ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ດໍາເນີນກອງປະຊຸມທາບທາມ ບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກສະໄໝທີ VII (ຮອບ 3)
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 17/10/2025

        ໃນວັນທີ 15 ຕຸລາ 2025 ຢູ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ (ຫຼັກ6) ໄດ້ຈັດກອງປະຊຸມທາບ ທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະ ໄໝທີ VII (ຮອບທີ 3) ໂດຍການເປັນປະທານຂອງສະຫາຍ ປອ ລິນຄໍາ ດວງສະຫວັນ ກຳມະການສໍາຮອງ ສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີສະຫາຍ ນາງ ບຸດສະດີ ທະນະ ເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍໃນຄະນະປະຈໍາ ພັກ, ຄະນະພັກກະຊວງ, ສະຫາຍຜູ້ຕາງໜ້າ ຫ້ອງວ່າການສູນກາງພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກ ຖານ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ 231 ສະຫາຍ.       

        ຈຸດປະສົງກອງປະຊຸມຄັ້ງນີ້ ຈະໄດ້ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະ ບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮອບທີ 3, ພ້ອມທັງຄົ້ນຄວ້າປະກອບຄໍາເຫັນໃສ່ 2 ເອ ກະສານທີ່ສໍາຄັນ ຄື: ຮ່າງລາຍງານການເມືອງ ແລະ ແຜນພັດທະນາວຽກງານກະສິກຳ ແລະ ສິ່ງແວດລ້ອມ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງ ທີ່ຈະເປີດຂຶ້ນໃນທ້າຍເດືອນຕຸລານີ້ (27-28 ຕຸລາ 2025).

        ໂດຍປະຕິບັດຕາມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411 ວ່າດ້ວຍການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບ ເລກທີ 211 ວ່າດ້ວຍ ການຈັດຕັ້ງປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອເປັນບ່ອນອີງ ທາບທາມບຸກຄະລາກອນ ທີ່ຈະອອກຮັບ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ (ຮອບທີ 3), ເຊິ່ງຜູ້ແທນກອງປະຊຸມໄດ້ທົບທວນ ຄືນກ່ຽວກັບມາດຕະຖານ, ເງື່ອນໄຂ ແລະ ເລືອກເຟັ້ນເອົາບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ຊຸດໃໝ່ (ຮອບທີ 3) ຊຶ່ງປະກອບມີຄະ ນະບໍລິຫານງານພັກກະຊວງ, ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານ ກວດກາ ຄະນະພັກກະຊວງ.

        ບັນດາຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາມເອົາບຸກຄະລາກອນ ທີ່ຈະ ປະກອບເຂົ້າໃນໂຄງປະກອບຄະນະບໍລິຫານງານພັກກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຊຸດໃໝ່ ເຊິ່ງມີຜູ້ ອອກສະໝັກຮັບເລືອກຕັ້ງ ຈໍານວນ 38 ສະຫາຍ, ເລືອກໄດ້ 29 ສະຫາຍ. ພິທີດັ່ງກ່າວໄດ້ດໍາເນີນໄປຕາມ ບາດກ້າວຂັ້ນຕອນ ດ້ວຍຜົນສໍາເລັດອັນຈົບງາມ.