ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ- ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປີ 2024
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 16/06/2025

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ບານ ມູນປະເສີດ.

     ປະຕິບັດຕາມຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 177/ຄຈສພ, ລົງວັນທີ 28 ກຸມພາ 2025,  ໃນວັນທີ 12 ມິຖຸນາ 2025 ກະຊວງ​ສາທາລະນະ​ສຸກ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງສະຫາຍ ປອ. ດຣ. ບຸນແຝງ ພູມມາໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ  ລັດຖະມົນຕີກະຊວງສາທາລະນະສຸກ, ມີ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ບັນດາແຂວງ ແລະ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ ທັງໝົດ 205 ທ່ານ, ຍິງ 98 ທ່ານ ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025. ໃນບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ໄດ້ວາງໄວ້ ໃນປີຜ່ານມາ ເຊິ່ງຖືກຕ້ອງກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ຍາດມາໄດ້ເພື່ອສືບຕໍ່ເສີມຂະຫຍາຍ, ຈຸດດີທີ່ພົ້ນເດັ່ນ, ຈໍາກັດຈຸດອອ່ນຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ, ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ຄ່ຽງຄູ່ກັນນີ້ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງພາວະວິໄສຕໍ່ທິດທາງຄາດໝາຍ ແລະ ໜ້າທີວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທີ່ຈະຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃນປີຕໍ່ໄປ, ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກເຮົາໃນເງື່ອນໄຂໃໝ່; ປະຕິບັດການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ໃຫ້ເປັນຮູບປະທໍາຕົວຈິງ ພ້ອມທັງຮັບປະກັນໃຫ້ມີຖັນແຖວພະນັກງານ-ສະມາຊິກພັກໃຫ້ມີຄວາມໜັກແໜ້ນ ເພື່ອສືບຕໍ່ເປັນພະນັກງານສືບທອດປ່ຽນແທນໃນທຸກຕໍາແໜ່ງງານ.

     ໃນວາລະກອງປະຊຸມ ໄດ້ຈັດໃຫ້ມີການຍ້ອງຍໍຜົນງານ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ປອ. ດຣ. ບຸນແຝງ ພູມມາໄລສິດ, ເຊິ່ງການຍ້ອງຍໍປະກອບມີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955 - 25 ມີນາ 2025) ໃຫ້ການນໍາກະຊວງ 3 ທ່ານ, ມອບໃບຍ້ອງຍໍຂັ້ນກະຊວງສາທາລະນະສຸກ ໃຫ້ແກ່ບຸກຄົນທີ່ໄດ້ທຸ້ມເທເຫື່ອແຮງສະຕິປັນຍາເຂົ້າໃນການແປ, ສັງລວມ, ຈັດພິມປຶ້ມແບບຮຽນດ້ານຄຸນນະພາບນ້ຳດື່ມ ແລະ ຄວາມຮູ້ລັກສະນະທາງດ້ານເຄມີ, ຟິຊິກ ເຊິ່ງໄດ້ມອບໃຫ້ກົມຈັດຕັ້ງເພື່ອສົ່ງມອບຕໍ່ໃຫ້ສະຖານການສຶກສາສາທາລະນະສຸກ ປະກອບເຂົ້າໃນການຮຽນການສອນ, ມອບໃບຍ້ອງຍໍຂັ້ນກະຊວງສາທາລະນະສຸກໃຫ້ແກ່ບຸກຄົນ 8 ທ່ານ, ອົງການ, ກົມກອງ 14 ພາກສ່ວນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອທາງດ້ານວິຊາການ, ສະໜັບສະໜູນ ເຂົ້້າໃນກອງປະຊຸມຊັບພະຍາກອນມະນຸດ ສາທາລະນະສຸກອາຊີປາຊິຟິກ ຄັ້ງທີ 13 ທີ່ ສປປ ລາວເປັນເຈົ້າພາບ, ມອບໃບຍ້ອງຍໍຂັ້ນກະຊວງ ໃຫ້ແກ່ໂຮງໝໍນ້ອຍ ແລະ ສຸກສາລາດີເດັ່ນດ້ານການປະຕິບັດໜ້າທີ່ຂອງພະນັກງານປະຈຳປີ 2024 ແລະ ມອບໃບຢັ້ງຢືນຮັບຮອງຄຸນນະພາບສະຖານການສຶກສາສາທາລະນະສຸກ, ໃຫ້ແກ່ໂຮງຮຽນສາທາລະນະສຸກແຂວງຄຳມ່ວນ.

     ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກສະຫາຍ ປອ. ດຣ. ບຸນແຝງ ພູມມາໄລສິດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສາທາລະນະສຸກ ກ່ອນອື່ນ ສະຫາຍໄດ້ ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນປີຜ່ານມາ ແລະ ເນັ້ນໃຫ້ຄະນະພັກ, ຄະນະນໍາ ແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ  ຢ່າງເປັນປົກກະຕິ ເພື່ອໃຫ້ຮັບຮູ້, ເຂົ້າໃຈ ຕໍ່ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ປະເທດເຮົາໃນປັດຈຸບັນ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັບຜິດຊອບສູງ ໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ຮັບການມອບໝາຍໃຫ້ນັບມື້ດີຂຶ້ນ; ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງກຳແໜ້ນສະພາວະຄວາມເປັນຈິງ, ຫຼີກຫຼ່ຽງການກ່າຍແບບ, ສຳຄັນທີ່ສຸດແມ່ນໃຫ້ຄະນະພັກ, ສະມາຊິກພັກ ຮູ້ເຄື່ອນໄຫວຕາມສິດ ແລະ ໜ້າທີ່ ຊຶ່ງໄດ້ກໍານົດໃນກົດລະບຽບຂອງພັກ ສ້າງຄະນະໜ່ວຍພັກໃຫ້ຮູ້ນໍາພາ ແລະ ຮັບປະກັນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 05 ຫຼັກການ ແລະ 03 ທິດນໍາ ຂອງພັກ, ການຂະຫຍາຍສະມາຊິກພັກ ເປັນວຽກໜຶ່ງທີ່ມີຄວາມສໍາຄັນ, ຖ້າຄະນະພັກເລືອກເອົາບຸກຄະລາກອນທີ່ມີມາດຕະຖານຄົບຖ້ວນ ກໍ່ຈະເປັນກໍາລັງແຮງໃຫ້ແຕ່ລະໜ່ວຍພັກ ໃນການປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ທີ່ພັກ-ລັດ ວາງອອກແຕ່ລະໄລຍະ, ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງສະມາຊິກພັກ, ຕິດຕາມຊຸກຍູ້ການດໍາເນີນຊີວິດການເມືອງຂອງແຕ່ລະໜ່ວຍພັກ ໂດຍກຳນົດເນື້ອໃນ, ຂັ້ນຕອນການດຳເນີນ, ມີບົດສະຫຼຸບ, ມີບົດບັນທຶກຜົນການດໍາເນີນຊີວິດການເມືອງໃນແຕ່ລະຄັ້ງ; ເອົາໃຈໃສ່ກວດກາ, ປະເມີນຄວາມຄືບໜ້າໃນການປະຕິບັດໜ້າທີ່ການເມືອງຕົວຈິງ, ລົງເລິກວິເຄາະ, ໄຈ້ແຍກ ຈຸດທີ່ຍັງບໍ່ສາມາດປະຕິບັດໄດ້ ໃນການພິຈາລະນາຕໍ່ຄວາມຮັບຜິດຊອບຂອງແຕ່ລະບຸກຄົນໃນຄະນະພັກ ແລະ ສະມາຊິກພັກ ເພື່ອສະຫຼຸບຕີລາຄາຄຸນນະພາບຂອງໜ່ວຍພັກ, ສະມາຊິກພັກ ໃຫ້ສອດຄ່ອງກັບຄວາມເປັນຈິງ, ພະນັກງານເປັນຜູ້ຕັດສິນຜົນໄດ້ຜົນເສຍຂອງການປະຕິບັດວຽກງານ, ສະນັ້ນ ເມື່ອເຫັນໄດ້ຄວາມສໍາ ຄັນຄືດັ່ງກ່າວ ຄະນະພັກທຸກຂັ້ນຕ້ອງໄດ້ເອົາໃຈໃສ່ໃນການບໍາລຸງ-ກໍ່ສ້າງພະນັກງານ ຢ່າງເປັນປົກກະຕິ, ຕໍ່ເນື່ອງ, ການສ້າງພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ແມ່ນຮັບປະກັນໂຄງປະກອບດ້ານ ເພດ, ເຜົ່າ ແລະ ຮຸ່ນອາຍຸ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງວາງອອກ; ການຄົ້ນຄວ້າ, ພິຈາລະນາຕົກລົງໃນການແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ຕ້ອງໄດ້ພົວພັນສົມທົບເອກະພາບ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ມີເອກະສານຢັ້ງຢືນຄັກແນ່ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະເພາະໜ້າ ແລະ ຍາວນານ.