ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ປິດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I ໃຫ້ພະນັກງານນຳພາ-ຄຸ້ມຄອງຂອງຕົນ
ຈຳນວນຜູ້ອ່ານ: 192
ອະນຸມັດວັນທີ: 25/06/2024

     ພາບຖ່າຍ​ ແລະ ຂ່າວໂດຍ: ສ.ສົດໃສ

     ໃນວັນທີ 21 ມິຖຸນາ 2024 ຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານນຳພາ-ຄຸ້ມຄອງ ພາຍໃນຄະນະຈັດຕັ້ງສູນກາງພັກ ຊຸດທີ I ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເປັນປະທານຮ່ວມ ແລະ ມີຄຳເຫັນໂອ້ລົມຂອງສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມສູນກາງພັກ, ມີສຳມະນາກອນ ຈຳນວນ 31 ສະຫາຍ, ຍິງ 12 ສະຫາຍ ແລະ ແຂກຖືກເຊີນຈາກຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບຝຶກອົບຮົມເຂົ້າຮ່ວມ.

     ຊຸດຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-21 ມິຖຸນາ 2024 ຈຸດປະສົງເພື່ອສ້າງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ມີຄວາມຮູ້ພື້ນຖານກ່ຽວກັບການໂຄສະນາ-ປາຖະກະຖາ, ສາມາດຂຽນເອກະສານ, ສາມາດສະແດງທັດສະນະໃນການບັນຍາຍເອກະສານ, ເລົ່າມູນເຊື້ອສຳຄັນຂອງພັກ-ລັດ ແລະ ການເຜີຍແຜ່ເອກະສານຕ່າງໆໃຫ້ຖືກຕາມຫຼັກການ ແລະ ວິທີການໂຄສະນາ ເພື່ອເຮັດໃຫ້ແຕ່ລະເປົ້າໝາຍມີຄວາມຮັບຮູ້ເຂົ້າໃຈ, ມີທັກສະໃນການໂຄສະນາດ້ວຍປາກ ໃຫ້ມີຄວາມຄ່ອງແຄ້ວ ແລະ ຊຳນິຊຳນານ ທັງເປັນການແລກປ່ຽນບົດຮຽນລະຫວ່າງສຳມະນາກອນດ້ວຍກັນ, ຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ປະສົບການຈາກວິທະຍາກອນ.

     ຊຸດຝຶກອົບຮົມດັ່ງກ່າວ ແມ່ນປະຕິບັດຕາມຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງລວມມີບົດສອນ ທັງໝົດ 04 ບົດ ຄື: 1. ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ; 2. ຝຶກຝົນຄວາມສາມາດໃນການຂຽນເອກະສານ; 3. ສີລະປະໃນການປາກເວົ້າ ແລະ ວາທະສິນໃນການໂຄສະນາ-ປາຖະກະຖາ ແລະ 4. ນິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ-ປາຖະກະຖາ.

     ຜ່ານການຝຶກອົບຮົມ 04 ວັນ ສາມາດຕີລາຄາຄວາມຮັບຮູ້ຂອງສຳມະນາກອນໄດ້ ຄື: ກ່ອນການຝຶກອົບຮົມ ມີຄວາມຮັບຮູ້ຕໍ່ບົດຮຽນ ສະເລ່ຍເທົ່າກັບ 62,2%, ຫຼັງການຝຶກອົບຮົມ ມີຄວາມຮັບຮູ້ຕໍ່ບົດຮຽນ ສະເລ່ຍເທົ່າກັບ 86% ແລະ ຜົນໄດ້ຮັບຈາກການຝຶກອົບຮົມ ເພີ່ມຂຶ້ນ 23,8%. ອັນພົ້ນເດັ່ນໃນຜົນສໍາເລັດຄັ້ງນີ້ ແມ່ນການຈັດຕັ້ງເຮັດທົດລອງຕົວຈິງ ໃນການຈັດຕັ້ງປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ, ວັນເກີດຂອງຜູ້ນຳ ເຊິ່ງໄດ້ຈັດຕັ້ງເປັນ 08 ໜ່ວຍ, ແຕ່ລະໜ່ວຍແມ່ນສາມາດບັນລຸຄາດໝາຍ ໃນຖານະເປັນຜູ້ຈັດຕັ້ງພິທີ ແລະ ຜູ້ບັນຍາຍປາຖະກະຖາ ເຊິ່ງສັງເກດເຫັນວ່າສໍາມະນາກອນມີຄວາມຮັບຮູ້ເຂົ້າໃຈດີ ມີການກະກຽມເນື້ອໃນດີ, ມີທັກສະ, ນໍ້າສຽງ ແລະ ສິລະປະໃນການເວົ້າໄດ້ດີ ມີຄວາມຖືກຕ້ອງ. ໃນໂອກາດເຂົ້າຮ່ວມພິທີສໍາຄັນນີ້ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນຜົນສຳເລັດຂອງການຝຶກອົບຮົມໃຫ້ແກ່ສຳມະນາກອນ ຈຳນວນ 31 ສະຫາຍ, ຍິງ 12 ສະຫາຍ.

     ຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ທອງຈັນ ໂຂງພູມຄຳ ທີ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງວິທະຍາກອນ ທີ່ໄດ້ເອົາໃຈໃສ່ສົ່ງຄວາມຮູ້ ແລະ ບົດຮຽນປະສົບການຂອງຕົນໃຫ້ສຳມະນາກອນເປັນຢ່າງດີ, ສຳມະນາກອນ ໄດ້ເອົາໃຈໃສ່ຮັບຟັງການບັນຍາຍ, ກະຕືລືລົ້ນ ແລະ ມີຄວາມກ້າຫານໃນການປະກອບຄຳຄິດຄຳເຫັນ, ຖາມ-ຕອບ, ແລກປ່ຽນບົດຮຽນນໍາວິທະຍາກອນເປັນຢ່າງດີ, ພ້ອມນີ້ ສະຫາຍ ຍັງຮຽກຮ້ອງໃຫ້ສຳມະນາກອນ ຈົ່ງນຳເອົາບົດຮຽນຂອງການຝຶກອົບຮົມໃນເທື່ອນີ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສຳເລັດສູ່ຄຸນນະພາບໃໝ່.