ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 08/09/2025

        ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ຈັດຂຶ້ນລະຫວ່າງວັນທີ 6-7 ສິງຫາ 2025 ທີ່ສະໂມສອນຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ. ດາວວົງ ພອນ ແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ ເປັນກຽດເຂົ້າ ຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຫ້ອງວ່າການ ສູນກາງພັກ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຜູ້ຕາງໜ້າຈາກ ແຂວງຈໍາປາສັກ, ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງສະຫວັນນະເຂດ, ກອງພົນທີ 5, ຕະຫຼອດ ຮອດພະນັກງານປະຕິວັດ ອາວຸໂສບໍານານ ແລະ ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ.

        ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ດໍາ ເນີນໄປພາຍໃຕ້ຄໍາຂວັນ  } ຍົກສູງບົດບາດການນໍາພາຂອງພັກ, ເພີ່ມທະວີຄວາມສັກສິດການຄຸ້ມຄອງຂອງລັດ, ເສີມຂະຫຍາຍມູນ ເຊື້ອສາມັກຄີ, ດຸໝັ່ນ ອາດຫານ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ພັດທະນາກ້າວຂຶ້ນຕາມ ທິດສີຂຽວ ແລະ ຢືນຍົງ ~. ກອງປະຊຸມ ຄັ້ງນີ້ ໄດ້ເປັນເອກະສັນກັນຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃນ 5 ປີຜ່ານມາຢ່າງຮອບດ້ານ, ໃນນັ້ນ ໄດ້ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ  ເຮັດໃຫ້ທົ່ວແຂວງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ, ການ ພັດທະນາເສດຖະກິດ-ສັງຄົມ ໄດ້ມີທ່ວງທ່າຂະຫຍາຍຕົວກ້າວຂຶ້ນ.

        ໃນກອງປະຊຸມ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດ ຖານ-ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 41 ສະຫາຍ, ເລືອກເອົາ 35 ສະຫາຍ, ຍິງ 07 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກໄດ້ເອກະພາບກັນເລືອກເອົາຄະນະປະຈໍາພັກແຂວງ 11 ສະ ຫາຍ  ດັ່ງນີ້:

  1. ສະຫາຍ ປອ. ດາວວົງ ພອນແກ້ວ;
  2. ສະຫາຍ ປະເດີມພອນ ສົນທະນີ;
  3. ສະຫາຍ ນາງ ບຸນທະວີ ດວງລາສີ;
  4. ສະຫາຍ ຈັນສະໝອນ ພົມມະແສງ;
  5. ສະຫາຍ ແຫວນເພັດ ລັດດາວົງ;
  6. ສະຫາຍ ສົມສັກ ທົງຄໍາຫານ;
  7. ສະຫາຍ ທອງດີ ຈັນທະວົງ;
  8. ສະຫາຍ ພົ.ຈວ. ສີເສີດ ສອນດາລາ;
  9. ສະຫາຍ ຈັນສີລອນ ສີສົມບູນ;

10. ສະຫາຍ ປອ. ສະໄໝ ໂພທິສານ;

11. ສະຫາຍ ປອ. ໂພສີ ແກ້ວສີພັນດອນ.

        ໃນນັ້ນ ໄດ້ເລືອກເອົາສະຫາຍ ປອ. ດາວວົງ ພອນແກ້ວ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປະເດີມພອນ ສົນທະນີ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາພັກແຂວງ, ເລືອກເອົາສະຫາຍ ສົມສັກ ທົງຄໍາຫານ ເປັນປະທານກວດກາ, ສະຫາຍ ແສງທອງ ສີອ່ອນສາ ເປັນຮອງປະທານກວດກາ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ບ່ອນບັດເລືອກເອົາຜູ້ແທນສົມບູນ 26 ສະຫາຍ, ຜູ້ແທນສໍາຮອງ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນປີ 2026.

ຮຽບຮຽງໂດຍ: ນາງ ເກດສະໜາ ວິໄລທອງ

(ຂໍ້ມູນຈາກໜັງສືພີມສາລະວັນ 18 ສິງຫາ 2025

ຂຽນໂດຍ: ຄໍາສອນ ແກ້ວບຸນທະວົງ)