ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ສະມາຊິກສະຫະພັນກໍາມະບານອົງການກວດສອບແຫ່ງລັດ ຄັ້ງທີ III
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 05/06/2025

ຂ່າວ ແລະ ພາບ: ນາງ ລັດດາວັນ ສີຫານຸວົງ

     ກອງປະຊຸມໃຫຍ່ສະມາຊິກສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 03 ມິຖຸນາ 2025​ ຢູ່ຫ້ອງປະຊຸມອົງການກວດສອບແຫ່ງລັດ (ອກສລ) ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ, ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ຈັນທະວິໄລ ອີນຊີວິລາດ ປະທານສະຫະພັນກໍາມະບານອົງການກວດສອບແຫ່ງລັດ, ມີສະມາຊິກກຳມະບານທົ່ວອົງການກວດສອບແຫ່ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ 214 ສະຫາຍ, ຍິງ 87 ສະຫາຍ.

     ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ພວມອອກແຮງຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງສູນກາງສະຫະພັນກໍາມະບານລາວ, ພ້ອມກັບຂະບວນການແຂ່ງຂັນສ້າງຜົນງານສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກຂອງຊາດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ພ້ອມນີ້ ກໍເພື່ອເປັນການກະກຽມຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III ທີ່ຈະໄຂຂື້ນໃນມໍ່ໆນີ້.        

     ໃນວາລະກອງປະຊຸມ ໄດ້ມີພິທີມອບທຸງໄຊ 5 ເປັນເຈົ້າ ເພື່ອຢັ້ງຢືນເຖິງຜົນງານອັນພົ້ນເດັ່ນຂອງຄະນະບໍລິຫານງານກໍາມະບານ, ໜ່ວຍກໍາມະບານຮາກຖານ ຂອງອົງການກວດສອບແຫ່ງລັດ ໃນສະໄໝທີ່ຜ່ານມາ, ພ້ອມດຽວກັນນັ້ນ ກໍໄດ້ມີພິທີປະດັບຫຼຽນກາກໍາມະບານ ໃຫ້ແກ່ຄະນະນຳອົງການ ແລະ ບັນດາສະມາຊິກກໍາມະບານທີ່ມີຜົນງານພົ້ນເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຊີ້ນໍາວຽກງານຂອງກໍາມະບານ ໃນໄລຍະຜ່ານມາ ຈໍານວນ 89 ສະຫາຍ.