ໂດຍ: ອານຸລັກ
ໃນວັນທີ 25 ກັນຍາ 2025 ກະຊວງ ສຶກສາທິການ ແລະ ກິລາ ໄດ້ເປີດກອງປະຊຸມ ໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງ ຄັ້ງທີ x ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກທຸກຂັ້ນ, ປັບປຸງລະບົບການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ມີຄຸນນະພາບສູງຂຶ້ນ, ຮັບໃຊ້ພາລະກິດຂອງພັກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ໂດຍການເປັນປະທານຂອງສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ໃຫ້ກຽດເຂົ້າຮ່ວມກອງ ປະຊຸມຂອງສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ, ກໍໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີ ສະຫາຍ ປອ ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກກະຊວງ, ຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນສູນກາງພັກ, ພະນັກງານອາວຸໂສບໍານານ, ແຂກຖືກເຊີນ ແລະ ຜູ້ແທນສົມບູນຈໍານວນ 368 ສະຫາຍ, ຍິງ 110 ສະຫາຍ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ຊື່ງບັນດາສະຫາຍຜູ້ແທນ ກໍໄດ້ປະກອບ ຄໍາຄິດເຫັນຕົກລົງເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX.
ໃນວາລະ ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 28 ສະຫາຍ ເລືອກໄດ້ ຈໍານວນ 23 ສະຫາຍ, ຍິງ 6 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:
ກອງປະຊຸມ ຄົບຄະນະຄັ້ງປະຖົມມະລຶກ ຂອງ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄດ້ເປັນເອກະສັນເລືອກເອົາ:
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ຈຳນວນ 15 ສະຫາຍ, ຍິງ 3 ສະຫາຍ ເພື່ອເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກທີ່ຈະໄຂຂຶ້ນໃນມໍ່ໆນີ້.
ໃນຕອນທ້າຍກອງປະຊຸມ ສະຫາຍ ສາດສະດາຈານ ປອ ກິແກ້ວ ໄຂຄຳພິທູນ ສະຫາຍໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່ຕ້ອງຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ເປັນແຜນງານ, ໂຄງການ ແລະ ຫັນເປັນກິດຈະກຳ ອັນລະອຽດ, ຕ້ອງປົກປັກຮັກສາ ແລະ ຮັດແໜ້ນຄວາມສາມັກຄີພາຍໃນຄະນະບໍລິຫານງານໃຫ້ເປັນປຶກແຜ່ນ; ເຊີດຊູຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການ, ລະບອບແບບແຜນວິທີເຮັດວຽກຕາມກົດລະບຽບຂອງພັກ; ຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກລະດັບວິຊາສະເພາະ ແລະ ຮັກສາຄວາມເປັນແບບຢ່າງນໍາໜ້າໃຫ້ສະໝໍ່າສະເໝີ, ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ບົນຈິດໃຈ 5 ຫຼັກການ ແລະ 3 ທິດນຳແຫ່ງການຈັດຕັ້ງຂອງພັກໃຫ້ເຂັ້ມງວດໃນທົ່ວທຸກຮາກຖານພັກໂດຍສະເພາະແມ່ນແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ແທດຕົວຈິງ ຕິດແທດກັບຮາກຖານ; ນໍາພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັບກັບການຂະຫຍາຍຄວາມເປັນແບບຢ່າງນໍາໜ້າຂອງພັກ; ເອົາໃຈໃສ່ປັບປຸງການເຂົ້າເຖິງ ແລະ ຍົກລະດັບຄຸນນະພາບນັບແຕ່ການສຶກສາກ່ອນໄວຮຽນ ເຖິງການສຶກສາຊັ້ນສູງ, ພິເສດແມ່ນຕ້ອງບຸກທະລຸໃນການແກ້ບັນຫາການປະລະການຮຽນ, ການຂາດແຄນຄູ, ລະບົບການກໍ່ສ້າງຄູ ແລະ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປັບປຸງຫຼັກສູດ, ການຈັດການຮຽນ, ການສອນ ໂດຍນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າຊ່ວຍເພື່ອປັບປຸງຄຸນະພາບຂົງເຂດການສຶກສາ ແລະ ກິລາໃຫ້ສູງຂຶ້ນເລື້ອຍໆ.