ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 19/03/2025

ໂດຍ: ພິດສະໄໝ ວິໄລຮັກ

     ໃນວັນທີ 26 ກຸມພາ 2025 ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຕົນຂຶ້ນ ທີ່ສໍານັກງານໃຫຍ່ ລາວໂທລະຄົມມະນາຄົມ ໂດຍການເຂົ້າຮ່ວມຂອງສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກຮາກຖານ ລລທ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ຕີລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວນໍາພາ-ຊີ້ນໍາຂອງຄະນະພັກຮາກຖານ ລລທ ໃນໄລຍະ 5 ປີຜ່ານມາ (2019-2024) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2025-2029); ຜ່ານບົດສະຫຼຸບແຜນການພັດທະນາຂອງບໍລິສັດ ພ້ອມທັງປະກອບຄຳເຫັນ ແລະ ເຫັນດີຮັບຮອງເອົາຮ່າງເອກະສານດັ່ງກ່າວ ເຊິ່ງໃນ 5 ປີຕໍ່ໜ້າ ໄດ້ວາງຄາດໝາຍສູ້ຊົນ ດັ່ງນີ້: ຄະນະພັກຮາກຖານ, ສະມາຊິກພັກ ຕ້ອງຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເລິກເຊິ່ງ ເປັນທິດທາງແຜນການໃນແຕ່ລະໄລຍະ, ພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງຄະນະໜ່ວຍພັກ, ສະມາຊິກພັກ ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ບຳລຸງ-ກໍ່ສ້າງສະມາຊິກພັກ, ພະນັກງານ ດ້ານທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາສະເພາະ, ປັບປຸງລະບອບແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີການຕິດຕາມກວດກາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຈັດກອງປະຊຸມສ່ອງແສງປະຈໍາເດືອນເປັນປົກກະຕິ, ມີການຕີລາຄາປະເມີນຜົນ ແລະ ລາຍງານສະພາບຢ່າງເປັນປົກກະຕິ, ເພີ່ມທະວີນຳພາ-ຊີ້ນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງແຕ່ລະອົງການຈັດຕັ້ງ, ຕິດຕາມ, ກວດກາພັກ, ຊຸກຍູ້ສົ່ງເສີມຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເຂັ້ມແຂງ ເພື່ອແນໃສ່ປຸກລະດົມຂະບວນການມະຫາຊົນ.

     ພ້ອມນີ້, ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ 09 ສະຫາຍ, ຍິງ 01 ສະຫາຍ ຈາກຜູ້ຮັບສະໝັກເລືອກຕັ້ງ 12 ສະຫາຍ, ຍິງ 02 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນ ດັ່ງນີ້:

  1. ສະຫາຍ ສຸພົນ ຈັນທະວີໄຊ                      ເປັນເລຂາຄະນະພັກຮາກຖານ
  2. ສະຫາຍ ອາລຸນນະເດດ ບານຈິດ                  ເປັນຮອງເລຂາຄະນະພັກຮາກຖານ
  3. ສະຫາຍ ລັດຖະປັນຍາ ຂຽວວົງພະຈັນ           ເປັນຄະນະປະຈໍາພັກ ທັງເປັນປະທານກວດກາພັກ
  4. ສະຫາຍ ທ່ອນແກ້ວ ສີຫາວົງ                     ເປັນກໍາມະການ
  5. ສະຫາຍ ເພັດສະຫວັນ ເຄີນວິໄລ                 ເປັນກໍາມະການ
  6. ສະຫາຍ ສຸກັນ ຄູນປະເສີດ                       ເປັນກໍາມະການ
  7. ສະຫາຍ ພຸດທະວົງ ຄຳມະວົງແກ້ວ               ເປັນກໍາມະການ
  8. ສະຫາຍ ນາງ ວິ​ໄລ​ວັນ ຍົດໄຊ​ວິ​ບູນ             ເປັນກໍາມະການ
  9. ສະຫາຍ ພອນສະຫວັນ ແພງສົມບັດ             ເປັນກໍາມະການ

     ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 38 ສະຫາຍ ແລະ ສໍາຮອງ 11 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.

     ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ມີຄຳເຫັນໂອ້ລົມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳຂອງຄະນະພັກຮາກຖານ ລລທ ແລະ ໄດ້ໃຫ້ທິດຊີ້ນຳບາງບັນຫາສຳຄັນ ດັ່ງນີ້: ຄະນະພັກຊຸດໃໝ່ ສືບຕໍ່ນໍາພາປັບປຸງການຈັດຕັ້ງໃນຄວາມຮັບຜິດຊອບຂະແໜງການຂອງຕົນໃຫ້ມີຄວາມເຂັ້ມແຂງ, ສຶກສາອົບຮົມການເມືອງ-ແນວຄິດ ດ້ວຍການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ມີເນື້ອໃນເລິກເຊິ່ງ ເພື່ອສ້າງຄວາມເປັນເອກະພາບດ້ານແນວຄິດ, ທັດສະນະ ແລະ ແທດກັບຕົວຈິງ ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ມີລະບຽບວິໄນເຂັ້ມງວດ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ການນຳພາຂອງພັກ, ປະເທດຊາດ ແລະ ປະຊາຊົນ; ສືບຕໍ່ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນໃຫ້ເປັນລະບົບ ໂດຍຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ຕັ້ງໜ້າເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຕິດພັນກັບການເພີ່ມທະວີຄວາມເຂັ້ມງວດດ້ານລະບຽບວິໄນ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະສະຫາຍ ແລະ ຕ້ອງເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ, ຍົກສູງຄວາມຮັບຜິດຊອບ ແລະ ເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງ ເພື່ອໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງຜູ້ແທນກອງປະຊຸມ ກໍ່ຄືຄວາມເຊື່ອຖືໄວ້ວາງໃຈຂອງສັງຄົມ.