ພາບ-ຂ່າວໂດຍ: ນາງ ເກດສະໜາ ວິໄລທອງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ X ໄດ້ເປີດຂຶ້ນໃນວັນທີ 24 ກັນຍາ 2025 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ: “ເພີ່ມທະວີຄວາມອາດສາມາດ ໃນ ການນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງອົງຄະນະພັກ, ປັບປຸງການຄຸ້ມຄອງບໍລິຫານ, ການບໍລິ ການ ສາທາລະນະສຸກໃຫ້ມີຄຸນນະພາບ, ທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ”. ໂດຍການປະທານ ຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງສາທາລະນະສຸກ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາ ທິການສູນກາງພັກ ປະທານກວດກາສູນກາງພັກ ປະທານກວດກາ ແຫ່ງລັດ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີແຂກຖືກເຊີນ,ອະດີດ ການນໍາອາວຸໂສ-ບໍານານ ແລະ ມີຜູ້ແທນສົມບູນກອງປະຊຸມໃຫຍ່ທັງ ໝົດຈໍານວນ 208 ສະ ຫາຍ, ຍິງ 93 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກອ້ອມຂ້າງຂ້າງອົງຄະນະພັກກະຊວງສາທາລະນະສຸກ ຈໍານວນ 1.974 ສະຫາຍ, ຍິງ 1.087 ສະຫາຍ.
ໃນກອງປະຊຸມ ສະຫາຍ ນາງ ໃບຄໍາ ຂັດທິຍະ, ໄດ້ຜ່ານບົດລາຍງານການເມືອງຂອງອົງຄະ ນະພັກກະຊວງສາທາລະນະສຸກ ສະໄໝທີ IX (2021-2025), ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງ, ການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາຂະແໜງ ສາທາລະນະ ສຸກ 5 ປີ, ບົດສໍາຫຼວດການນໍາພາລວມ ຂອງອົງຄະນະບໍລິຫານງານພັກ ກະຊວງສາທາລະນະສຸກ.
ກອງປະຊຸມຄັ້ງນີ້ບັນດາທ່ານຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງສາທາລະນະສຸກຊຸດໃໝ່ ໂດຍມີຜູ້ແທນສົມບູນອອກຮັບສະໝັກ 23 ສະຫາຍ. ເລືອກເອົາ 19 ສະຫາຍ, ຍິງ 04 ສະຫາຍ ຄື:
10. ສະຫາຍ ປອ ດຣ ພອນປະດິດ ສັງໄຊຍະລາດ;
11. ສະຫາຍ ດຣ ຫວັງນະຄອນ ດິດຕະພົງ;
12. ສະຫາຍ ດຣ ຄໍາໃສ ເດດລືໄຊ;
13. ສະຫາຍ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ;
14. ສະຫາຍ ດຣ ສຸພາບ ປັນຍາແກ້ວ;
15. ສະຫາຍ ປອ ດຣ ຊູຊາດ ວົງພະຈັນ;
16. ສະຫາຍ ດຣ ບຸນຊູ ແກ້ວຫາວົງ;
17. ສະຫາຍ ດຣ ສຸກສົມຄວນ ຈັນທະມາດ;
18. ສະຫາຍ ປອ ດຣ ນາງ ວຽງມະນີ ບຸນຄໍ້າ;
19. ສະຫາຍ ດຣ ນາງ ພຸດທະສອນ ພົມມະຈັນ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກກະສັນເລືອກເອົາຄະນະປະຈໍາພັກ 05 ສະຫາຍ: ສະ ຫາຍ ນາງ ໃບຄໍາ ຂັດທິຍະ, ສະຫາຍ ດຣ ໄພວັນ ແກ້ວປະເສີດ, ສະຫາຍ ນາງ ອາພອນ ວິຊາເທບ, ສະ ຫາຍ ສຈ. ປອ. ດຣ ມາຍຟອງ ມາຍຊາຍ, ສະຫາຍ ດຣ ບຸນເສີດ ແກ້ວປະສິດ.
ເລືອກເອົາເລຂາ, ຮອງເລຂາຄະນະພັກກະຊວງ ຄື: ສະຫາຍ ນາງ ໃບຄໍາ ຂັດທິຍະ ເປັນເລຂາຄະນະບໍລິ ຫານງານພັກກະຊວງສາທາລະນະສຸກ, ສະຫາຍ ໄພວັນ ແກ້ວປະເສີດ ເປັນຮອງເລຂາຄະນະບໍລິຫານງານ ພັກ.
ເລືອກເອົາປະທານ ແລະ ຮອງປະທານກວດກາ ຄື: ສະຫາຍ ນາງ ອາພອນ ວິຊາເທບ ເປັນປະທານຄະນະ ກວດກາພັກ, ສະຫາຍ ດຣ ສຸພາບ ປັນຍາແກ້ວ, ສະຫາຍ ດຣ ນາງ ແສງຈັນ ຈັນທະສຸກ ເປັນຮອງປະທານ ຄະນະກວດກາພັກ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຈາກ ສະຫາຍ ຄໍາພັນ ພົມມະທັດ ເພື່ອ ເປັນເຂັມຊີ້ທິດເຍືອງ ທາງໃຫ້ທົ່ວອົງຄະນະພັກກະຊວງສາທາລະນະສຸກ ໃນຕໍ່ໜ້າໃຫ້ບັນລຸຜົນເປັນຈິງ ຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກກະຊວງສາທາລະນະສຸກ ວາງໄວ້.