ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກຈັດຕັ້ງ-ກວດກາ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຕົນ
ຈຳນວນຜູ້ອ່ານ: 222
ອະນຸມັດວັນທີ: 25/06/2024

     ພາບຖ່າຍ ແລະ ຂ່າວ ຈາກ: ລລທ

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຈັດຕັ້ງ-ກວດກາ ທີ່ຂຶ້ນກັບຄະນະພັກຮາກຖານບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ເລຂາຄະນະພັກຮາກຖານ ລລທ, ຕາງໜ້າຄະນະພັກກະຊວງ ຕສ, ສະຫາຍ ຄຳໃບ ພົມຮັກສາ ຄະນະພັກຮາກຖານ ລລທ, ເລຂາໜ່ວຍພັກຈັດຕັ້ງ-ກວດກາ, ມີສະຫາຍ ຈັນທະວີພອນ ເຄືອບຄໍາວອນ ຮອງຫົວໜ້າກົມຈັດຕັ້ງ, ຫົວໜ້າຄະນະຕິດຕາມຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ພັກ 3 ຂັ້ນ ກະຊວງ ຕສ, ມີຕາງໜ້າບັນດາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ມີສະມາຊິກພັກພາຍໃນໜ່ວຍພັກຈັດຕັ້ງ-ກວດກາ ເຂົ້າຮ່ວມທັງໝົດ 27 ສະຫາຍ.

     ໃນກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ (2019-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024 - 2028); ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ໂດຍໄດ້ຮັບການຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກສະຫາຍມີຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນທຸກດ້ານ ເຮັດໃຫ້ໜ່ວຍພັກມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງ ຜ່ານຜ່າອຸປະສັກນາໆປະການ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ເວົ້າລວມ, ເວົ້າສະເພາະແມ່ນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງໜ່ວຍພັກຈັດຕັ້ງ-ກວດກາ ໃຫ້ມີຜົນສໍາເລັດເປັນຢ່າງດີ ເປັນການປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

     ໃນວາລະກອງປະຊຸມ, ສະມາຊິກພັກສົມບູນພາຍໃນໜ່ວຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 03 ສະຫາຍ ຈາກຜູ້ສະໝັກ 05 ສະຫາຍ, ກອງປະຊຸມຄັ້ງປະຖົມມະເລີກ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາສະຫາຍ ພອນສະຫວັນ ເເພງສົມບັດ      ​​ເປັນເລຂາໜ່ວຍພັກ, ສະຫາຍ ນາງ ບາງທອງ ອີນທະພົນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ພູວາ ຫຼວງເສນາ       ເປັນກໍາມະການໜ່ວຍພັກ. ພ້ອມນີ້ ກໍ່ໄດ້ເລືອກຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະພັກຮາກຖານ ລລທ ຈໍານວນ 09 ສະຫາຍ ແລະ ສໍາຮອງ 02 ສະຫາຍ.

     ໃນຕອນທ້າຍ ສະຫາຍ ສຸພົນ  ຈັນທະວີໄຊ  ໄດ້ມີຄໍາເຫັນໃນກອງປະຊຸມ ແລະ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ກັບຫຼາຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ເອົາໃຈໃສ່ໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງອ້າຍເອື້ອຍນ້ອງສະມາຊິກພັກ-ພະນັກງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ໃນແຕ່ລະໄລຍະ, ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວວຽກງານ ໂດຍສະເພາະການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນໜ້າທີ່ກວມລວມ ທີ່ຢັ້ງຢືນເຖິງດ້ານດີ, ດ້ານກ້າວໜ້າ ແລະ ດ້ານອ່ອນ ໃນການເຄື່ອນໄຫວນໍາພາຂອງໜ່ວຍພັກຕົນ.