ໂດຍ: ພອນປະສິດ ບົວລະພາ
ປະຕິບັດຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ມີຫຼາຍເມືອງໃນທົ່ວປະເທດ ໄດ້ສໍາເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ, ໃນນັ້ນ ອົງຄະນະພັກເມືອງປາກແຊງ ແຂວງຫຼວງພະບາງ ກໍ່ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VII ຂອງຕົນສໍາເລັດ ໃນເດືອນ ກຸມພາ 2025 ມີຜູ້ແທນສົມບູນເຂົ້າຮ່ວມ 112 ສະຫາຍ, ຍິງ 07 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1.400 ສະຫາຍ.
ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາທີ່ສໍາຄັນ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍຜູ້ແທນກອງປະຊຸມ ພາຍໃຕ້ບັນຍາກາດອັນເບີກບານ-ຟົດຟື້ນ, ມີຄວາມສາມັກຄີເປັນເອກະພາບ, ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໄດ້ພ້ອມກັນພິຈາລະນາ, ຄົ້ນຄ້ວາ ແລະ ເປັນເອກະສັນກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VI ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຊີ້ນຳ - ນໍາພາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ ເປັນຕົ້ນ: ສາມາດເຮັດໃຫ້ລະບົບການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງທີ່ຈຳເປັນໄດ້ຮັບການກໍ່ສ້າງຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ຂົງເຂດວັດທະນະທຳ-ສັງຄົມ ກໍໄດ້ຮັບການພັດທະນາໄປຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ. ສັງລວມແລ້ວ ຕະຫຼອດໄລຍະ 5 ປີແຫ່ງການຊີ້ນຳ - ນໍາພາ ຂອງຄະນະບໍລິຫານງານພັກເມືອງ ສະໄໝຜ່ານມາ ໄດ້ເຮັດໃຫ້ ເມືອງປາກແຊງ ມີການຫັນປ່ຽນດີຂຶ້ນຫຼາຍດ້ານ ແລະ ຖືກທິດ.
ຜົນສໍາເລັດທີ່ພົ້ນເດັ່ນ ຈໍານວນໜຶ່ງ ມີດັ່ງນີ້: ການນໍາພາວຽກງານການເມືອງ-ແນວຄິດ ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ, ຊຸກຍູ້ຂະບວນການສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ທັງລວງກວ້າງ ແລະລວງເລິກ; ໄດ້ດໍາເນີນການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກຂອງຊາດ ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົດກວມເອົາ 90% ຂອງເປົ້າໝາຍ, ເຮັດໃຫ້ເປົ້າໝາຍເຂົ້າຮ່ວມ ມີສະຕິຕື່ນຕົວທາງດ້ານການເມືອງ ແລະ ເຄົາລົບລະບຽບ-ກົດໝາຍສູງຂຶ້ນ, ພາຍໃນພັກມີຄວາມສາມັກຄີເອກະພາບເປັນປຶກແຜ່ນແໜ້ນໜາ, ຄະນະພັກ ສາມາດເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີກັບປະຊາຊົນບັນດາເຜົ່າ ໄປພ້ອມກັບການປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມຂອງເມືອງ, ສ້າງບາດກ້າວຂະຫຍາຍຕົວໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ. ດ້ານເສດຖະກິດ ໃນໄລຍະ 5 ປີຜ່ານມາ ເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 4.78% ຕໍ່ປີ, ຈໍານວນບ້ານທຸກຍາກໄດ້ຮັບການແກ້ໄຂຫຼຸດລົງ ກວມ 63,46%.
ພື້ນຖານໂຄງລ່າງດ້ານການຄ້າ-ການບໍລິການ ໄດ້ຮັບການປັບປຸງ ແລະ ຈັດສັນໃໝ່ ໃຫ້ມີຄວາມເໝາະສົມ ໂດຍສະເພາະແມ່ນ ຕະຫຼາດເປືອຍຂອງເມືອງ, ບັນດາຫົວໜ່ວຍທຸລະກິດຜູ້ປະກອບການ ດ້ານກະສິກໍາ, ຫັດຖະກໍາ, ການຄ້າ-ການບໍລິການຕ່າງໆ ໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍ ແລະ ເປີດກວ້າງ ໃຫ້ເຂົ້າເຖິງປະຊາຊົນ ເພື່ອສົ່ງເສີມການຜະລິດ ແລະ ເກັບຊື້ສິນຄ້າ ເປັນປົກກະຕິ; ການຈໍລະຈອນ, ແຈກຢາຍສິນຄ້າ ແມ່ນມີຄວາມສົມດຸນ, ລາຄາສິນຄ້າປະເພດຕ່າງໆ ໄດ້ມີການຄຸ້ມຄອງຕາມລະບຽບການໃນແຕ່ລະໄລຍະ.
