ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ 6 ເດືອນຕົ້ນປີ 2024
ຈຳນວນຜູ້ອ່ານ: 603
ອະນຸມັດວັນທີ: 09/07/2024

ຂ່າວ: ວິລະສະໄໝ

ພາບ: ພິດສະໄໝ + ບານ

        ໃນລະຫວ່າງວັນທີ 4-5 ກໍລະກົດ 2024 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ 6 ເດືອນຕົ້ນປີ 2024 ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະກົມ ພາຍໃນສໍານັກງານ ຄຈສພ, ຫົວໜ້າ-ຮອງຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ ແລະ ຫົວໜ້າ-ຮອງຫົວໜ້າກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ-ອົງການ ເຂົ້າຮ່ວມ 100 ກວ່າທ່ານ.

        ກອງປະຊຸມຄັ້ງນີ້ ຜູ້ແທນໄດ້ພ້ອມກັນທົບທວນຄືນການເຄື່ອນໄຫວວຽກງານ ກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕະຫຼອດໄລຍະ 06 ເດືອນຕົ້ນປີ, ກໍານົດທິດທາງຈຸດສຸມ 6 ເດືອນທ້າຍປີ 2024, ສະຫຼຸບຕີລາຄາການປະຕິບັດກົດລະບຽບຂອງພັກ ສະໄໝທີ XI  ແລະ ນິຕິກໍາທີ່ກ່ຽວຂ້ອງຈໍານວນໜຶ່ງ; ໃນວາລະກອງປະຊຸມ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2024 ໂດຍສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ, ບັນຫາຂໍ້ຄົງຄ້າງ, ສາເຫດ ແລະ ການກໍານົດທິດທາງ ໜ້າທີ່ຈຸດສຸມຂອງວຽກງານຈັດຕັ້ງໃນ 06 ເດືອນ ທ້າຍປີ 2024 ເຊິ່ງໄລຍະ 6 ເດືອນ ຕົ້ນປີຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢຶດໝັ້ນທິດນຳຂອງພັກ, ຖືເອົາວຽກງານການເມືອງ-ແນວຄິດເປັນໜ້າທີ່ສຳຄັນພື້ນຖານສອດຫ້ອຍໄປທຸກຂົງເຂດວຽກງານ, ເປັນປັດໄຈຮັບປະກັນຜົນສຳເລັດຂອງວຽກງານ, ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງພັກ ດ້ານການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປະຕິບັດໄດ້ບົດບາດເປັນແກນນຳຢູ່ແຕ່ລະຂັ້ນ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງລັດ, ກົມກອງ, ປັບປຸງສັບຊ້ອນ, ຈັດວາງພະນັກງານ ໃຫ້ສອດຄ່ອງກັບຄວາມເປັນຈິງ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ວຽກງານຂະຫຍາຍພັກ ສາມາດຂະຫຍາຍສະມາຊິກພັກໄດ້ 11,218 ສະຫາຍ, ຍິງ 2,534 ສະຫາຍ, ປະຈຸບັນທົ່ວປະເທດ ມີສະມາຊິກພັກທັງໝົດ 415,784 ສະຫາຍ, ຍິງ 112,529 ສະຫາຍ. ວຽກງານຄຸ້ມຄອງສະມາຊິກພັກ ໄດ້ຫັນເປັນທັນສະໄໝເທື່ອລະກ້າວ, ປະຈຸບັນທົ່ວປະເທດມີ 36 ອົງຄະນະພັກກະຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫຼວງ,  ມີ 149 ອົງຄະນະພັກເມືອງ-ນະຄອນ ແລະ ທຽບເທົ່າ, ມີການຈັດຕັ້ງຮາກຖານພັກທັງໝົດ 24,440 ຮາກຖານ, ໃນນີ້ມີຄະນະພັກຮາກຖານ 2,140 ຮາກຖານ, ມີ 9,775 ໜ່ວຍພັກເອກະລາດ, ມີ 12,525  ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ;  ໄດ້ປະເມີນ ແລະ ຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 16,416 ໜ່ວຍ ກວມ 74%; ໜ່ວຍພັກແຂງ ມີ 1,039 ໜ່ວຍ ກວມ 5%, ໜ່ວຍພັກກາງມີ 2,657 ໜ່ວຍ ກວມ 12%; ໜ່ວຍພັກອ່ອນ 140 ໜ່ວຍ ກວມ 1% ແລະ ບໍ່ໄດ້ຈັດປະເພດ 2,048 ໜ່ວຍກວມ; ສະມາຊິກພັກສົມບູນ ໄດ້ຮັບບັດສະມາຊິກພັກ 4,574 ສະຫາຍ, ຍິງ 1,664 ສະຫາຍ. ເວົ້າລວມແລ້ວ ການຈັດຕັ້ງພັກແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມປອດໃສ,  ເຂັ້ມແຂງ, ໜັກແໜ້ນ ສາມາດເປັນແກນນຳໃນລະບົບການເມືອງ ຢູ່ຂັ້ນຮາກຖານ.

        ວຽກງານພະນັກງານ ໄດ້ສືບຕໍ່ປັບປຸງຕາມທິດສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ; ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າອອກຄຳແນະນຳ ເລກທີ 14 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 21/ກມສພ ວ່າດ້ວຍການຕີລາຄາພະນັກງານ, ຄຳແນະນຳ ເລກທີ 13 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 13/ກມສພ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ ຂອງພະນັກງານນຳພາ-ຄຸ້ມຄອງ; ໄດ້ສົມທົບກັບກະຊວງພາຍໃນ ຄົ້ນຄວ້າ ດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດໍາລັດວ່າດ້ວຍພາລະກອນ ແລະ ເອກະສານອື່ນໆ; ໄດ້ເອົາໃຈໃສ່ບຳລຸງ-ກໍ່ສ້າງພະນັກງານ, ດ້ວຍການສົ່ງໄປບຳລຸງ-ກໍ່ສ້າງ ຢູ່ສະຖາບັນການສຶກສາ ພາຍໃນ ແລະ ຕ່າງປະເທດ, ຕິດພັນກັບການສ້າງພະນັກງານກັບທີ່ໃນວຽກງານຕົວຈິງ, ແຕ່ລະກະຊວງ-ອົງການ ແລະ ທ້ອງຖິ່ນ ກໍ່ໄດ້ຄົ້ນຄວ້າ ທຽບລະດັບທິດສະດີການເມືອງໃຫ້ພະນັກງານ ທີ່ຢູ່ໃນສິດຄຸ້ມຄອງຂອງຕົນ, ໄດ້ຈັດຕັ້ງຝຶກອົບຮົມພະນັກງານຈັດຕັ້ງ ຢູ່ແຂວງໄຊຍະບູລີ ແລະ ສໍາເລັດການຝຶກອົບຮົມ ຢູ່ 08 ແຂວງພາກເໜືອ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 358 ສະຫາຍ, ຍິງ 110 ສະຫາຍ, ພ້ອມນັ້ນ ບັນດາກະຊວງ-ອົງການ ກໍ່ໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງໃຫ້ພະນັກງານ-ນຳພາຄຸ້ມຄອງຂອງຕົນ; ເວົ້າລວມແລ້ວ ຄະນະພັກແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານພະນັກງານ ເອົາໃຈໃສ່ຍົກລະດັບໃຫ້ພະນັກງານມີຄວາມຮູ້, ຄວາມສາມາດ, ສາມາດເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດໜ້າທີ່ການເມືອງ ຢູ່ແຕ່ລະຂົງເຂດວຽກງານ ໄດ້ເປັນຢ່າງດີ.

