ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື
ຈຳນວນຜູ້ອ່ານ: 225
ອະນຸມັດວັນທີ: 04/09/2024

ໂດຍ: ໄພບູນ

ນັກຂ່າວແຂວງອັດຕະປື

        ໃນວັນທີ 2 ກັນຍາ 2024 ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະວິຊາການ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງອັດຕະປື ເຊິ່ງພິທີຕ້ອນຮັບໄດ້ມີຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີສະຫາຍ ພົ.ທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ, ເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງອັດຕະປືເຂົ້າຮ່ວມ.  

 

 

 

        ໃນພິທີ ສະຫາຍ ຄຳ​ບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ລາຍງານໂດຍສັງເຂບໃນການຊີ້ນຳ-ນໍາພາວຽກງານຮອບດ້ານ ໄລຍະຜ່ານມາ ອັນພົ້ນເດັ່ນໃນໄລຍະນີ້ ແມ່ນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນຕົ້ນ ປີ 2024 ແລະ ວຽກຈຸດສຸມຕົ້ນຕໍໃນຕໍ່ຫນ້າ; ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງ, ສຸມໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຕັ້ງໜ້າ ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄປພ້ອມກັບການຍົກສູງບົດບາດ ຄວາມສາມາດນຳພາຂອງພັກ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ເຮັດໃຫ້ວຽກງານພັກ-ພະນັກງານຢູ່ແຂວງ ອັດຕະປື ນັບມື້ນັບເຕີບໃຫຍ່, ເຂັ້ມແຂງ ທາງດ້ານຈຳນວນ ແລະ ຄຸນນະພາບ ຢ່າງໜັກແໜ້ນ.

        ໃນໂອກາດດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຫລາຍດ້ານທີ່ພົ້ນເດັ່ນ ພ້ອມທັງໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ຍົກສູງບົດບາດການນຳພາຂອງຄະນະພັກແຕ່ລະຂັ້ນ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກງານຫລັກແຫລ່ງແຕ່ລະຂັ້ນ ກໍາໄດ້ແນວທາງນະໂຍບາຍຂອງພັກ ແລະ ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງຄວາມເປັນເອກະພາບສູງ ດ້ານແນວຄິດ, ພ້ອມທັງປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ ຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ບັນລຸຜົນສໍາເລັດ ທັນຕາມກໍານົດເວລາ ແລະ ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກໍ່ສ້າງພະນັກງານ ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກງານຕົວຈິງ, ຫັນການບໍລິຫານລັດໄປສູ່ທັນສະໄໝ ໃຫ້ສອດຄ່ອງ ແລະ ແທດເໝາະກັບວຽກງານຕົວຈິງຕາມທ່າແຮງຂອງທ້ອງຖິ່ນ ປະກອບສ່ວນສ້າງສາພັດທະນາປະເທດຊາດ ກໍຄືແຂວງອັດຕະປື ໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ.