທໍາຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນໍາພາ ຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ.