ໂດຍ: ພູວອນ ອານຸວົງ
ໃນລະຫວ່າງວັນທີ 7-8 ສິງຫາ 2025 ນີ້, ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະພັກກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ.
			    ກອງປະຊຸມໃຫຍ່ຄັ້ງນີ້ ເປັນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງກອງທັບປະຊາຊົນລາວ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາ ຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ. ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກບົນພື້ນຖານໄຈ້ແຍກໃຫ້ເຫັນຜົນງານ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຕາມທິດສ້າງກອງທັບ ເປັນກອງທັບປະຕິວັດ, ມີແບບແຜນ, ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ. ພ້ອມກັນນັ້ນ, ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຕາງໜ້າຈາກຄະນະພັກອົງການ-ກົມກອງອ້ອມຂ້າງຈໍານວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກໍາລັງຢູ່ອົງການ-ກົມກອງຂອງຕົນ.
			    ກອງປະຊຸມໃຫຍ່ ຍັງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຊຸດໃໝ່ 35 ສະຫາຍ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 11 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ
2. ສະຫາຍ ພົນຕີ ວົງສອນ ອິນປານພິມ
3. ສະຫາຍ ພົນຕີ ສາຍໃຈ ກົມມະສິດ
4. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ
5. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
6. ສະຫາຍ ພົນຕີ ພັນແສງ ບຸນພັນ
7. ສະຫາຍ ພົນຕີ ວັນທອງ ບຸດຕະວົງ
8. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ
9. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
10. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ
11. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ
1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະພັກ
2) ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງເລຂາຄະນະພັກ
3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ
1) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນປະທານກວດກາພັກ
2) ສະຫາຍ ພັນເອກ ແພງສີ ເສັງວິໄຊ ເປັນຮອງປະທານ
3) ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ເປັນຮອງປະທານ
1. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ
2. ສະຫາຍ ພົນຕີ ວົງສອນອິນປານພິມ
3. ສະຫາຍ ພົນຕີ ສາຍໃຈ ກົມມະສິດ
4. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ
5. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
6. ສະຫາຍ ພົນຕີ ພັນແສງ ບຸນພັນ
7. ສະຫາຍ ພົນຕີ ວັນທອງ ບຸດຕະວົງ
8. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ
9. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
10. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ
11. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ
12. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ
13. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ
14. ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ
15. ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ
16. ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ
17. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ
18. ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ
19. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ
20. ສະຫາຍ ພັນເອກ ສອນໄຊ ຈັນຍາລາດ
21. ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ
22. ສະຫາຍ ພົນຈັດຕະວາ ສີ ທະວີໄຊ
23. ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ
24. ສະຫາຍ ພັນເອກ ໃຈເພັດ ວົງແສນສົມ
25. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ
26. ສະຫາຍ ພັນເອກ ພູເງິນ ພົມເມືອງ
27. ສະຫາຍ ພົນຈັດຕະວາ ປອ ຄຳຜີວ ມະນີວົງ
28. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ
29. ສະຫາຍ ພັນເອກ ແພງສີ ເສັງວິໄຊ
30. ສະຫາຍ ພົນຈັດຕະວາ ປອ ເຜີຍເພັດ ພົມສີຈັນ
31. ສະຫາຍ ພັນເອກ ຄຳກົດ ອິນສີນາ
32. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ
33. ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ
34. ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ
35. ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ
			    ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດການນຳພາລວມຂອງຄະນະພັກຊຸດເກົ່າ ແລະ ເນັ້ນໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ນຳພາກອງທັບ ເດັດຂາດ ໂດຍກົງ ຮອບດ້ານ ຕາມທິດຊີ້ນຳຂອງພັກ ແລະ ພັດທະນາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ທັນສະໄໝ ຖືກຕ້ອງຕາມເຕັກນິກວິຊາການຂອງກອງທັບ.