ໂດຍ: ລັດດາວັນ+ພິດສະໄໝ
ໃນວັນທີ 4 ແລະ ວັນທີ 13 ກັນຍາ 2025 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງສາທາລະນະສຸກ ສະໄໝທີ X (ຮອບທີ 2 ແລະ 3) ຢູ່ ວິທະຍາເຂດດົງໂພສີ, ໂດຍການເປັນປະທານຂອງສະຫາຍ ນ. ຄຳໃບ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນສູນກາງ, ບັນດາຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກກົມ, ສູນ, ໂຮງໝໍ, ມະຫາວິທະຍາໄລ, ໂຮງຮຽນ ແລະ ໂຮງງານຜະລິດຢາ ເຂົ້າຮ່ວມ 200 ກວ່າສະຫາຍ, ໃນນີ້ ມີຜູ້ແທນສົມບູນ 209 ສະຫາຍ, ຍິງ 95 ສະຫາຍ.
ໃນກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ຮ່າງແຜນພັດທະນາສາທາລະນະສຸກ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ X; ນອກນັ້ນ, ຍັງໄດ້ສຸມໃສ່ການປະກອບຄໍາເຫັນຕໍ່ບັນດາ 3 ເອກະສານສະບັບປັບປຸງມາຈາກຮອບທີ 1 ແລະ ຮອບ 2. ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເອກະສານດັ່ງກ່າວ ພ້ອມທັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີປັບປຸງຕ່າງໆ ເຊິ່ງຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ນໍາໄປປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ວາລະຕໍ່ມາ ຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງ ສະຫາຍ ຄຳພັນ ພົມມະທັດ ທີ່ໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບຂອງຕົນ, ກຳແໜ້ນມາດຕະຖານເງື່ອນໄຂຂອງຜູ້ສະໝັກຮັບເລຶອກຕັ້ງຢ່າງເຂັ້ມງວດ, ການເລືອກເຟັ້ນຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຕ້ອງຮັບປະກັນໃຫ້ຖືກຕ້ອງຕາມກົດລະບຽບ, ນິຕິກຳຂອງພັກ, ເອົາໃຈໃສ່ດ້ານໂຄງປະກອບຮັບປະກັນທັງ 3 ຮຸ່ນ (ອາວຸໂສ,ກາງ,ໜຸ່ມ) ເພດ,ເຜົ່າ. ຕອນທ້າຍກອງປະຊຸມ ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາມເອົາບຸກຄະລາກອນ ທີ່ຈະປະກອບເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ X ທີ່ຈະໄດ້ຈັດຂຶ້້ນໃນມໍ່ໆນີ້.