ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປະກາດການຈັດຕັ້ງ ແຂວງບໍ່ແກ້ວ
ຈຳນວນຜູ້ອ່ານ: 67
ອະນຸມັດວັນທີ: 21/08/2025

ແຫຼ່ງຂ່າວ: ເງິນຫຼົງ ຈິດພູວົງ

ນັກຂ່າວແຂວງບໍ່ແກ້ວ

   ໃນວັນທີ 01 ສິງຫາ 2025 ຢູ່ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ແຕ່ງຕັ້ງ ຮອງເຈົ້າແຂວງບໍ່ແກ້ວຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ພົ.ອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະນໍາຂັ້ນສູນກາງ, ພະນັກງານອາວຸໂສບໍານານ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້້າຮ່ວມຢ່າງພ້ອມພຽງ.

   ໃນພິທີ, ສະຫາຍ ປອ. ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນຳ ວຽກງານຮອບດ້ານ ພາຍໃນແຂວງໄລຍະຜ່ານມາ, ສ່ວນຫຼາຍແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດເປັນກ້າວໆ, ພ້ອມທັງ ຜ່ານທິດທາງແຜນການວຽກງານຈຸດສຸມແຕ່ລະດ້ານໃນຕໍ່ໜ້າ.

   ໃນວາລະ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບ ເລກທີ 20/ກມສພ ວ່າດ້ວຍການອະນຸມັດ ໃຫ້ພະນັກງານການນໍາຂັ້ນສູງ ອອກພັກການຮັບອຸດໜູນບຳນານ, ກົມການເມືອງສູນກາງພັກ ຕົກລົງໃຫ້ສະຫາຍ ປອ. ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ ອອກພັກການ-ຮັບອຸດໜູນບໍານານ; ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ເລກທີ 656/ລຄສພ ວ່າດ້ວຍການແຕ່ງຕັ້ງຮັກສາການແທນ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຄະນະເລຂາທິການສູນກາງພັກ ຕົກລົງ ແຕ່ງຕັ້ງ ສະຫາຍ ພົ.ຈ ແປ້ນຄໍາ ບຸດຈັນແພງ ເປັນຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່), ແຕ່ງຕັ້ງ ສະຫາຍ ພົ.ຈ ສຸກພະຈັນ ສີລາເພັດ ເປັນກຳມະການປະຈໍາພັກແຂວງ ທັງເປັນຮອງເລຂາຄະນະບໍລິຫານງານພັກແຂວງ  ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ໄດ້ມີການເຊັນບົດທຶກມອບ-ຮັບໜ້າທີ່ ຢູ່ໃນພິທີດັ່ງກ່າວຢ່າງສົມບູນ.  