ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ສໍາເລັດຢ່າງຈົບງາມ
ຈຳນວນຜູ້ອ່ານ: 13
ອະນຸມັດວັນທີ: 01/10/2025

ໂດຍ: ບານ ມູນປະເສີດ

        ໃນລະຫວ່າງວັນທີ 25-26 ກັນຍາ 2025 ຢູ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII, ໂດຍການເປັນປະທານຂອງ ສະຫາຍ ປອ. ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ມີຄະນະພັກກະຊວງ, ຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນສູນກາງ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 373 ສະຫາຍ ຍິງ 66 ສະຫາຍ. 

        ກອງປະຊຸມຄັ້ງນີ້, ບັນດາຜູ້ແທນ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນຕົກລົງເປັນເອກະພາບ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝຜ່ານມາ,  ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໄລຍະ 5 ປີຜ່ານມາ; ພ້ອມທັງຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໃຫ້ກາຍເປັນແຜນຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມ ເສີມຂະຫຍາຍທ່າແຮງຂອງນະຄອນຫຼວງວຽງຈັນ; ສືບຕໍ່ປະຕິບັດນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ສູ້ຊົນປັບປຸງພື້ນຖານໂຄງລ່າງ ຂອງນະຄອນຫຼວງວຽງຈັນໃຫ້ມີຄວາມສະດວກ ແລະ ທັນສະໄໝເທື່ອລະກ້າວ. 

        ພ້ອມດຽວກັນນີ້ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ຊຸດໃໝ່ 41 ສະຫາຍ, ຍິງ 8 ສະຫາຍ ຄື:

1. ສະຫາຍ ປອ. ອານຸພາບ ຕຸນາລົມ

2. ສະຫາຍ ປອ. ອາດສະພັງທອງ ສີພັນດອນ

3. ສະຫາຍ ສີລິລາດທົງສິນ ທອງເພັງ

4. ສະຫາຍ ພົຈວ. ປອ. ບົວພັນ ຟອງມະນີ

5. ສະຫາຍ ປອ. ໂພຄໍາ ໄຊຍະສອນ

6. ສະຫາຍ ປອ. ນາງ ວິໄລວອນ ຈັນທະລາຕີ

7. ສະຫາຍ ທະນົງໄຊ ຄຸດໄພທູນ

8. ສະຫາຍ ປອ. ພູທອນ ແກ້ວດວງມະນີ

9. ສະຫາຍ ບຸນເພັງ ສີນະວົງພອນ

10.  ສະຫາຍ ທະວີໄຊ ເໝົາຊົມພູ 

11. ສະຫາຍ ພົຈວ. ໂສພາວັນ ທໍາມະເທວາ

12. ສະຫາຍ ພົງສະຫວັນ ສີລິພັນ

13. ສະຫາຍ ນາງ ສຸມາລີ ທໍາມະວົງ

14.  ສະຫາຍ ຄໍາໝູນ ຕຽງທະລາດ

15.  ສະຫາຍ ດາວເພັດ ອາລຸນ

16.  ສະຫາຍ ວຽງຄໍາ ສີຫາໂຄດ

17.  ສະຫາຍ ປອ. ນາງ ບົວວອນ ສຸກລາແສງ

18.  ສະຫາຍ ນາງ ວັນມະນີ ພິມມະສານ

19.  ສະຫາຍ ສຸລິວັນ ພົມມະຫາໄຊ

20. ສະຫາຍ ນາງ ໄຊພອນ ນັນທະພອນ

21.  ສະຫາຍ ຄໍາສຸກ ແສງມີໄຊ

22.  ສະຫາຍ ນາງ ວຽງພອນ ແກ້ວຄູນສີ

23.  ສະຫາຍ ນາງ ຫຼຽນຄໍາ ວິລະພັນ

24.  ສະຫາຍ ແສງອາລຸນ ສຸລິຍະວົງ

25.  ສະຫາຍ ຄໍາສວຍ ອຸ່ນດາລາ

26.  ສະຫາຍ ແກ້ວປະເສີດ ໄຊປັນຍາ

27.  ສະຫາຍ ນາງ ລີປ່າເອ້ຍ ລີບົວປາວ

28.  ສະຫາຍ ສາລະພິດ ສູນວໍລະວົງ

29.  ສະຫາຍ ບຸນຍະວັດ ນີຣະໄຊຍ໌

30.  ສະຫາຍ ນະຄະເສນ ສີຫາລາດ

31.  ສະຫາຍ ຫຸມແພງ ສີສົມບັດ

32.  ສະຫາຍ ວຽງສາລີ ອິນທະພົມ

33.  ສະຫາຍ ອະໂນໄທ ຈັນທະລາສີ

34.  ສະຫາຍ ວົງໄຊ ພົມມີໄຊ

35.  ສະຫາຍ ສອນໄຊ ສີສົມພັນ

36.  ສະຫາຍ ທະນົງສິນ ແສງພະວົງ

37.  ສະຫາຍ ອິນປອງ ທຸມມາ

38.  ສະຫາຍ ສິນລະປະກອນ ພົມມະໄຊສີ

39.  ສະຫາຍ ຄໍາສະຫວັນ ໂຄດໄຊ

40.  ສະຫາຍ ສີວຽງທອງ ສໍຜາບມີໄຊ

41.  ສະຫາຍ ທະນົງສິດ ເມືອງຈັນ

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານ ຄະນະກວດກາພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII  ລະອຽດດັ່ງລຸ່ມນີ້:

➢ ຄະນະປະຈໍາພັກ: ປະກອບມີ 13 ສະຫາຍ, ຍິງ 2 ສະຫາຍ

1. ສະຫາຍ ປອ. ອານຸພາບ ຕຸນາລົມ 

2. ສະຫາຍ ປອ. ອາດສະພັງທອງ ສີພັນດອນ

3. ສະຫາຍ ສີລິລາດທົງສິນ ທອງເພັງ

4. ສະຫາຍ ພົຈວ. ປອ. ບົວພັນ ຟອງມະນີ

5. ສະຫາຍ ປອ. ໂພຄໍາ ໄຊຍະສອນ

6. ສະຫາຍ ປອ. ນາງ ວິໄລວອນ ຈັນທະລາຕີ

7. ສະຫາຍ ທະນົງໄຊ ຄຸດໄພທູນ

8. ສະຫາຍ ປອ. ພູທອນ ແກ້ວດວງມະນີ

9. ສະຫາຍ ບຸນເພັງ ສີນະວົງພອນ

10. ສະຫາຍ ທະວີໄຊ ເໝົາຊົມພູ 

11. ສະຫາຍ ພົຈວ. ໂສພາວັນ ທໍາມະເທວາ

12. ສະຫາຍ ພົງສະຫວັນ ສີລິພັນ

13. ສະຫາຍ ນາງ ສຸມາລີ ທໍາມະວົງ

➢ ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາຄະນະບໍລິຫານງານພັກ ຄື:

1. ສະຫາຍ ປອ. ອານຸພາບ ຕຸນາລົມ              ເປັນເລຂາຄະນະບໍລິຫານງານພັກ;

2. ສະຫາຍ ປອ. ອາດສະພັງທອງ ສີພັນດອນ   ເປັນຮອງເລຂາຄະນະບໍລິຫານງານພັກ;

3. ສະຫາຍ ສີລິລາດທົງສິນ ທອງເພັງ            ເປັນຮອງເລຂາຄະນະບໍລິຫານງານພັກ.

➢ ເລືອກຕັ້ງເອົາ ປະທານ ແລະ ຮອງປະທານຄະນະກວດກາພັກ ຄື:

1. ສະຫາຍ ບຸນເພັງ ສີນະວົງພອນ                ເປັນປະທານຄະນະກວດກາພັກ;

2. ສະຫາຍ ບຸນວັນ ຈະສົ໋ວເກົ້າ                   ເປັນຮອງປະທານຄະນະກວດກາພັກ;

3. ສະຫາຍ ວັນນະສອນ ກຸມພົນ                 ເປັນຮອງປະທານຄະນະກວດກາພັກ;

4. ສະຫາຍ ນາງ ບົວລະພັນ ທິລະສັກ           ເປັນຮອງປະທານຄະນະກວດກາພັກ;

5. ສະຫາຍ ສົມມິດ ສີບຸນມີ                      ເປັນຮອງປະທານຄະນະກວດກາພັກ.

         ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 36 ສະຫາຍ, ສຳຮອງ 6 ສະຫາຍ ເພື່ອເປັນຕົວແທນໃຫ້ສະມາຊິກພັກ ທົ່ວອົງຄະນະພັກນະຄອນ ຫຼວງວຽງຈັນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

        ຕອນທ້າຍກອງປະຊຸມ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ທີ່ຄະນະພັກ ນະຄອນຫຼວງຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ ເຊິ່ງສະແດງເຖິງການນໍາພາ-ຊີ້ນຳອັນເຂັ້ມແຂງ; ພ້ອມທັງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ສືບຕໍ່ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກ, ກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງຮອບດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນານະຄອນຫຼວງວຽງຈັນກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ. ສ້າງໂອກາດໃຫ້ທົ່ວປວງຊົນ ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ ເພື່ອພັດທະນາເສດຖະກິດ ນະຄອນຫລວງວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ປະຊາຊົນຊາວ ນະຄອນຫຼວງວຽງຈັນ ມີເງື່ອນໄຂໃນການດຳລົງຊີວິດທີ່ສີວິໄລ, ເອົາໃຈໃສ່ຍົກບົດບາດ, ຖານະຂອງນະຄອນຫຼວງວຽງຈັນໃຫ້ພົ້ນເດັ່ນ; ອັນຮີບດ່ວນແມ່ນຕ້ອງມີນິຕິກຳ ຫຼື ມີກົດໝາຍວ່າດ້ວຍນະຄອນຫຼວງ ເພື່ອຫັນໄປສູ່ການສ້າງລັດແຫ່ງກົດໝາຍ, ຫັນການບໍລິຫານລັດ-ບໍລິການສັງຄົມ ດ້ວຍຄວາມທັນສະໄໝ ເພື່ອຮັບປະກັນຄວາມໂປ່ງໃສ, ວອງໄວ; ພ້ອມນີ້, ໃຫ້ເອົາໃຈໃສ່ປັບປຸງພັກ-ກໍ່ສ້າງພະນັກງານ ຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ສ້າງພະນັກງານ, ສ້າງສະມາຊິກພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ...ຯ