ພາບ-ຂ່າວ ໂດຍ: ບານ ມູນປະເສີດ
ໃນວັນທີ 23 ກັນຍາ 2025 ຢູ່ສູນຝຶກອົບຮົມ (ICTC) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ 7 (ຮອບທີ 1) ໂດຍການເປັນປະທານຂອງສະຫາຍ ຮສ. ປອ. ລິນຄໍາ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຄະ ນະພັກກະຊວງ, ພະນັກງານອາວຸໂສບຳນານ, ອະດີດການນໍາ, ບັນດາເລຂາ, ຮອງເລຂາ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ແຂກຖືກເຊີນ ແລະ ສະມາຊິກພັກ ເຂົ້າຮ່ວມທັງໝົດ 575 ສະຫາຍ, ຍິງ 167 ສະຫາຍ.
ໃນວາລະກອງປະຊຸມ ສະຫາຍ ຮສ. ປອ. ລິນຄຳ ດວງສະຫວັນ ໄດ້ຜ່ານເນື່ອໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ; ນອກນີ້ ອະນຸກຳມະການບຸກຄະລາກອນ ຍັງໄດ້ຜ່ານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186/ຄຈສພ ລົງວັນທີ 03 ກໍລະກົດ 2024 ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກໍາມະການຄະນະບໍລິຫານງານພັກຊຸດປັດຈຸບັນ ທີ່ມີອາຍຸກະສຽນເກີນເງື່ອນໄຂ ຕາມທີ່ນິຕິກຳໄດ້ກຳນົດໄວ້ ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່.
ພ້ອມດຽວກັນນີ້ ກອງປະຊຸມ ຍັງໄດ້ຮັບຟັງການຜ່ານມາດຕະຖານ, ເງື່ອນໄຂ ແລະ ແນະນຳ, ອະ ທິບາຍວິທີການຂີດບັດທາບທາມ ແລະ ດຳເນີນການປ່ອນບັດທາບທາມ ບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະໄໝທີ VII (ຮອບທີ 1) ສຳເລັດຕາມລະດັບຄາດໝາຍ...ຯ