ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 28/03/2025

ໂດຍ: ພອນສະຫວັນ

        ໃນວັນທີ 20 ມີນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ວິທະຍາເຂດດົງໂພສີ ກະຊວງສາທາລະນະສຸກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955 - 22 ມີນາ 2025) ແລະ ເຊື່ອມຊຶມ ເອກະສານສໍາຄັນຂອງພັກ ຂອງຊາດ ໂດຍການເປັນປະທານຂອງສະຫາຍ ບຸນແຝງ ພູມມະໄລສິດ ກຳມະ ການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອນເມກ ດາລາລອຍ ອະດີດກຳມະການສູນກາງພັກ, ອະດີດເລຂາຄະນະພັກກະຊວງ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ອະດີດການນໍາສະມາຊິກພັກອາວຸໂສບໍານານ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີດັ່ງກ່າວ ສະຫາຍ ປອນເມກ ດາລາລອຍ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງ ຂະບວນການວິວັດແຫ່ງການກໍາເນີດຂອງພັກປະຊາຊົນປະຕິວັດລາວ ກໍ່ຄືພັກປະຊາຊົນລາວໃນເມື່ອກ່ອນ, ຕະຫຼອດໄລຍະ 70 ປີ ແຫ່ງການຊີ້ນໍາ-ນຳພາຂອງພັກ ໄດ້ເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກດ້ວຍທ່ວງທ່າໃໝ່ໃນແຕ່ລະໄລຍະ, ນໍາພາຕໍ່ສູ້ປົດປ່ອຍຊາດ ແລະ ນໍາພາປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ ເພື່ອກ້າວຂຶ້ນຈຸດໝາຍທີ່ພັກວາງໄວ້. ຈາກນັ້ນ, ສະ ຫາຍ ບຸນແຝງ ພູມມະໄລສິດ ໄດ້ໃຫ້ກຽດເລົ່າມູນເຊື້ອກ່ຽວກັບວັນຄຽດແຄ້ນຂອງປະຊາຊົນລາວ,  ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ 1946 ເຊິ່ງເປັນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ; ເມື່ອຫວນຄືນປະຫວັດສາດຂອງຊາດລາວເຮົາ ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງຂອງໜ່ວຍພັກເມືອງທ່າແຂກ ແລະ ເຫດການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ແລະ ຄວາມໝາຍສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງດັ່ງກ່າວ.

        ໃນວາລະກອງປະຊຸມ ສະຫາຍ ນາງ ອາພອນ ວິຊາເທບ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ສະມາຊິກພັກ ຈໍານວນ 93 ສະຫາຍ, ຍິງ 30 ສະຫາຍ, ໃນນັ້ນ ສະມາຊິກພັກບໍານານ 86 ສະຫາຍ, ຍິງ 28 ສະຫາຍ, ສະມາຊິກພັກປະຈໍາການ 7 ສະຫາຍ, ຍິງ 2 ສະຫາຍ ເຊິ່ງແມ່ນຜູ້ທີ່ມີຜົນງານຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ; ໃຫ້ກຽດປະດັບຫຼຽນ ກາລະນຶກໂດຍ ສະຫາຍ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ.