ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນການດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ຄັ້ງທີ XI
ຈຳນວນຜູ້ອ່ານ: 85
ອະນຸມັດວັນທີ: 10/02/2025

ໂດຍ: ອານຸລັກ ຈິດຕິລາດ

     ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ຄັ້ງທີ XI ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2025 ທີ່ຫ້ອງປະຊຸມໂຮງໝໍມະໂຫສົດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສຈ. ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ; ມີສະຫາຍ ມອນໄຊ ລາວມົວຊົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ສະຫາຍ ນາງ ແສງຈັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ, ມີຕາງໜ້າອົງການຈັດຕັ້ງມະຫາຊົນພາຍໃນກະຊວງ, ຄະນະບໍລິຫານງານຊາວໜຸ່ມ, ຜູ້ແທນສະມາຊິກຊາວໜຸ່ມກະຊວງສາທາລະນະສຸກ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ຕີລາຄາການຈັດຕັ້ງປະຕິບັດວຽກງານຊາວໜຸ່ມກະຊວງ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ. ໃນລາຍງານການເມືອງ ໄດ້ຍົກໃຫ້ເຫັນນະໂຍບາຍ 5 ດີ 1 ພໍໃຈ, ຍົກສູງຄຸນນະພາບການບໍລິການ ດ້ານສາທາລະນະສຸກ, ຊາວໜຸ່ມຢູ່ແຕ່ລະສະຖານທີ່ບໍລິການໄດ້ມີການພັດທະນາ ດ້ານວຽກງານວິຊາສະເພາະຂອງຕົນ, ສາມາດກວດ, ປິ່ນປົວ ດ້ວຍເຕັກນິກຕ່າງໆ ນໍາໃຊ້ເຄື່ອງມືການແພດທີ່ທັນສະໄໝ ປະກອບສ່ວນຫັນເປັນໂຮງໝໍທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ, ຕັ້ງໜ້າປະກອບສ່ວນໜ້າທີ່ການເມືອງ ຕາມພາລະບົດບາດໜ້າທີ່ໃນການບໍລິການດ້ານສາທາລະນະສຸກ ໃຫ້ນັບມື້ນັບທົ່ວເຖິງ ແລະ ມີຄຸນນະພາບ ດີຂຶ້ນເປັນກ້າວໆ.

     ໃນວາລະກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ຊຸດໃໝ່ ຈໍານວນ 17 ສະຫາຍ, ຍິງ 04 ສະຫາຍ ຈາກຜູ້ສະໝັກ ຈໍານວນ 21 ສະຫາຍ, ຍິງ 06 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ແສງຈັນ ຈັນທະສຸກ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ, ສະຫາຍ ຫວັງນະຄອນ ດິດຕະພົງ, ສະຫາຍ ນາງ ໄພຄໍາ ແກ້ວບຸນໄຊ ແລະ ສະຫາຍ ຄໍາຫຼ້າ ພົນໄຊຍະລິນຄໍາ ເປັນຮອງເລຂາ. 

     ໃນຕອນທ້າຍກອງປະຊຸມ ສະຫາຍ ສຈ. ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນໂອ້ລົມ ຍ້ອງຍໍຊົມເຊີຍຜົນງານ ແລະ ຍົກບາງບັນຫາ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ສໍາເລັດໃນຕໍ່ໜ້າ; ສະຫາຍໄດ້ເນັ້ນໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ເພີ່ມທະວີຄວາມສາມັກຄີ ພາຍໃນໝູ່ຄະນະ ໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກກະຊວງ ເປັນເຈົ້າການປະຕິບັດໜ້າທີ່ຂອງຊາວໜຸ່ມໃຫ້ມີຜົນສໍາເລັດຕາມຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງໄວ້.