ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງພະລັງງານ ແລະ ບໍ່ແຮ່ ຈັດພິທີເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023.
ຈຳນວນຜູ້ອ່ານ: 88
ອະນຸມັດວັນທີ: 06/08/2024

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ແສງຄຳ ຈິດຕະວົງ

        ໃນວັນທີ 17 ກໍລະກົດ 2024 ທີ່ຫ້ອງປະຊຸມສຳນັກງານລັດວິສາຫະກິດໄຟຟ້າລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໂດຍການເປັນປະທານຂອງສະຫາຍ ໂພໄຊ ໄຊຍະສອນ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາສະຫາຍກຳມະການພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ, ຄະນະອຳນວຍການລັດວິສາຫະກິດ, ສະມາຊິກພັກ, ພະນັກງານຫຼັ້ກແຫຼ່ງ ແລະ ແຂກຖືກເຊີນເຂົາຮ່ວມ.

        ໃນພິທີດັ່ງກ່າວ ສະຫາຍ ໂພໄຊ ໄຊຍະສອນ ໄດ້ໃຫ້ກຽດເຜີຍແຜ່ເອກກະສານສຳຄັນຈຳນວນໜຶ່ງຄື: ເອກະສານປາຖະກະຖາເລົ່າຄືນປະຫວັດການເຄື່ອນໄຫວຂອງປະທານ ສຸພານຸວົງ ເນື່ອງໃນໂອກາດວັນເກີດ ຄົບຮອບ 115 ປີ ເຊິ່ງຕະຫຼອດໄລຍະຊີວິດການເປັນຜູ້ນໍາຂອງປະທານ ສຸພານຸວົງ ໄດ້ເປັນແບບຢ່າງນໍາໜ້າ, ຕໍ່ສູ້ບໍ່ຍອມຈຳນົນ, ເສຍສະຫຼະເພື່ອປະເທດຊາດໃນພາລະກິດປະຕິວັດປົດປ່ອຍຊາດ; ປາຖະກະຖາເລົ່າຄືນວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ເພື່ອເຮັດໃຫ້ພະນັກງານການນຳ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງທຸກສະຫາຍ ໄດ້ລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນຮັກຂອງຊາດລາວໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມນີ້ ກໍ່ໄດ້ຮັບຮູ້ເຖິງຄວາມເປັນມາ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ, ກຳໄດ້ປະຫວັດສາດ ແລະ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໃຫ້ສວຍສົດງົດງາມ ແລະ ໝັ້ນຄົງຍາວນານຕະຫຼອດໄປ.

        ໃນພິທີດັ່ງກ່າວນີ້ ຍັງໄດ້ຈັດໃຫ້ມີພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຂອງກະຊວງ ເຊິ່ງສະຫາຍ ນາງ ແສງເດືອນ ວົງອິນ ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນອ່ານຜ່ານບົົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ມະຕິຕົກລົງ ເລກທີ 215/ຄພ.ພບ ລົງວັນທີ 24 ພຶດສະພາ 2024 ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023.

        ຕະຫຼອດໄລຍະ 1 ປີຜ່ານມາ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວສ້າງຂະບວນການ ເພື່ອຈັດຕັ້ງປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກ-ສະມາຊິກພັກຢ່າງຕໍ່ເນື່ອງ ໂດຍສະເພາະການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ດຳເນີນການກວດກາ, ຕີລາຄາ ແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ-ສະມາຊິກພັກ ຕາມພາລະບົດບາດໜ້າທີ່ໃຫ້ຖືກຕ້ອງ ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ກຳນົດໄວ້, ຄະນະບໍລິຫານງານພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນໍາພາ-ຊີ້ນໍາທົ່ວອົງຄະນະພັກກະຊວງ ດຳເນີນການຈັດຕັ້ງປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ມາດຖານ ທັງນີ້ກໍເພື່ອສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນໄດ້ຖືເອົາການດຳເນີນຊີວິດພັກໃນແຕ່ລະເດືອນເປັນປົກກະຕິ ຖືເອົາການຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ ເປັນສຳຄັນ ເພື່ອກວດກາ ຕີລາຄາ ແລະ ສະຫຼຸບວຽກງານການເຄື່ອນໄຫວນຳພາ-ຊີ້ນຳ ພ້ອມທັງວາງທິດທາງໃນຕໍ່ໜ້າ. ຈາກຜົນງານດັ່ງກ່າວ, ກອງປະຊຸມຄະນະບໍລິຫານງານພັກກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງຕົກລົງເຫັນດີ ຮັບຮອງເອົາ 38 ໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023.

        ໃນຕອນທ້າຍຂອງພິທີ ສະຫາຍ ໂພໄຊ ໄຊຍະສອນ ໄດ້ມີຄຳເຫນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ-ຜົນສຳເລັດຂອງບັນດາໜ່ວຍພັກ ໃນການກໍ່ສ້າງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສະຫາຍໄດ້ເນັ້ນໃຫ້ບັນດາໜ່ວຍພັກຈົ່ງພ້ອມກັນຮັກສາມູນເຊື້ອ ແລະ ສືບຕໍ່ສ້າງຂະບວນການແຂ່ງຂັນໃນປີຕໍ່ໄປ ໃຫ້ເປັນປົກກະຕິ, ຕໍ່ເນື່ອງ  ແລະ ບັນລຸມາດຖານເງື່ອນໄຂທີ່ທາງກົມການເມືອງສູນກາງພັກໄດ້ກຳນົດໄວ້.