ໂດຍ: ພູວອນ ອານຸວົງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VI ໄດ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 5-6 ສິງຫາ 2025 ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົ.ອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
			    ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ V ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້; ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄົ້ນຄວ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ອອກເປັນອັນລະອຽດ ຊຶ່ງໄດ້ກໍານົດເປັນ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການ ແລະ 1 ວາລະແຫ່ງຊາດ, ກໍານົດເປັນແຜນດໍາເນີນງານເປັນແຕ່ລະໄລຍະ ນັບແຕ່ປີ 2021-2025 ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກົມກອງໃຫ້ຫັນເປັນຍຸດທະສາດ ກໍຄືແຜນງານໃຫຍ່ດັ່ງກ່າວ ເປັນມະຕິນໍາພາ, ເປັນແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຂອງຕົນໃນແຕ່ລະໄລຍະ ພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນສໍາເລັດ, ສະແດງອອກວຽກງານພັກ-ວຽກງານການເມືອງ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ ເປັນຕົ້ນແມ່ນນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ແລະ ເອກະສານສຳຄັນອື່ນໆ; ປັບປຸງພາຫະນະເຕັກນິກຮັບໃຊ້ວຽກງານສື່ ປກສ ເຊັ່ນ: ໂທລະພາບ, ວິທະຍຸ, ສື່ສິ່ງພິມຕ່າງໆມີຄຸນນະພາບດີຂຶ້ນ; ຜ່ານການສຶກສາອົບຮົມການເມືອງ-ນໍາພາແນວຄິດເຫັນວ່າສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮັກສາໄດ້ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.
			    ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະຢ່າງມີຜົນສໍາເລັດຮອບດ້ານ ຊຶ່ງສະແດງອອກເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ປັດຈຸບັນ, ອົງຄະນະພັກກະຊວງມີ 14 ອົງຄະນະພັກ ແລະ 3 ໜ່ວຍພັກຮາກຖານຂຶ້ນກັບ, ມີຮາກຖານພັກທັງໝົດ 380 ໜ່ວຍ.
ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຈະສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ປັບປຸງກຳລັງ ປກສ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ-ວິຊາການ, ສືບຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການ, ວຽກງານວິຊາສະເພາະເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.
			    ເພື່ອສືບຕໍ່ນຳພາວຽກງານໃນຕໍ່ໜ້າ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງ ປກສ ຊຸດໃໝ່ 27 ສະຫາຍ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ.
			    ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 9 ສະຫາຍ, ຍິງ 1 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1) ສະຫາຍ ພົ.ອ ວິໄລ ຫຼ້າຄຳຟອງ
2) ສະຫາຍ ພົ.ທ ຄໍາກິ່ງ ຜຸຍຫຼ້າມະນີວົງ
3) ສະຫາຍ ພົ.ຕ ສຸລິນະ ແກ້ວປະເສີດ
4) ສະຫາຍ ພົ.ຈວ ນາງ ລີວົງ ລາວລີ
5) ສະຫາຍ ພົ.ຈວ ໜູຈອນ ກ້ອນທອງດໍາ
6) ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ
7) ສະຫາຍ ພົ.ຈວ ແອນ ອຸ່ນອານົງນຸດ
8.) ສະຫາຍ ພົ.ຈວ ກອງສະຫວັດ ບຸນລ້ຽງ
9) ສະຫາຍ ພົ.ຈວ ປອ. ສີສົມໄຊ ແກ້ວບຸນພັນ
ເລືອກເອົາ ເລຂາ ແລະ ຮອງເລຂາພັກ ດັ່ງນີ້:
1) ສະຫາຍ ພົ.ອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ
2) ສະຫາຍ ພົ.ທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາຄະນະພັກ
3) ສະຫາຍ ພົ.ຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ
ເລືອກເອົາ ປະທານ ແລະ ຮອງປະທານກວດກາພັກ ດັ່ງນີ້:
1) ສະຫາຍ ພົ.ຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ
2) ສະຫາຍ ພົ.ຈວ ຊາຍຄອງ ເພັດຊະວົງ ເປັນຮອງປະທານ
3) ສະຫາຍ ພັ.ອ ສຸພັນທອງ ໄຄ້ຍະວົງ ເປັນຮອງປະທານ
4) ສະຫາຍ ພັ.ອ ສຸວັນ ທອງຈະເລີນ ເປັນຮອງປະທານ
			    ການເລືອກເອົາການນໍາສູງສຸດຂອງພັກ ເຊິ່ງເປັນຕົວແທນສະມາຊິກພັກທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບໃນເທື່ອນີ້ ໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມ ຕາມການນໍາພາ-ຊີ້ນໍາອັນໜັກແໜ້ນຂອງພັກ.