ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແບງ ຄັ້ງທີ XIII
ຈຳນວນຜູ້ອ່ານ: 80
ອະນຸມັດວັນທີ: 06/02/2025

ຂ່າວໂດຍ: ສະຫາຍ ອຸດົມການ ຢ້າຊົງກົ່ວ

     ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແບງ ແຂວງອຸດົມໄຊ ຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 21-22 ມັງ​ກອນ 2025 ຢູ່ທີສະໂມສອນຂອງເມືອງແບງ; ກອງປະຊຸມໃຫຍ່ໄດ້ດໍາເນີນເປັນເມືອງທຳອິດຂອງແຂວງອຸດົມໄຊ ພາຍໃຕ້ຄໍາຂວັນທີ່ວ່າ: ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ປະຊາຊົນບັນດາເຜົ່າໃຫ້ ແໜ້ນແຟ້ນ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເຂັ້ມງວດ, ສຸມທຸກກຳລັງແຮງພັດທະນາເມືອງແບງໃຫ້ເປັນເມືອງພົ້ນທຸກ​”.

     ກອງປະຊຸມໄດ້ດຳເນີນໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພອນ ພິມມະລາດ ຮັກສາການເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງເມືອງແບງ; ເປັນກຽດເຂົ້າຮ່ວມມີສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ; ສະຫາຍ ສຸຫວັດ ມະຫາວົງສະນັ່ນ  ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳເມືອງແບງ, ມີແຂກຖືກເຊີນຈາກ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຮັບຜິດຊອບຂັ້ນແຂວງ, ເລຂາພັກເມືອງ, ຄະນະປະຈຳພັກເມືອງ, ຄະນະພັກ ຄະນະບັນຊາ ກອງພົນທະຫານຮາບທີ 3, ສອງກຳລັງ ປກຊ-ປກສ ເມືອງ, ອາດີດການນຳເມືອງ ແລະ ມີຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 127 ສະຫາຍ, ຍິງ 05 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງແບງ.

     ໃນກອງປະຊຸມໃຫຍ່ ໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XII ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້​ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ 5 ປີ ແຕ່ນີ້ຮອດປີ 2029 ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ສ້າງການຫັນປ່ຽນໃໝ່ຢ່າງຮອບດ້ານ ໃນການປັບປຸງ ແລະ ກໍ່ສ້າງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ ໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາທີ່ດີ ສາມາດເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດວຽກງານຢ່າງແທ້ຈິງ. ສ້າງ ​ແລະ ຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ເພີ່ມຂຶ້ນ,   ໃນນັ້ນ ສູ້ຊົນສ້າງໜ່ວຍພັກຢູ່ບັນດາຫ້ອງການໃຫ້ໄດ້ 85% ແລະ ຮາກຖານບ້ານໃຫ້ໄດ້ 65% ຂອງໜ່ວຍພັກໃນທົ່ວເມືອງ;
  2. ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງໃຫ້ມີຄວາມເຂັ້ມແຂງ ແລະ ຖືເອົາວຽກງານດັ່ງກ່າວເປັນໜ້າທີ່ຄວາມຮັບຜິດຊອບ ຂອງທົ່ວປວງຊົນຊາວເມືອງແບງ, ຮັບປະກັນໃຫ້ເມືອງແບງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງເຂັ້ມງວດ;
  3. ສູ້ຊົນພັດທະນາເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍສະເລ່ຍ 5,64%, ລວມຍອດລາຍຮັບຜົນຜະລິດລວມ (GRDP) ໃຫ້ບັນລຸ 1,145 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ ໃຫ້ໄດ້ 24 ລ້ານກີບ/ຄົນ/ປີ ຫຼື ​ເທົ່າ​ກັບ 1,146 ໂດລາສາຫະລັດ/ຄົນ/ປີ ໃນປີ 2029,  ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງບໍ່ໃຫ້ຫຼຸດ 4,5 % ຂອງລວມຍອດລາຍຮັບຜົນຜະລິດລວມ (GRDP) ແລະ ໃຫ້ກຸ້ມຕົນເອງດ້ານລາຍຈ່າຍງົບປະມານ 25% ຂື້ນ​ໄປໃນປີ 2029. ສູ້ຊົນແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ນັບມື້ນັບຫຼຸດລົງ,  ຮອດປີ 2029 ສູ້ຊົນສ້າງເມືອງແບງໃຫ້ເປັນເມືອງພົ້ນທຸກ, ສ້າງບ້ານພົ້ນທຸກ ແລະ ຄົວເຮືອນພົ້ນທຸກໃຫ້ໄດ້ຫຼາຍກວ່າ 85%;
  4. ຮອດປີ 2029 ຕ້ອງຮັບປະກັນໃຫ້ເມືອງແບງບັນລຸບັນດາເປົ້າໝາຍ ແລະ ຕົວຊີ້ວັດຕ່າງໆ ຂອງການພັດທະນາດ້ານການສຶກສາ ແລະ ສາທາລະນະສຸກ. ເອົາໃຈໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີອັນດີງາມຂອງເຜົ່າໃຫ້ຍືນຍົງ; ປັບປຸງ ແລະ ສ້າງສື່ມວນຊົນໃຫ້ວອງໄວ, ທັນສະໄໝ, ສູ້ຊົນໃຫ້ໄດ້ປະກາດຮັບຮອງເມືອງແບງເປັນເມືອງວັດທະນະທຳ; ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ໄດ້ມາດຖານ ສາມາດສະໜອງຕາມຄວາມຕ້ອງການຂອງບັນດາຫົວໜ່ວຍແຮງງານພາຍໃນເມືອງ ແລະ ແຂວງ;
  5. ຮັບປະກັນຄວາມຍືນຍົງ, ຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ, ຮອດປີ 2029 ອັດຕາປົກຫຸ້ມຂອງປ່າໄມ້ໃຫ້ກວມ 65% ຂອງພື້ນທີ່ໃນທົ່ວເມືອງ.

     ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງແບງ ສະໄໝທີ XIII ບົນພື້ນຖານຫຼັກການທີ່ຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 32 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 27 ສະຫາຍ, ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງແບງ ສະໄໝທີ XIII ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຄໍາພອນ ພິມມະລາດ ເປັນເລຂາພັກເມືອງ, ສະຫາຍ ສຸກສະຫວັນ ວົງລ້ອມ ເປັນຮອງເລຂາພັກເມືອງ, ສະຫາຍ ບຸນຊ່ວງ ຄໍາພູວົງ ເປັນຮອງເລຂາພັກເມືອງ, ສະຫາຍ ທອງເພັດ ຈັນທະວົງ ເປັນປະທານກວດກາພັກເມືອງ, ສະຫາຍ ຄໍາແສງ ສຸດທິວົງ ເປັນຮອງປະທານກວດກາພັກເມືອງ, ສະຫາຍ ຄໍາຊາຍ ແກ້ວບັນດິດ ເປັນຮອງປະທານກວດກາພັກເມືອງ.

     ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳ​ຮອງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງອຸດົມໄຊ ສະໄໝທີ X ເຊິ່ງເລືອກໄດ້ຜູ້ແທນສົມບູນ ຈຳນວນ 23 ສະຫາຍ, ຍິງ 3 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 3 ສະຫາຍ, ຍິງ 0 ສະ​ຫາຍ.

     ຕອນທ້າຍກອງປະຊຸມ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະພັກ-ຄະນະນຳຂອງເມືອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກຖ້ວນໜ້າ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງແບງ ໂດຍສະເພາະ ຄະນະບໍລິຫານງານພັກເມືອງຊຸດໃໝ່ ຕ້ອງເປັນແບບຢ່າງດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດ, ຕ້ອງເອົາໃຈໃສ່ຖືເອົາຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ຢູ່ເໜືອຜົນປະໂຫຍດສ່ວນຕົວ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເຊີດຊູມານະຈິດປະຕິວັດ ແລະ ມູນເຊື້ອດຸໜັ່ນຂະຫຍັນພຽນ, ຫົວຄິດປະດິດສ້າງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງແບງ ໃຫ້ມີການຂະຫຍາຍຕົວດີຂື້ນ, ສ້າງເມືອງແບງໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ-ສາມັກຄີປອງດອງ, ສີວິໄລ ແລະ ຍຸຕິດທຳ ຢ່າງແທ້ຈິງ.