ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂະແໜງສາທາລະນະສຸກ
ຈຳນວນຜູ້ອ່ານ: 115
ອະນຸມັດວັນທີ: 03/09/2024

ໂດຍ: ແສງຄຳ ຈິດຕະວົງ       

         ໃນວັນທີ 22 ສິງຫາ 2024 ທີ່ຫ້ອງປະຊຸມໂຮງໝໍມະໂຫສົດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຂະແໜງສາທາລະນະສຸກ ໂດຍການນໍາພາຕ້ອນຮັບຂອງສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຄະນະກົມ, ຫ້ອງການ, ອຳນວຍການໂຮງໝໍ, ແພດໝໍ, ພະຍາບານ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມຢ່າງພ້ອມພຽງ.

        

        ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໂດຍຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນແຜນການ ປະຈໍາປີ 2024 ບົນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX ກໍ່ຄືແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ III ໂດຍເລັ່ງໃສ່ການປັບປຸງຄຸນນະພາບການບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍ ຕົວຊີ້ບອກຕ່າງໆ ຂອງບັນດາ 7 ແຜນງານ ລວມທັງ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ. ຄຽງຄູ່ກັນນັ້ນ, ທົ່ວອົງຄະນະພັກກະຊວງ ກໍ່ພວມຈັດຕັ້ງການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນສຳເລັດກອງປະຊຸມໃຫຍ່ 34 ຮາກຖານໜ່ວຍພັກ ແລະ 2 ຄະນະພັກຮາກຖານ ຂອງຈໍານວນທັງໝົດ 91 ຮາກຖານໜ່ວຍພັກ ແລະ 6 ຄະນະພັກຮາກຖານ ເຊິ່ງຄາດຄະເນຈະສໍາເລັດທຸກໜ່ວຍພັກ ແລະ ຄະນະພັກ ຮາກຖານ ໃນທ້າຍປີ 2024 ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສາທາລະນະສຸກ ພາຍໃນ 6 ເດືອນ ຕົ້ນປີ 2025 ຫັນທັນຕາມກໍານົດເວລາ.

        

