ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ຈັດກອງປະຊຸມປະກອບຄໍາເຫັນໃສ່ຮ່າງບົດລາຍງານ ການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI
ຈຳນວນຜູ້ອ່ານ: 39403
ອະນຸມັດວັນທີ: 24/05/2024

ພາບ-ຂ່າວ: ແສງຄຳ ຈິດຕະວົງ

        ໃນວັນທີ 21 ພຶດສະພາ 2024 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງບົດລາຍງານການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍການເປັນປະທານຂອງສະຫາຍ ນາງ ສີໃສ ລຶືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,  ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ,  ຄະນະກົມ ແລະ ຄະນະພະແນກກ່ຽວຂ້ອງເຂົ້າຮ່ວມ.

        ໃນວາລະຂອງກອງປະຊຸມ, ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ ຄຈສພ, ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃນໄລຍະ 3 ປີ (2021-2023) ແລະ ສັງລວມຄຳຄິດເຫັນຂອງບັນດາການຈັດຕັ້ງພັກ, ສະມາຊິກພັກ ໃນທົ່ວປະເທດ ຕໍ່ການປັບປຸງກົດລະບຽບພັກ ສະໄໝຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ເຊິ່ງພາຍຫຼັງກົດລະບຽບພັກ ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ໄດ້ປະກາດໃຊ້ໃນປີ 2021 ຕາມມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກ ເລກທີ 01/ຄບສພ, ລົງວັນທີ 29 ມີນາ 2021 ວ່າດ້ວຍການປະກາດໃຊ້ກົດລະບຽບພັກປະຊາຊົນປະຕິບັດລາວ ສະໄໝທີ XI ແລະ ມີຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ມາຮອດປະຈຸບັນເຫັນວ່າ ກົດລະບຽບພັກໄດ້ຮັບການເຜີຍແຜ່-ເຊື່ອມຊຶມທົ່ວເຖິງທຸກການຈັດຕັ້ງພັກ ແລະ ສະມາຊິກພັກ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນທົ່ວພັກ, ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນໃນການເຜີຍແຜ່-ເຊື່ອມຊຶມກົດລະບຽບພັກໃຫ້ສະມາຊິກພັກໃນຄວາມຮັບຜິດຊອບຂອງຕົນ; ໄປຄຽງຄູ່ກັນນີ້ ການເຜີຍແຜ່-ເຊື່ອມຊຶມຢູ່ການຈັດຕັ້ງພັກຈຳນວນໜຶ່ງ ກໍ່ຍັງຊັກຊ້າ, ມີລັກສະນະຮູບການ, ຟ້າວຟັ່ງ ບໍ່ເລິກເຊິ່ງ... ຜ່ານການປະສານສົມທົບກັບບັນດາຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ຊຸກຍູ້-ຕິດຕາມການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI, ກົມວິຊາການກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ໄດ້ສະຫຼຸບສັງລວມບັນດາຂໍ້ມູນຈາກຄະນະພັກຂັ້ນຕ່າງໆ ທີ່ມີທັງດ້ານຕັ້ງໜ້າ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບັນຫາທີ່ຕັ້ງຂຶ້ນຈາກບັນດາການຈັດຕັ້ງພັກ, ແລະ ສະມາຊິກພັກ ພ້ອມທັງຂໍ້ສະເໜີຕ່າງໆໃນການປັບປຸງຕໍ່ໜ້າ ເພື່ອລາຍງານໃຫ້ຄະນະພັກຂັ້ນເທິງຮັບຊາບ ແລະ ມີທິດຊີ້ນຳໃນຂັ້ນຕໍ່ໄປ.

        ໃນໂອກາດດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ກອງປະຊຸມຄັ້ງນີ້ແມ່ນການລະດົມຄວາມຄິດ ເພື່ອພ້ອມກັນສ້າງຄວາມເປັນເອກະພາບສູງ ຕໍ່ການກະກຽມບົດລາຍງານໃຫ້ແກ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ທັງມີຂໍ້ສະເໜີຕ່າງໆ ເພື່ອໃຫ້ຂັ້ນເທິງມີທິດຊີ້ນໍາຕໍ່ກົດລະບຽບພັກ ທັງເປັນຂໍ້ມູນເບື້ອງຕົ້ນໃຫ້ແກ່ການກະກຽມລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍ່ຄືການກະກຽມການປັບປຸງໃຫ້ກົດລະບຽບພັກ ສະໄໝທີ XII; ສະນັ້ນ ຈຶ່ງຮຽກຮ້ອງໃຫ້ມີການຄົ້ນຄວ້າຢ່າງລະອຽດຮອບຄອບ, ມີການສົມທຽມກັບສະພາບຕົວຈິງທີ່ແຕ່ລະສະຫາຍໄດ້ປະຕິບັດໃນການດຳລົງຊີວິດ ເຄື່ອນໄຫວຢູ່ໃນທົ່ວພັກ ເພື່ອເຮັດໃຫ້ເນື້ອໃນກົດລະບຽບພັກ ຖືກຕ້ອງສອດຄ່ອງ ແທດຕົວຈິງ ກັບໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ.