ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກກະຊວງສາທາລະນະສຸກ ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.
ຈຳນວນຜູ້ອ່ານ: 104
ອະນຸມັດວັນທີ: 09/06/2025

ໂດຍ: ແສງຄຳ ຈິດຕະວົງ

     ໃນວັນທີ 2 ມິຖຸນາ 2025 ທີ່ຫ້ອງປະຊຸມໂຮງໝໍມະໂຫສົດ, ຄະນະພັກກະຊວງສາທາລະນະສຸກ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ບັນດາຮາກຖານພັກອ້ອມຂ້າງກະຊວງຂອງຕົນ ໂດຍການເປັນປະທານຂອງສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ສະຫາຍ ດຣ. ນາງ ແສງຈັນ ຈັນທະສຸກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການກວດກາໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ໂດຍຍົກໃຫ້ເຫັນຜົນງານໃນໄລຍະຜ່ານມາ ຄະນະພັກ-ຄະນະນໍາໄດ້ນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍເນື້ອໃນຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນໃນທົ່ວອົງຄະນະພັກກະຊວງ ແລະ ໄດ້ຕິດຕາມ, ຊຸກຍູ້, ການປະເມີນຢູ່ແຕ່ລະຮາກຖານພັກ ໂດຍໄດ້ແບ່ງໃຫ້ຄະນະປະຈໍາພັກກະຊວງ ແລະ ແຕ່ງຕັ້ງທີມງານຂັ້ນກະຊວງຮັບຜິດຊອບຕິດຕາມແຕ່ລະໜ່ວຍພັກ, ແຕ່ລະສາຍແຜນງານ. ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາບັນດາຮາກຖານພັກ ແລະ ສະມາຊິກພັກໄດ້ດັ່ງນີ້: ໜ່ວຍພັກປະເພດແຂງ ມີຈຳນວນ 64 ໜ່ວຍພັກ ກວມ 90,14%, ໜ່ວຍພັກປະເພດກາງ ຈໍານວນ 7 ໜ່ວຍພັກ ກວມ 9,85% ແລະ ບໍ່ໄດ້ຈັດປະເພດ ຈຳນວນ 14 ໜ່ວຍພັກ (ເນື່ອງຈາກເປັນໜ່ວຍພັກແຍກໃໝ່, ມີແຕ່ສ້າງແຜນຍັງບໍ່ໄດ້ປະເມີນ) ແລະ ຜ່ານການປະເມີນບຸກຄົນສະມາຊິກພັກ ສາມາດຕີລາຄາໄດ້ສະມາຊິກພັກແຂງ ຈຳນວນ 1.591 ສະຫາຍ, ຍິງ 910 ສະຫາຍ ກວມ 82,22%, ສະມາຊິກພັກກາງ ຈໍານວນ 22 ສະຫາຍ, ຍິງ 7 ສະຫາຍ ກວມ 1,15% ແລະ ບໍ່ໄດ້ຈັດປະເພດຈໍານວນ 322 ສະຫາຍ, ຍິງ 136 ສະຫາຍ ກວມ 16,64% (ໃນນັ້ນ, ເປັນສະມາຊິກພັກນໍານານ 213 ສະຫາຍ, ຍິງ 72 ສະຫາຍ, ສະມາຊິກພັກສໍາຮອງ 10 ສະຫາຍ ແລະ ພັກປິ່ນປົວສຸຂະພາບ 1 ສະຫາຍ, ໄປຮຽນຕໍ່ 2 ສະຫາຍ ແລະ ສະມາຊິກພັກນັກສຶກສາ 96 ສະຫາຍ, ຍິງ 58 ສະຫາຍ).

     ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນຮາກຖານພັກຈຳນວນໜຶ່ງ ຍັງກຳນົດເນື້ອໃນການກໍ່ສ້າງຮາກຖານພັກບາງດ້ານບໍ່ທັນຈະແຈ້ງຮັດກຸມ, ຍັງມີລັກສະນະລວມໆ, ເນື້ອໃນການຕີລາຄາທາງດ້ານການເມືອງ-ແນວຄິດ ຍັງມີລັກສະນະນາມມະທຳ, ບໍ່ທັນມີຕົວຊີ້ວັດທີ່ລະອຽດຊັດເຈນ, ວິທີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຍັງບໍ່ທັນໄປຕາມແຜນການທີ່ໄດ້ກຳນົດໄວ້; ການປະເມີນຜົນຍັງບໍ່ເປັນໄປຕາມວັນເວລາທີ່ກຳນົດໄວ້, ບາງໜ່ວຍພັກດຳເນີນໂດຍຮີບດ່ວນແລ່ນນຳເວລາ ເຮັດໃຫ້ຄຸນນະພາບບໍ່ໄດ້ຕາມຄາດໝາຍ.

     ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງດັ່່ງກ່າວ, ທິດທາງໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2025 ຄະນະພັກ, ຄະນະນຳ, ສະມາຊິກພັກ ຕ້ອງຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນເນື້ອໃນກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສືບຕໍ່ລົງຊຸກຍູ້ຂະບວນການຢູ່ຂັ້ນຂອງຕົນ ໃຫ້ມີແຜນການ ແລະ ກຳນົດເປົົ້າໝາຍໜ່ວຍພັກທີ່ຈະສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ລະອຽດ ເພື່ອສະດວກໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດຕົວຈິງ.

     ໃນພິທີດັ່ງກ່າວ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃບຍ້ອງຍໍໃຫ້ໜ່ວຍພັກ ແລະ ສະມາຊິກພັກທີ່ໄດ້ປະເພດແຂງ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານ-ຜົນສຳເລັດຂອງບັນດາຮາກຖານພັກ ແລະ ເນັ້ນໃຫ້ບັນດາໜ່ວຍພັກຈົ່ງພ້ອມກັນຮັກສາມູນເຊື້ອ ແລະ ສືບຕໍ່ສ້າງຂະບວນການແຂ່ງຂັນໃນປີຕໍ່ໄປໃຫ້ເປັນປົກກະຕິ, ຕໍ່ເນື່ອງ  ແລະ ບັນລຸມາດຖານເງື່ອນໄຂທີ່ທາງກົມການເມືອງສູນກາງພັກໄດ້ກຳນົດໄວ້...ຯ