ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII
ຈຳນວນຜູ້ອ່ານ: 21
ອະນຸມັດວັນທີ: 14/10/2025

ພາບ-ຂ່າວ: ພູວອນ ອານຸວົງ

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນແຂວງບໍ່ແກ້ວ ໃນລະຫວ່າງວັນທີ 5-6 ຕຸລາ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ; ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະມາຊິກພັກອາວຸໂສບຳນານ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ 235 ສະຫາຍ ຍິງ 25 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວແຂວງບໍ່ແກ້ວ ທັງໝົດຈໍານວນ 11.205 ສະຫາຍ.

        ກອງປະຊຸມໄດ້ຮັບຟັງການຜ່ານ ຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030), ພ້ອມທັງຜ່ານຮ່າງບົດສໍາຫຼວດການນໍາພາລວມ ເຊິ່ງຕະຫຼອດໄລຍະ 5 ປີ ການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 4,5% ໃນປີ 2024, ລວມຍອດຜະລິດຕະພັນພາຍໃນ ( GDP ) ປະຕິບັດໄດ້ 8,107 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 38 ລ້ານກວ່າກີບ /ຄົນ/ປີ ແລະ ໄດ້ເອົາໃຈໃສ່ຈັດເກັບລາຍຮັບ ໂດຍຫັນເປັນທັນສະໄໝໄດ້ທັງໝົດ: 3,274 ຕື້ກີບ ທຽບໃສ່ 5 ປີ ປະຕິບັດໄດ້ 99%. ໃນວາລະ ບັນດາສະຫາຍຜູ້ແທນ ໄດ້ປະກອບຄໍາຄິດເຫັນຕົກລົງເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງແຂວງ.

        ໃນພິທີ ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງ, ສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 37 ສະຫາຍ, ຍິງ 8 ສະຫາຍ, ເລືອກໄດ້ 33 ສະຫາຍ, ຍິງ 7 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ສະໄໝທີ VII ເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ ດັ່ງນີ້:

1.ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ.

2.ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ.

3. ສະຫາຍ ຄໍາແຍງ ຄອນໄຊຍະກິດ.

4.ສະຫາຍ ດາລີວັນ ພູສະຫວັນ.

5.ສະຫາຍ ນາງ ດາວ ໄຊເສດຖາ.

6.ສະຫາຍ ປອ ສົມຄິດ ວົງປັນຍາ.

7.ສະຫາຍ ພົນຈັດຕະວາ ຈັນພອນເພັດ ຄໍາສີ.

8.ສະຫາຍ ຈອມແພງ ວິໄລສານ.

9.ສະຫາຍ ຄໍາແສງ ສຸລິຍະວົງ.

10.ສະຫາຍ ຂັນທອງ ທຳມະວົງ.

11. ສະຫາຍ ສົມສັກ ປິ່ນແກ້ວ.

        ພ້ອມນີ້ ຍັງໄດ້ເລືອກເອົາ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ  ແລະ ສະຫາຍ ຄໍາແຍງ ຄອນໄຊຍະກິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ປອ ສົມຄິດ ວົງປັນຍາ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ໜໍ່ຄໍາ ນົງສຸວັນ, ສະຫາຍ ເປົາແກ້ວ ພູມສະຫວັນ  ແລະ ສະຫາຍ ສົມຄິດ ວັນນະຈອມຈັນ  ເປັນຮອງປະທານຄະນະກວດກາພັກແຂວງ.

         ກອງປະຊຸມໄດ້ປ່ອນບັດເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຊິ່ງມີຜູ້ແທນສົມບູນ 17 ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນສຳຮອງ 3 ຫາຍ.

        ນອກນັ້ນ, ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ທີ່ໄດ້ໃຫ້ທິດຊີ້ນໍາອັນສໍາຄັນ ໃຫ້ແກ່ອົງຄະນະພັກແຂວງບໍ່ແກ້ວຊຸດໃຫມ່ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.