        ວຽກງານກົງຈັກການຈັດຕັ້ງ ຄະນະພັກແຕ່ລະຂັ້ນ ໄດ້ສືບຕໍ່ຖືເອົາວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກຳນົດຕຳແໜ່ງງານເປັນວຽກທີ່ສຳຄັນ, ເປັນບຸລິມະສິດອີກວຽກງານໜຶ່ງໃນຄວາມຮັບຜິດຊອບໂດຍກົງໃນການນຳພາ-ຊີ້ນຳຂອງຕົນ, ໄດ້ຄົ້ນຄວ້າສະເໜີຄະນະເລຂາທິການສູນກາງພັກ ອອກນິຕິກຳຈຳນວນໜຶ່ງຄື: ຂໍ້ກຳນົດ ເລກທີ 41/ຄລສພ ວ່າດ້ວຍຕາປະທັບ, ຄໍາແນະນໍຳ ເລກທີ 152/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກໍານົດດັ່ງກ່າວ; ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ໂດຍການໂຮມການຈັດຕັ້ງຈຳນວນໜຶ່ງ ຢູ່ບາງອົງຄະນະພັກ ຕາມທິດກະທັດຮັດເຄື່ອນໄຫວທີ່ມີປະສິດທິຜົນ.

        ພາຍຫຼັງຮັບຟັງການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕະຫຼອດໄລຍະ 06 ເດືອນຕົ້ນປີ, ກໍານົດທິດທາງຈຸດສຸມ 6 ເດືອນທ້າຍປີ 2024 ແລ້ວ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປ ກົງມາ ໃສ່ຮ່າງເອກະສານທີ່ສະເໜີໃນກອງປະຊຸມ ເປັນຕົ້ນ: ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ໃນໄລຍະ 06 ເດືອນ ຕົ້ນປີ 2024; ຮ່າງບົດລາຍງານສະພາບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ເພື່ອເປັນຂໍ້ມູນໃຫ້ຄະນະຮັບຜິດຊອບ ໃນການກະກຽມສ້າງຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃຫ້ມີເນື້ອໃນຊັດເຈນກວ່າເກົ່າ ເພື່ອນໍາໄປລາຍງານຄະນະພັກຂັ້ນເທິງໃຫ້ທິດຊີ້ນໍາ ກ່ຽວກັບການສ້າງຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII; ຮ່າງຄໍາແນະນໍາການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ (ສະບັບປັບປຸງ); ພ້ອມກັນນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ, ກົມຈັດຕັ້ງຂອງກະຊວງ-ອົງການ ຈໍານວນໜຶ່ງ ກໍ່ໄດ້ປະກອບຄຳເຫັນ ຕາມຫົວຂໍ້ທີ່ໄດ້ຮັບມອບໝາຍ, ຕາມຄໍາຖາມເຈາະຈີ້ມ, ນອກຈາກເນື້ອໃນທີ່ກ່າວມານັ້ນ, ກອງປະຊຸມຍັງໄດ້ເຜີຍແຜ່ນິຕິກຳ ການປັບປຸງຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 11/ຄລສພ ວ່າດ້ວຍຄາດຄະເນການແບ່ງຄວາມຮັບຜິດຊອບ ໃຫ້ຄະນະປະຈໍາພັກແຕ່ລະຂັ້ນ ເຊິ່ງເປັນນິຕິກໍາທີ່ມີຄວາມສໍາຄັນ ແລະ ຈໍາເປັນໃນການແບ່ງຄວາມຮັບຜິດຊອບ ໃຫ້ຄະນະປະຈໍາພັກແຕ່ລະຂັ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການທາບທາມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ ແລະ ເນື້ອໃນອື່ນໆທີ່ສໍາຄັນຈໍານວນໜຶ່ງ.

        ໃນຕອນທ້າຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໃຫ້ບັນດາຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງ-ພະນັກງານ ຂອງກະຊວງ-ອົງການ ພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ເນັ້ນໃຫ້ຄະນະຮັບຜິດຊອບນໍາເອົາຄໍາຄິດເຫັນທີ່ໄດ້ແລກປ່ຽນກັນໃນກອງປະຊຸມຄັ້ງນີ້ ໄປປັບປຸງບົດສະຫຼຸບໃຫ້ມີເນື້ອໃນສົມບູນຂຶ້ນຕື່ມ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ເປັນເສນາທິການໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ ​ແລະ ​ເພື່ອ​ເຮັດ​ໃຫ້ການ​ກະກຽມ ​ແລະ ດໍາ​ເນີນກອງ​ປະຊຸມ​ໃຫຍ່ 03 ຂັ້ນ ຂອງ​ພັກ ບັນລຸ​ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ.