ໂດຍ: ພິດສະໄໝ ວິໄລຮັກ
ວັນທີ 13 ມິຖຸນາ 2025 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມວຽກງານກວດກາ ປະຈຳປີ 2024 ຢູ່ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີສະຫາຍ ປອ. ດາວບົວລະພາ ບາວົງເພັດ ຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານກວດກາຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ ແລະ ສາຂາ ທຫລ ປະຈຳພາກ ເຂົ້າຮ່ວມ ທັງໝົດ 180 ສະຫາຍ, ຍິງ 69 ສະຫາຍ.
ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ທຫລ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ສະເໜີໂດຍສະຫາຍ ວຽງສະຫວັນ ໄຊຍະວົງ ຄະນະພັກ, ຮອງປະທານຄະນະກວດກາພັກ ທຫລ ເຊິ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດທີ່ຄວນເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໄປສູ່ຄຸນະພາບໃໝ່. ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນກ່ຽວກັບການຕ້ານການສໍ້ລາດບັງຫຼວງຈຳນວນໜຶ່ງ ແລະ ບົດໂອ້ລົມຂອງສະຫາຍ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ. ໃນວາລະກອງປະຊຸມ ໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 29 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ ຢ່າງສົມກຽດ.
ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຜູ້ວ່າການ ທຫລ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນສຳເລັດ ແລະ ເນັ້ນໃຫ້ ສືບຕໍ່ສຸມໃສ່ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ໃນຕໍ່ໜ້າ, ບັນດາຮາກຖານພັກ ທີ່ຍັງບໍ່ທັນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງໄດ້ພ້ອມກັນສູ້ຊົນບຸກບືນ-ຫ້າວຫັນ ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ມີຄວາມເຂັ້ມແຂງ ຄົບຕາມມາດຖານ-ເງື່ອນໄຂ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຕໍ່ໄປ.