        ປະຈຸບັນ ທົ່ວຂະແໜງສາທາລະນະສຸກ ພວມຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ ປະຈຳປີ 2024 ເຊິ່ງມີໜ້າວຽກໃຫຍ່ທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ເປັນຕົ້ນ: ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ສຸມໃສ່ ການຫັນປ່ຽນວິຖີການດຳລົງຊີວິດຂອງປະຊາຊົນ ໃນການກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ ດ້ວຍການປຸກລະດົມແຂ່ງຂັນກັນຂອງແຕ່ລະແຂວງ ສະໜອງນໍ້າ ແລະ ການຊົມໃຊ້ນໍ້າສະອາດ, ສ້າງວິດຖ່າຍ ຄອບຄົວ ແລະ ສະຖານທີ່ສາທາລະນະ; ວຽກງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງລະບົບເຝົ້າລະວັງພະຍາດ ທີ່ມີເຄືອຂ່າຍໃນຂອບເຂດທົ່ວປະເທດ, ໄດ້ສ້າງແຜນກຽມຄວາມພ້ອມເພື່ອຮັບມືທຸກເຫດການສຸກເສີນດ້ານສາທາລະນະສຸກ ແລະ ສະພາບການລະບາດຂອງພະຍາດທີ່ອາດເກີດຂຶ້ນ ໂດຍມີຫ້ອງປະຕິບັດການສຸກເສີນ ດ້ານສາທາລະນະສຸກ ທີ່ມີເຄືອຂ່າຍທົ່ວປະເທດ ແຕ່ສູນກາງຮອດຂັ້ນເມືອງ; ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ: ປະຈຸບັນ, ຕາໜ່າງບໍລິການສາທາລະນະສຸກ ມີ 5 ໂຮງໝໍສູນກາງ, 4 ສູນປິ່ນປົວສະເພາະທາງ, 17 ໂຮງໝໍແຂວງ, 135 ໂຮງໝໍເມືອງ ແລະ 1.080 ສຸກສາລາ, ສູນ ແລະໂຮງໝໍເອກະຊົນ 50 ແຫ່ງ. ໂຮງໝໍເມືອງທຸກແຫ່ງ, ໂຮງໝໍ ແຂວງ ແລະ ສູນກາງ ໃນທົ່ວປະເທດແມ່ນມີລົດ ແລະ ລະບົບນໍາສົ່ງຄົນເຈັບ. ສັງລວມແລ້ວ ຕາໜ່າງສາທາລະນະສຸກ ສາມາດປົກຄຸມກວມເອົາ 98% ຂອງຈຳນວນບ້ານທັງໝົດ. ນອກຈາກການບໍລິການປິ່ນປົວຂັ້ນພື້ນຖານແລ້ວ, ການບໍລິການສະເພາະທາງທີ່ທັນສະໄໝຂອງໂຮງໝໍສູນກາງກໍໄດ້ຮັບການຍົກລະດັບເປັນຕົ້ນ: ໂຮງໝໍມະໂຫສົດສາມາດຜ່າຕັດຫົວໃຈ, ໂຮງໝໍມິດຕະພາບສາມາດບໍລິການຜ່າຕັດສະໝອງ ແລະ ກະດູກ. ໂຮງໝໍແຂວງ 17 ແຫ່ງ ສາມາດໃຫ້ການບໍລິການຜ່າຕັດໃຫຍ່ໄດ້ ແລະ ໂຮງໝໍເມືອງ 35 ແຫ່ງ ສາມາດຜ່າຕັດຊ່ວຍເກີດລູກ ແລະ ແກ້ໄຂກໍລະນີສຸກເສີນຕ່າງໆໄດ້; ວຽກງານອາຫານ ແລະ ຢາ: ປະຈຸບັນ, ການຜະລິດຢາພາຍໃນ ສາມາດສະໜອງໄດ້ປະມານ 60% ຂອງຄວາມຕ້ອງການຢູ່ບັນດາໂຮງໝໍຂອງລັດໃນທົ່ວປະເທດ. ການສະໜອງຢາ ແລະ ຜະລິດຕະພັນການແພດ ໃຫ້ໂຮງໝໍຂອງລັດ ໄດ້ປັບກົນໄກຈັດຊື້ ຈາກລວມສູນ ເປັນການມອບໃຫ້ແຂວງຈັດຊື້ເອງ ເພື່ອສະໜອງໃຫ້ທັນການ; ວຽກງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ:       ປະຈຸບັນ ຂະແໜງສາທາລະນະສຸກມີລັດຖະກອນທັງໝົດ 19,316 ຄົນ (ຍິງ 12,693 ຄົນ) ແລະ ມີທ່າອ່ຽງຫຼຸດລົງແຕ່ລະປີ, ຍ້ອນມີການອອກຈາກການໃນຮູບແບບຕ່າງໆ (ພັກການ ຮັບບໍານານ, ບໍາເນັດ, ອອກສ້າງເສດຖະກິດຄອບຄົວ ແລະ ອື່ນໆ) ຫຼາຍກວ່າຈຳນວນຮັບເຂົ້າ; ວຽກງານການເງິນສາທາລະນະສຸກ ແລະ ປະກັນສຸຂະພາບ: ການຄຸ້ມຄອງວຽກງານງົບປະມານ ແລະ ການລົງທຶນຂອງຂະແໜງສາທາລະນະສຸກ ປະຕິບັດໄດ້ດີ ແລະ ໄດ້ພັດທະນານິຕິກໍາ ແລະ ເຄື່ອງມືທີ່ຈໍາເປັນ ໃຫ້ທັນສະໄໝໂດຍນໍາໃຊ້ລະບົບ IT ເຂົ້າໃນການຄຸ້ມ ຄອງການເງິນສາທາລະນະສຸກ, ບໍ່ສ້າງໜີ້ສິນນອກແຜນການ ແລະ ປະຈຸບັນກອງທຶນປະກັນສຸຂະພາບແຫ່ງຊາດສາມາດປົກຄຸມໄດ້ 17 ແຂວງ, ກວມເອົາພົນລະເມືອງລາວ ໄດ້ 95%.

 

        ໃນຕອນທ້າຍຂອງພິທີ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກບາງບັນຫາຈຸດສຸມດັ່ງນີ້: ຂະແໜງສາທາລະນະສຸກທຸກຂັ້ນ ຕ້ອງເອົາໃຈໃສ່ວຽກງານ 5 ດີ 1 ພໍໃຈ ໃຫ້ບັນລຸໄດ້ ໂດຍສະເພາະແມ່ນການປະຕິບັດ 5 ດີ ເພື່ອໃຫ້ໄດ້ 1 ພໍໃຈ; ໃຫ້ຮັກສານາມມະຍົດຂອງນັກຮົບເສື້ອຂາວ ເພື່ອກຽມພ້ອມຮັບມືກັບເຫດການອື່ນໆທີ່ຈະເກີດຂຶ້ນ ໂດຍສະເພາະແມ່ນການລະບາດຂອງພະຍາດ; ເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາໃນການຮັກສາສຸຂະພາບໃຫ້ມີຄວາມຕໍ່ເນື່ອງ ກວ້າງຂວາງ ແລະ ເຂົ້າເຖິງປະຊາຊົນໃຫ້ຫຼາຍຂຶ້ນ ໂດຍການນຳໃຊ້ສື່ອອນລາຍເຂົ້າມາຊ່ວຍ; ສືບຕໍ່ປັບປຸງກອງທຶນສຸຂະພາບໃຫ້ດີຂຶ້ນ ພ້ອມທັງປັບປຸງຕາໜ່າງສາທາລະນະສຸກ ໃຫ້ທົ່ວເຖິງ; ຍົກສູງຄຸນນະພາບຂອງໂຮງໝໍເທື່ອລະກ້າວ ໃຫ້ມີຄວາມທັນສະໄໝ ນຳໃຊ້ລະບົບໄອທີເຂົ້າຊ່ວຍ ແລະ ຫັນເປັນກຸ້ມຕົນເອງ; ສົມທົບຢາຫຼວງ ແລະ ຢາພື້ນເມືອງ ໃຫ້ສາມາດນຳໃຊ້ຮ່ວມກັນໄດ້ຢູ່ບັນດາໂຮງໝໍ; ເອົາໃຈໃສ່ປັບປຸງຄຸນນະພາບຂອງໂຮງງານຜະລິດຢາຂອງລັດໃຫ້ມີມາດຕະຖານສາກົນ ໂດຍສະເພາະແມ່ນຜ່ານມາດຕະ ຖານຂອງ ອຢ; ເອົາໃຈໃສ່ປັບປຸງວຽກງານ ອາຫານ ແລະ ຢາ ໃຫ້ສາມາດກວດສອບ ແລະ ປ້ອງກັນບໍ່ໃຫ້ມີຢາຕົກມາດຕະຖານ ແລະ ອື່ນໆ; ເອົາໃຈໃສ່ປັບປຸງບັນດາໂຮງໝໍເອກະຊົນໃຫ້ມີຄຸນນະພາບ ແລະ ມີລາຄາທີ່ສົມເຫດສົມຜົນ ປະຊາຊົນສາມາດເຂົ້າເຖິງໄດ້; ສືບຕໍ່ເປັນເຈົ້າການຮ່ວມມືກັບຄູ່ຮ່ວມພັດທະນາ ໂດຍສະເພາະອົງການຈັດຕັ້ງສາກົນ ໃຫ້ສາມາດຮັບມືກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ເຄື່ອນໄຫວນໍາພາຮອບດ້ານ ຮັບປະກັນການປະຕິບັດໜ້າທີ່ການເມືອງໃຫ້ສໍາເລັດຕາມການມອບໝາຍ...ຯ