ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຄະນະພັກຮາກຖານ ທຄຕລ ຄັ້ງທີ v
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 22/05/2025

ໂດຍ: ອານຸລັກ

     ໃນວັນທີ 18 ພຶດສະພາ 2025 ຄະນະພັກຮາຖານ ທະນາຄານການຄ້າຕ່າງປະເທດ (ທຄຕລ) ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ v ຂອງຕົນຂຶ້ນ ທີ່ໂຮງແຮມ ລາວພາຊາ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສາຍສະໝອນ ຈັນທະຈັກ ເລຂາຄະນະພັກຮາກຖານ ທຄຕລ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລຂຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ, ມີຄະນະພັກຮາກຖານ ທຄຕລ, ບັນດາສະຫາຍທີ່ຕາງນ້າຮາກຖານອ້ອມຂ້າງຄະນະພັກ ທະນາຄານແຫ່ງ ສປປ ລາວ, 3 ອົງການຈັດຕັ້ງມະຫາຊົນ, ແຂກ ທີ່ຖືກເຊີນເຂົ້າຮ່ວມ ທັງໝົດ 114 ສະຫາຍ, ຍິງ 48 ສະຫາຍ.

     ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຕີລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວນໍາພາ-ຊີ້ນໍາຂອງຄະນະພັກຮາກຖານ ທຄຕລ ໃນໄລຍະ 5 ປີຜ່ານມາ (2020-2024) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມໃນ 5 ປີຕໍ່ໜ້າ (2025-2029); ຜ່ານຮ່າງແຜນຍຸດທະສາດພັດທະນາ ທຄຕລ (2025-2029) ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ຮ່າງເອກະສານດັ່ງກ່າວ. ເຊິ່ງໄດ້ວາງຄາດໝາຍຊູ້ຊົນໃນ 5 ປີຕໍ່ໜ້າດັ່ງນີ້: ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ຄຽງຄູ່ການເສີມຂະຫຍາຍຫົວຄິດປະດິດສ້າງໃນການພັດທະນາ, ສ້າງ ທຄຕລ ໃຫ້ເປັນທະນາຄານທີ່ເຂັ້ມແຂງ, ທັນສະໄໝ ແລະ ໄດ້ມາດຕະຖານສາກົນ, ຮັບປະກັນການຂະຫຍາຍຕົວຂອງທຸລະກິດໃຫ້ມີຄວາມສະຖຽນ, ເຂັ້ມແຂງທາງດ້ານການເງິນ, ສ້າງຜົນປະໂຫຍດທີ່ຍືນຍົງໃຫ້ຜູ້ຖືຮຸ້ນ ແລະ ພັດທະນາໃຫ້ທັນສະໄໝ ແລະ ນໍາໃຊ້ນະວັດຕະກໍາໃໝ່ໃນທຸລະກິດທະນາຄານ.

     ພ້ອມນີ້, ບັນດາຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ທຄຕລ ຊຸດໃໝ່ ແລະ ຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ v ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ(ທຫລ). ຜົນຂອງການເລືອກຕັ້ງບົນພື້ນຖານຄວາມຖືກຕ້ອງສອດຄ່ອງຕາມມາດຕະຖານ-ເງື່ອນໄຂທີ່ກໍານົດໄວ້ໂດຍມີຜູ້ສະໝັກເລືອກຕັ້ງ 12 ສະຫາຍ, ຍິງ 04 ສະຫາຍ ເລືອກເອົາ 09 ສະຫາຍ, ຍິງ 04 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບ ເລືອກເອົາ:

  1. ສະຫາຍ ນາງ ສານສະໝອນ ຈັນທະຈັກ ເປັນເລຂາຄະນະພັກຮາກຖານ
  2. ສະຫາຍ ນັນທະລາດ ແກ້ວປະເສີດ ເປັນຮອງເລຂາຄະນະພັກຮາກຖານ
  3. ສະຫາຍ ກົງສັກ ສຸພອນສີ ເປັນຄະນະປະຈໍາພັກ, ທັງເປັນປະທານກວດກາພັກ

     ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 11 ສະຫາຍ ແລະ ສໍາຮອງ 03 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ v ຂອງອົງຄະນະພັກ ທຫລ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

     ໃນໂອກາດເຂົ້າຮ່ວມກອງປະຊຸມສະຫາຍ ນາງ ວັດທະນາ ດາລາລອຍ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າ ໃນການນໍາພາ-ຊີ້ນໍາສະມາຊິກພັກ-ພະນັກງານ ປະຕິບັດໜ້າທີ່ການເມືອງຍາດໄດ້ຜົນສຳເລັດຫຼາຍດ້ານ ແລະ ໄດ້ມີທິດຊີ້ນໍາຕໍ່ຄະນະພັກຊຸດໃໝ່ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ສືບຕໍ່ປັບປຸງ ແລະ ກໍ່ສ້າງຮາກຖານພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄຽງຄູ່ກັບການຂະຫຍາຍສະມາຊິກພັກໃຫ້ຮັບປະກັນຄຸນນະພາບ ເພື່ອເປັນກໍາລັງແຮງຕົ້ນຕໍໃນການປະຕິບັດໜ້າທີ່ການເມືອງ; ເອົາໃຈໃສ່ປັບປຸງແບບແຜນການນໍາພາວິທີການເຮັດວຽກ ຖືຄວາມສາມັກຄີເປັນປຶກແຜ່ນແບບຢ່າງນໍາໜ້າ, ຕີຖອຍປະກົດການຫຍໍ້ໃນທຸກຮູບແບບ. ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ການເມືອງໃນວຽກງານວິຊາສະເພາະໂດຍສະເພາະເປັນ ເສນາທິການໃຫ້ຂັ້ນເທິງໃນການປະຕິບັດໜ້າທີ່ວຽກງານໃຫ້ປະສົບຜົນສໍາເລັດ.