ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຝຶກອົບຮົມຄວາມຮູ້ພື້ນຖານ ການຂຽນບົດສະເໜີໂຄງການລົງທຶນຂອງລັດ ຊຸດທີ II
ຈຳນວນຜູ້ອ່ານ: 140
ອະນຸມັດວັນທີ: 02/05/2024

ພາບ ແລະ ຂ່າວໂດຍ: ສ.ສົດໃສ

     ໃນລະຫວ່າງວັນທີ 26-30 ເມສາ 2024 ຢູ່ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານການຂຽນບົດສະເໜີໂຄງການລົງທຶນຂອງລັດ ຊຸດທີ II ໂດຍການເປັນປະທານຂອງທ່ານ ວຽນທອງ ສິງຄຳພັນ ກຳມະການຄະນະພັກ, ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ, ມີວິທະຍາກອນຈາກກົມປະເມີນຜົນ ກະຊວງແຜນການ ແລະ ການລົງທຶນ, ສຳມະນາກອນ ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 14 ທ່ານ.

     ຈຸດປະສົງການຝຶກອົບຮົມຄັ້ງນີ້  ເພື່ອແນະນຳຫຼັກການພື້ນຖານ, ວິທີການ ແລະ ຂັ້ນຕອນໃນການຂຽນບົດສະເໜີໂຄງການລົງທຶນຂອງລັດ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຄະນະຈັດຕັ້ງສູນກາງພັກ ໄດ້ຮັບຮູ້-ເຂົ້າໃຈວິທີການຂຽນ, ຂັ້ນຕອນການປະກອບເອກະສານເຂົ້າໃນໂຄງການລົງທຶນຂອງລັດ ແນໃສ່ເຮັດໃຫ້ການຄຸ້ມຄອງການລົງທຶນຂອງລັດ ມີປະສິດທິດພາບ, ປະສິດທິຜົນ ແລະ ເປັນເອກະພາບກັນໃນທົ່ວປະເທດ.

     ຕະຫຼອດໄລຍະຂອງການຝຶກອົບຮົມ ສຳມະນາກອນທີ່ເຂົ້າຮ່ວມ ໄດ້ຮັບຟັງການອະທິບາຍທາງດ້ານທິດສະດີ ແລະ ນິຕິກຳທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ ແລະ ຫຼັກການຂຽນໂຄງການ ເຊິ່ງເອກະສານດັ່ງກ່າວໄດ້ສັງລວມຫຼັກການ, ຂັ້ນຕອນການປະກອບເອກະສານ ແລະ ວິທີການຂຽນບົດສະເໜີໂຄງການຢ່າງລະອຽດ ຈາກການແນະນຳຂອງວິທະຍາກອນ, ພ້ອມນັ້ນ, ສຳມະນາກອນ ຍັງໄດ້ມີການຖາມ-ຕອບ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ທັງເຮັດຝຶກຫັດຂຽນໂຄງການຕົວຈິງຕື່ມອີກ.

     ວາລະທ້າຍຂອງການຝຶກອົບຮົມຄັ້ງນີ້, ທ່ານ ວຽນທອງ ສິງຄຳພັນ ໄດ້ມີຄຳເຫັນໂອ້ລົມ ແລະ ໄດ້ຍ້ອງຍໍຊົມເຊີຍສຳມະນາກອນທຸກທ່ານ ທີ່ໄດ້ເອົາໃຈໃສ່ຕໍ່ບັນດາບົດຮຽນ ມີການສົນທະນາຕັ້ງຄຳຖາມແລກບົດຮຽນລະຫວ່າງສຳມະນາກອນດ້ວຍກັນ ແລະ ຄູ-ອາຈານ, ພ້ອມນີ້ ກໍ່ໄດ້ຮຽກຮ້ອງໃຫ້ສຳມະນາກອນ ຈົ່ງພ້ອມກັນນຳເອົາບົດຮຽນຄັ້ງນີ້ ໄປທົບທວນ, ຄົ້ນຄວ້າ ແລະ ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.