ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກສາຍສົ່ງ ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III
ຈຳນວນຜູ້ອ່ານ: 13137
ອະນຸມັດວັນທີ: 12/06/2024

ແຫຼ່ງຂ່າວ: ລາວໂທລະຄົມ

     ກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກສາຍສົ່ງ ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ຈັດຂຶ້ນ ໃນວັນທີ 07 ມີຖຸນາ 2024 ຢູ່ທີ່ສຳນັກງານຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສຸພົນ ຈັນທະວີໄຊ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ເລຂາຄະນະພັກຮາກຖານ ລລທ, ມີຄະນະພັກຮາກຖານ ລລທ, ຕາງໜ້າບັນດາໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມທັງໝົດ 35  ສະຫາຍ.

     ໃນກອງປະຊຸມ ສະຫາຍ ເພັດສະຫວັນ ເຄີນວີໄລ ຄະນະພັກຮາກຖານ ລລທ, ເລຂາໜ່ວຍພັກ ສາຍສົ່ງ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍພັກໃນໄລຍະ 5 ປີ (2019-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024 - 2028). ໃນໄລຍະ 05 ປີຜ່ານມາ ໜ່ວຍພັກສາຍສົ່ງ ໄດ້ຮັບການຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກສະຫາຍມີຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນທຸກດ້ານ,   ໃນສະພາບການຂອງໂລກທັງຢູ່ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍໃນຫຼາຍດ້ານ, ບັນຫາການຂັດແຍ່ງທາງດ້ານພູມມິລັດທະສາດ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາວຽກງານ ການດໍາເນີນທຸລະກິດຂອງ ລລທ.

     ເຖິງແນວໃດກໍຕາມ ໂດຍໄດ້ຮັບການນໍາພາ-ຊີ້ນໍາ ໂດຍກົງຈາກ ຄະນະພັກຮາກຖານ ລລທ  ເຮັດໃຫ້ຄະນະ    ໜ່ວຍພັກ ສະມາຊິກພັກ-ພະນັກງານ ຂອງໜ່ວຍພັກ ສາຍສົ່ງ ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆປະການ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ເວົ້າລວມ, ເວົ້າສະເພາະແມ່ນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງໜ່ວຍພັກ ສາຍສົ່ງ ໃຫ້ມີຜົນສໍາເລັດເປັນຢ່າງດີ ເປັນການປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.

     ໃນວາລະກອງປະຊຸມ ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກສາຍສົ່ງ ຊຸດໃໝ່ ແລະ ຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຂອງຄະນະພັກຮາກຖານ ລລທ, ຜົນການປ່ອນບັດເລືອກຕັ້ງ ໄດ້ຄະນະໜ່ວຍພັກ ຊຸດໃໝ່ 03 ສະຫາຍ, ຜູ້ແທນສົມບູນ 12 ສະຫາຍ ແລະ ສໍາຮອງ 4 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກ ໄດ້ຕົກລົງເຫັນດີເປັນເອກະພາບກັນ ເລືອກເອົາ ສະຫາຍ ພູສະຫວັນ ພູມມາວົງ ​​ເປັນເລຂາໜ່ວຍພັກ, ສະຫາຍ ພອນສະຫວັດ ເພັງວິໄລຈິດ ເປັນຮອງເລຂາໜ່ວຍພັກທັງເປັນປະທານກວດກາ ແລະ ສະຫາຍ ຈັນທະສອນ ບູລົມ ເປັນກໍາມະການໜ່ວຍພັກ.