ຕາໜ່າງເສັ້ນທາງ ນັບທັງທາງຫຼວງຂອງແຂວງ-ເມືອງ, ເສັ້ນທາງບ້ານຕໍ່ບ້ານ, ເສັ້ນທາງໄປສູ່ເຂດການຜະລິດ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ, ສ້ອມແປງ ແລະ ກໍ່ສ້າງໃໝ່ຈໍານວນໜຶ່ງ; ຕາໜ່າງໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບການປັບປຸງດີຂຶ້ນ, ຫຼາຍບ້ານໄດ້ນໍາໃຊ້ເຄືອຂ່າຍສັນຍານໂທລະສັບ ເປັນປົກກະຕິ; ປະຊາຊົນໄດ້ຊົມໃຊ້ໄຟຟ້າໃນລະບົບນັບມື້ນັບເພີ່ມຂຶ້ນ; ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໄດ້ປະຕິບັດຕາມລະບຽບການ ແລະ ຂັ້ນຕອນທີ່ກົດໝາຍກໍານົດໄວ້; ວຽກງານການເງິນ ໄດ້ຮັບການປັງປຸງດີຂຶ້ນ ເປັນຕົ້ນແມ່ນ ໄດ້ສໍາເລັດການປັບປຸງຖານລາຍຮັບຢ່າງເປັນລະບົບໃນທົ່ວເມືອງ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ຫັນເຂົ້າສູ່ລະບົບທີ່ທັນສະໄໝ ແລະ ເຂັ້ມງວດຫຼາຍຂຶ້ນ ເຮັດໃຫ້ການຂຸດຄົ້ນລາຍຮັບເຂົ້າງົບປະມານ ໄດ້ເພີ່ມຂຶ້ນຈໍານວນໜຶ່ງ; ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງໃຫ້ມີຄວາມຍືນຍົງເພີ່ມຂຶ້ນ, ການຈັດສັນທີ່ດິນ ແລະ ປ່າໄມ້ ໃຫ້ປະຊາຊົນ ຄຸ້ມຄອງ-ນໍາໃຊ້ ໄດ້ປະຕິບັດຕາມລະບຽບກົດໝາຍັ້; ພື້ນຖານໂຄງລ່າງດ້ານການສຶກສາ ໄດ້ຮັບການປັບປຸງ, ຂະບວນການກິລາ, ສິນລະປະວັນນະຄະດີປະເພດຕ່າງໆ ໄດ້ຮັບການຊຸກຍູ້-ສົ່ງເສີມເປັນປົກກະຕິ; ພື້ນຖານໂຄງລ່າງ ດ້ານສາທາລະນະສຸກ ໂຮງໝໍ, ສຸກສາລາ ໄດ້ຮັບອຸປະກອນການແພດທີ່ທັນສະໄໝຫຼາຍຂຶ້ນ, ການບໍລິການຂອງແພດ-ໝໍ ໄດ້ຮັບການປັບປຸງມີຄຸນນະພາບດີຂຶ້ນ; ຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ ໄດ້ເພີ່ມຂຶ້ນກວມໝົດທຸກບ້ານ, ອັນພົ້ນເດັ່ນ ໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ.
ການສ້າງນາມມະຍົດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ໄດ້ ບັນລຸຕາມຄາດໝາຍ. ປະຈຸບັນທົ່ວເມືອງ ມີບ້ານສາມັກຄີ ປອງດອງ 44 ບ້ານ ເພີ່ມຂຶ້ນ 12 ບ້ານ, ເປັນເມືອງສະຫະພັນແມ່ຍິງ 3 ດີ, ເປັນເມືອງສະຫະພັນກໍາມະບານ 5 ເປັນເຈົ້າ 4 ປີ ຊ້ອນ ແລະ ເປັນເມືອງຊາວໜຸ່ມ 4 ບຸກ ໄດ້ຮັບທຸງໄຊນໍາໜ້າຂະບວນການ 4 ບຸກ 4 ປີຊ້ອນ.
