ໂດຍ: ແສງຄຳ
ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ສະຫາຍ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ເລຂາຄະນະພັກ, ລົດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 19 ມີນາ 2025 ວ່າ: ຕະຫຼອດໄລຍະເວລາ 70 ແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂອງພັກປະຊາຊົນປະຕິວັດລາວ, ນັບແຕ່ມື້ສ້າງຕັ້ງ ປີ 1955 ພັກ ໄດ້ນໍາພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຕີສັດຕູ ຍາດເອົາເອກະລາດມາໃຫ້ປະຊາຊົນລາວບັນດາເຜົ່າ, ນໍາພາເຮັດການປະຕິວັດຊາດ ປະຊາທິປະໄຕ ຈົນສາມາດປົດປ່ອຍປະເທດຊາດໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ນໍາພາທົ່ວປວງຊົນລາວທັງຊາດ ປົກປັກຮັກສາລະບອບໃໝ່, ຮໍາບາດແຜສົງຄາມ, ຟື້ນຟູເສດຖະກິດ-ສັງຄົມ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ; ແຕ່ປີ 1986 ເປັນຕົ້ນມາ ພັກຍັງໄດ້ນໍາພາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່, ຮອບດ້ານ ແລະ ມີຫຼັກການຂອງພັກ ເຮັດໃຫ້ ສປປ ລາວ ຂອງພວກເຮົາມີການພັດທະນາຢ່າງກ້າວກະໂດດໃນທຸກຂົງເຂດວຽກງານ; ດັ່ງນັ້ນ ການຫວນຄືນວັນສ້າງຕັ້ງພັກ ຄົບຮອບ 70 ປີນີ້ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດອີກເຫດການໜຶ່ງ ທີ່ພວກເຮົາໄດ້ລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງພັກ ແລະ ເລຂາທິການໃຫຍ່ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ເປັນຜູ້ລິເລີ່ມສ້າງຕັ້ງພັກຮ່ວມກັບບັນດາສະຫາຍການນຳຮຸ່ນທໍາອິດຂອງພັກ.
ຕະຫຼອດໄລຍະ 70 ປີ, ພັກ ປປ ລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ພັດທະນາປະເທດຊາດໄປຕາມຈຸດໝາຍຂອງພັກໄດ້ວາງໄວ້. ພັກໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສາທາລະນະສຸກໄປສູ່ຮາກຖານປະຊາຊົນ ໂດຍຖືເອົາການກັນພະຍາດ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປີ່ນປົວທີ່ມີຄຸນນະພາບ ແລະ ສະໜອງການບໍລິການສາທາລະນະສຸກຢ່າງທົ່ວເຖິງ ເປັນສຳຄັນ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ:
ວຽກງານໂຄສະນາສຸຂະສຶກສາ ໄດ້ໃຫ້ຄວາມຮູ້ແກ່ປະຊາຊົນບັນດາເຜົ່າ ຫັນປ່ຽນໃໝ່ດ້ານແນວຄິດ, ທັດສະນະ ແລະ ວິຖີການດໍາລົງຊີວິດທີ່ຖືກຕ້ອງ, ມີສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ດີ, ສ້າງບ້ານສາທາລະນະສຸກແບບຢ່າງ ແລະ ການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່ ແລະ ເດັກເກີດໃໝ່, ເດັກນ້ອຍ-ໄວໜຸ່ມ; ມີຫ້ອງປະຕິບັດງານສຸກເສີນທາງດ້ານສາທາລະນະສຸກ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ທີ່ມີຄວາມພ້ອມໂຕ້ຕອບຕໍ່ເຫດການສຸກເສີນທາງດ້ານສາທາລະນະສຸກ; ຕາໜ່າງບໍລິການສາທາລະນະສຸກ ໄດ້ຮັບການປັບປຸງໃນຂອບເຂດທົ່ວປະເທດ ປະຈຸບັນມີ 5 ໂຮງໝໍສູນກາງ, 4 ສູນປິ່ນປົວສະເພາະທາງ, 17 ໂຮງໝໍແຂວງ, 135 ໂຮງໝໍເມືອງ ແລະ 1.080 ສຸກສາລາ, ມີການຈັດຕັ້ງປະຕິບັດ ນະໂຍບາຍ 5 ດີ 1 ພໍໃຈ ໃນສະຖານທີ່ບໍລິການສາທາລະນະສຸກທົ່ວປະເທດ; ສະໜອງອຸປະກອນການແພດທີ່ທັນສະໄໝ, ໂຮງໝໍເມືອງທຸກແຫ່ງ ໄດ້ມີລົດນໍາສົ່ງຄົນເຈັບ; ການບໍລິການສະເພາະທາງທີ່ທັນສະໄໝຂອງໂຮງໝໍຂັ້ນສູນກາງ ໄດ້ຮັບການຍົກລະດັບ ເປັນຕົ້ນ: ສາມາດຜ່າຕັດຫົວໃຈ, ຜ່າຕັດສະໝອງ ແລະ ກະດູກ; ໂຮງໝໍແຂວງ ສາມາດໃຫ້ການບໍລິການຜ່າຕັດໃຫຍ່ໄດ້ ແລະ ໂຮງໝໍເມືອງ 35 ແຫ່ງ ສາມາດຜ່າຕັດຊ່ວຍເກີດລູກ ແລະ ແກ້ໄຂກໍລະນີສຸກເສີນຕ່າງໆໄດ້.
