ໂດຍ: ເກດສະໜາ ວິໄລທອງ
ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ X ຮອບທີ I ໃນວັນທີ 20 ສິງຫາ 2025 ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ (ວິທະຍາເຂດດົງໂພສີ) ໂດຍການເປັນປະທານຂອງ ສະຫາຍ ນາງ ໃບຄໍາ ຂັດຕິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະ ນະສຸກ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກກົມ, ສູນ, ໂຮງໝໍ, ມະຫາວິທະຍາ ໄລ, ໂຮງຮຽນ ແລະ ໂຮງງານຜະລິດຢາ ເຂົ້າຮ່ວມຢ່າງພ້ອມພຽງ.
			    ໃນກອງປະຊຸມ ສະຫາຍ ນາງ ໃບຄໍາ ຂັດຕິຍະ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາ ເປົ້າໝາຍຜູ້ເຂົ້າຮ່ວມທາບທາມ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ກໍາແໜ້ນມາດຖານເງື່ອນໄຂບຸກຄະລາ ກອນ ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຊຸດໃໝ່ ເຊິ່ງພາຍຫຼັງການທາບທາມ ຮອບທີ I ແລ້ວ ຈະໄດ້ຈັດໃຫ້ມີການທາບທາມໃນ ຮອບທີ II ເປັນລໍາດັບຕໍ່ໄປ. ໃນໂອກາດທີ່ມີຄວາມ ໝາຍສໍາຄັນນີ້ ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາ ເປົ້າໝາຍຜູ້ເຂົ້າຮ່ວມທາບທາມ ເອົາໃຈໃສ່ ຄັດເລືອກເອົາຜູ້ທີ່ໄດ້ຕາມມາດຖານ-ເງື່ອນໄຂ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງ ສະ ໄໝທີ X ເຊິ່ງຈະເປັນຜູ້ນໍາພາ-ຊີ້ນໍາວຽກງານຢູ່ໃນຂົງເຂດຕ່າງໆຂອງກະຊວງໃນຕໍ່ໜ້າ ແນໃສ່ນໍາພາຂະ ແໜງສາທາລະນະສຸກ ປະຕິບັດໄດ້ຕາມແຜນຍຸດທະສາດ ກໍ່ຄືແຜນດຳເນີນງານ ຂອງອົງຄະນະພັກກະ ຊວງສາທາລະນະສຸກ ໃຫ້ໄດ້ຮັບໝາກຜົນ ແລະ ມີການພັດທະນາດີຂຶ້ນເລື້ອຍໆ.