ວຽກງານກໍ່ສ້າງພັກ ໄດ້ປະຕິບັດຕາມກົດລະບຽບຂອງພັກ ແລະ ນິຕິກຳກ່ຽວຂ້ອງ ເຮັດໃຫ້ການຈັັດຕັ້ງພັກ ແລະ ຖັນແຖວສະມາຊິກພັກ ມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີສະມາຊິກແຂງກວມ 87%, ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ກວມ 96,66%; ຄະນະພັກແຕ່ລະຂັ້ນໄດ້ຍຶດໝັ້ນ ຕາມຫຼັກການແບບແຜນວິທີນໍາພາຂອງພັກ; ເອົາໃຈໃສ່ຕໍ່ວຽກງານບໍາລຸງ-ກໍ່ສ້າງພະນັກງານ ດ້ວຍການສົ່ງລົງກໍ່ສ້າງຮາກຖານການເມືອງ ແລະ ໄປຍົກລະດັບ ດ້ານທິດສະດີການເມືອງ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມແຜນກໍານົດສ້າງແຕ່ລະໄລຍະ ໂດຍຫັນເປັນໜຸ່ມຫຼາຍຂື້ນ, ມີການຈັດວາງ, ສັບຊ້ອນພະນັກງານ ໃຫ້ເໝາະສົມກັບຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງ ຕິດພັນກັບການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານຕາມລະບຽບການຢ່າງເໝາະສົມ.
ວຽກງານກວດກາ ກໍໄດ້ຮັບການປັບປຸງເຂັ້ມແຂງກວ່າເກົ່າ, ການກວດກາປົກກະຕິ ແລະ ກວດກາສະເພາະກິດ ໄດ້ມີປະສິດທິຜົນຫຼາຍຂຶ້ນ ສາມາດແກ້ໄຂປະກົດການຫຍໍ້ທໍ້, ຄໍາຮ້ອງ-ຄໍາສະເໜີ ຂອງບຸກຄົນ ແລະ ການຈັດຕັ້ງ ທີ່ສວຍໂອກາດລະເມີດລະບຽບກົດໝາຍ ຫຼຸດລົງເປັນກ້າວໆ.
ພ້ອມນີ້, ກອງປະຊຸມຍັງໄດ້ຕີລາຄາຄືນກ່ຽວກັບດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ດັ່ງນີ້:
ຄວາມເປັນແບບຢ່າງນໍາໜ້າ, ການປະຕິບັດພາລະບົດບາດ, ສິດໜ້າທີ່ຢູ່ບາງໜ່ວຍພັກບໍ່ໄດ້ດີ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ຫຼາຍໜ່ວຍ ບໍ່ເຄື່ອນໄຫວຢ່າງແຂງແຮງ, ສະມາຊິກການຈັດຕັ້ງຈໍານວນໜຶ່ງເສື່ອມຄຸນປ່ຽນທາດ, ການປະກາດຮັບຮອງ ນາມມະຍົດຕ່າງໆ ແລ່ນນໍາແຜນການ ແລະ ຕົວຊີ້ວັດທີ່ຂັ້ນເທິງຕັ້ງໄວ້.
ບັນດາຂໍ້ຄົງຄ້າງດັ່ງກ່າວ ກອງປະຊຸມໄດ້ເນັ້ນໜັກໃຫ້ມີການປັບປຸງແກ້ໄຂ ຢ່າງຈິງຈັງ ແລະ ເດັດຂາດ ເພື່ອສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີປະສິດທິຜົນ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກເມືອງ 09 ສະຫາຍ, ຍິງ 01 ສະຫາຍ, ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາສະຫາຍ ດວງເພັດ ຢວນໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມສະນິດ ເຮືອງມະນີ ແລະ ສະຫາຍ ບຸນມີ ຄຸນນະຂັນຕີ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນມີ ຄຸນນະຂັນຕີ ເປັນປະທານກວດກາພັກເມືອງ, ສະຫາຍ ທອງຈັນ ວັນປະເສີດວ່າງ ແລະ ສະຫາຍ ສີໄຫວ ບຸນປະເສີດ ເປັນຮອງປະທານກວດກາພັກເມືອງ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈຳນວນ 14 ສະຫາຍ, ຍິງ 01 ສະຫາຍ ແລະ ຜູ້ແທນສໍາຮອງ ຈຳນວນ 02 ສະຫາຍ, ຍິງ 01 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະໄຂຂຶ້ນໃນທ້າຍປີ 2025.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະແມ່ນບັນຫາການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຂົງເຂດອົງການຈັດຕັ້ງມະຫາຊົນ ຕາມຄວາມອາດສາມາດ ແລະ ສອດຄ່ອງກັບທ່າແຮງຂອງທ້ອງຖິ່ນ ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການບຳລຸງກໍ່ສ້າງພັກ, ພະນັກງານ ແລະ ລະບອບແບບແຜນວິທີການນຳພາຂອງຄະນະພັກ ເພື່ອເປັນທິດຊີ້ນຳໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງປາກແຊງຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.