ການຄຸ້ມຄອງ ພະນັກງານ ຂະແໜງສາທາລະນະສຸກ ໄດ້ຫັນເປັນທັນສະໄໝ, ໄດ້ຄົ້ນຄວ້າສ້າງ ດໍາລັດວ່າດ້ວຍລັດຖະກອນແພດ, ຍຸດທະສາດພັດທະນາພະນັກງານສາທາລະນະສຸກຮອດປີ 2030, ມີຖານຂໍ້ມູນພະນັກງານ ທີ່ທັນສະໄໝ ເຊື່ອມຕໍ່ກັນທາງອອນລາຍ ແຕ່ສູນກາງຮອດທ້ອງຖິ່ນ, ເຮັດໃຫ້ສາມາດຄຸ້ມຄອງ ຂໍ້ມູນພະນັກງານ ມີຄວາມສະດວກວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ, ປະຈຸບັນ ຂະແໜງສາທາລະນະສຸກ ມີພະນັກງານ-ລັດຖະກອນ ທັງໝົດ 19.316 ຄົນ (ຍິງ 12.693 ຄົນ), ໃນນັ້ນ, ຂັ້ນສູນກາງ ກວມ 18%, ຂັ້ນແຂວງ 24,76%, ຂັ້ນເມືອງ 36,9%, ຂັ້ນສຸກສາລາ ກວມ 19,9%. ແຍກຕາມລະດັບວິຊາສະເພາະ ມີລະດັບປະລິນຍາເອກ ກວມ 0,2%, ຊ່ຽວຊານຂັ້ນ II 0,1%, ຊ່ຽວຊານຂັ້ນ I 4,3%, ປະລິນຍາໂທ 4%, ປະລິນຍາຕີ 22,9%, ຊັ້ນສູງ 23,4%, ຊັ້ນກາງ 37,3%, ຊັ້ນຕົ້ນ ກວມ 7,7%; ນອກນັ້ນຍັງ ມີພະນັກງານສັນຍາຈ້າງ ຕາມສັນຍາທີ່ກົມກອງຈ້າງເອງ ແລະ ມີອາສາສະໝັກ 6.701 ຄົນ, ຍິງ 4.798 ຄົນ, ໃນນັ້ນ ຂັ້ນສູນກາງມີ 935 ຄົນ, ຍິງ 644 ຄົນ, ຂັ້ນແຂວງ 234 ຄົນ, ຍິງ 140 ຄົນ; ການກໍ່ສ້າງ-ບໍາລຸງສ້າງພະນັກງານ ໄລຍະ 5 ປີຜ່ານມາ ສາມາດຮັບນັກສຶກສາເຂົ້າຮຽນ ພາຍໃນປະເທດ 8.148 ຄົນ, ຍິງ 4.183 ຄົນ ແລະ ຕ່າງປະເທດ 225 ຄົນ, ຍິງ 107 ຄົນ ແລະ ມີນັກສຶກສາຮຽນຈົບ ພາຍໃນປະເທດ 6.698 ຄົນ, ຍິງ 4.681 ຄົນ ແລະ ຕ່າງປະເທດ 223 ຄົນ, ຍິງ 126 ຄົນ; ເຂົ້າຮ່ວມຝຶກອົບຮົມ 8.714 ເທື່ອຄົນ ໃນນັ້ນ ຕ່າງປະເທດ 614 ເທື່ອຄົນ.
ຕະຫຼອດໄລຍະແຫ່ງການນໍາພາຂອງພັກທີ່ເວລາໃດກໍ່ໄດ້ເອົາໃຈໃສ່ຕໍ່ບັນຫາສຸຂະພາບຂອງປະຊາຊົນ ເຮັດໃຫ້ສຸຂະພາບຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນ ເຊິ່ງສະແດງອອກຄື: ອັດຕາການຕາຍຂອງແມ່ ແຕ່ປີ 2015 ເຖິງປະຈຸບັນ ເຫັນວ່າມີທ່າອ່ຽງຫຼຸດລົງ, ອາຍຸຍືນສະເລ່ຍຂອງປະຊາຊົນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 51 ປີ ໃນປີ 1986 ເປັນ 73 ປີ ໃນປີ 2024.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ບຸນແຝງ ພູມມະໄລສິດ ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ກະຊວງສາທາລະນະສຸກ ໄດ້ມີຄໍາເຫັນອວຍພອນໄຊໃຫ້ການນຳພັກ-ລັດ ມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າທີ່ພັກ-ລັດ, ປະເທດຊາດ ກໍ່ຄືການຈັດຕັ້ງ ແລະ ປະຊາຊົນໄດ້ມອບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາ ເຮັດໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ຕາມຈຸດປະສົງສັງຄົມນິຍົມ ທີ່ພັກໄດ້ວາງຄາດໝາຍໄວ້ຢ່າງມີໄຊ...ຯ