ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ ແລະ ສະຫວັນນະເຂດ
ຈຳນວນຜູ້ອ່ານ: 124
ອະນຸມັດວັນທີ: 29/07/2024

ໂດຍ: ແສງອາລຸນ ຈັນທາທອນ

        ໃນໂອກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ພວມອອກ​ແຮງ​ແຂ່ງ​ຂັນສ້າງຂະບວນການຕ່າງໆຕ້ອນຮັບວັນສໍາ​ຄັນ​ຂອງພັກ ຂອງ​ຊາດ ກໍ່ຄືການສ້າງ​ຂະບວນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນໃນທົ່ວປະເທດ; ໃນລະຫວ່າງວັນທີ 9-12 ກໍລະກົດ 2024 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາ​ມ່ວນ ​ແລະ ​ແຂວງສະຫວັນ​ນະ​ເຂດ ເພື່ອຕິດຕາມ ແລະ ກວດກາຄືນການຈັດຕັ້ງປະຕິບັດຄຳ​ສັ່ງ ​ເລກ​ທີ 411 ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳ​ແນະ​ນຳ ເລກ​ທີ 211 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ນິ​ຕິ​ກຳ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບການ​ກະ​ກຽມ​ດຳ​ເນີນກອງ​ປະ​ຊຸມ​ໃຫ​ຍ່ 3 ຂັ້ນ​ຂອງ​ພັກ​ ໃນການກະກຽມດຳເນີນກອງປະຊຸມໃຫຍ່​ອົງຄະ​ນະ​ພັກ​ເມືອງ​ທີ່​ຈະ​ດໍາ​ເນີນ​ໃນ​ຕົ້ນ​ປີ 2025.

        ໃນການເຄື່ອນໄຫວ ແລະ ເຮັດວຽກຢູ່ 2 ແຂວງພາກກາງຄັ້ງນີ້ ໄດ້ຮັບຟັງການລາຍງານຂອງສະຫາຍ ​ເລຂາຄະນະບໍລິຫານງານພັກແຂວງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການຈັດຕັ້ງປະຕິບັດ 2 ວາລະ​ແຫ່ງ​ຊາດຂອງ​ແຂວງ ​ໂດຍໄດ້ຍົກ​ໃຫ້​ເຫັນ​ເຖິງການ​ນຳ​ພາ-ຊີ້ນໍາວຽກ​ງານ​ຮອບ​ດ້ານ​ຂອງ​ແຂວງ ເຊິ່ງເປັນ​ປີ​ທີ່ 4 ຂອງ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່ຂອງ​ອົງ​ຄະ​ນະ​ພັກ​ແຂວງ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຂອງ​ແຂວງ ​ເປັນ​ຕົ້ນ​ແມ່ນດ້ານການລົງທຶນ, ການ​ສົ່ງ​ອອກ​ສິນຄ້າ, ການ​ນຳ​ເຂົ້າ​ສິນຄ້າ​ ແລະ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ໄດ້ສຸມທຶນຮອນ, ງົບປະມານ ເຂົ້າໃນການປັບປຸງພື້ນຖານໂຄງລ່າງ ແລະ ​ຍົກ​ລ​ະ​ດັບ​ການ​ບໍ​ລິ​ການ ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ; ວຽກ​ງານ​ສຶກ​ສາໄດ້​ປັບ​ປຸງຂະຫຍາຍພື້ນຖານໂຄງລ່າງການສຶກສາ​ ພ້ອມທັງປັບປຸງຄຸນນະພາບການຮຽນ ການສອນ ຢູ່​ສະ​ຖານ​ການ​ສຶກ​ສາ​ຕ່າງໆອອກສູ່ເຂດຊົນນະບົດໄດ້ເພີ່ມຂື້ນ; ພ້ອມທັງສູ້​ຊົນ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາໃນ​ຂະ​ແໜງ​ສຶກ​ສາ, ເອົາໃຈໃສ່ສະກັດກັ້ນ-ປ້ອງ​ກັນການລະບາດຂອງພະຍາດຕາມລະດູການ, ປັບປຸງຄຸນນະພາບການປິ່ນປົວໃນເຂດຊົນນະບົດຫ່າງໄກສອກຫລີກ ໂດຍການລົງທຶນກໍ່ສ້າງສຸກສາລາ, ພັດທະນາໂຮງໝໍນ້ອຍ, ສ້າງຄວາມເຂັ້ມແຂງໃຫ້ອາ​ສາ​ສະ​ໝັກ​ສາ​ທາ​ລະ​ນະ​ສຸກ​ບ້ານ.

        ພາຍຫຼັງໄດ້ຮັບຟັງການລາຍງານສະພາບການນໍາພາລວມຂອງແຂວງແລ້ວ, ສະຫາຍຕາງໜ້າ​ໃຫ້ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກໍ​ໄດ້​ມີ​ຄໍາ​ເຫັນ​ເຈາະ​ຈິ້ມຕໍ່ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ບາງ​ດ້ານ​ເປັນ​ຕົ້ນ​ແມ່ນ: ພາຍຫຼັງ​ສໍາ​ເລັດ​ກອງ​ປະຊຸມ​ຮາກ​ຖານ​ພັກ​ແລ້ວ ຢູ່​ຂັ້ນ​ບ້ານ​ໄດ້​ເປີດ​ກອງ​ປະຊຸມ​ອົງການ​ປົກຄອງ​ບ້ານ​ແລ້ວ​ບໍ?, ສໍາລັບ​ເມືອງ​ທີ່​ຈະ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່​ໃນອະນາຄົດອັນໃກ້ນີ້ ມີ​ຄວາມ​ພ້ອມ​ແລ້ວ​ບໍ? ​ການຄັດ​ເລືອກ​ຜູ້​ແທນ​ສົມບູນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຂອງພັກແຕ່ລະຂັ້ນ ໄດ້ຕາມມາດຕະຖານ-ເງື່ອນໄຂແລ້ວບໍ່? ​ເພື່ອ​ຮັບປະກັນ​ໃຫ້ກອງ​ປະຊຸມ​ດໍາ​ເນີນ​ໄປ​ດ້ວຍ​ຜົນ​ສໍາ​ເລັດ​ ​ແລະ ມີ​ຄຸນ​ນະພາ​ບ. ພ້ອມ​ນີ້, ຄະນະ​ບໍລິຫານ​ງານ ກໍ​ຄື​ພາກສ່ວນ​ທີ່​ຮັບຜິດຊອບ ​ໄດ້​ມີ​ການປະກອບ​ຄໍາ​ເຫັນ ​ແລະ ຊີ້​ແຈງ​ຕໍ່​ເນື້ອ​ໃນ​ຂໍ້ເຈາະຈີ້ມດັ່ງກ່າວ.

ຈາກນັ້ນ, ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ສືບຕໍ່ມີ​ຄໍາ​ເຫັນ​ຊີ້ນໍາ​ໃນ​ການ​ກະກຽມກອງ​ປະຊຸມ​ໃຫຍ່ຄະນະ​ພັກ​ແຕ່ລະ​ຂັ້ນ ​ເຊິ່ງມີ​ເນື້ອ​ໃນ​ດັ່ງ​ນີ້:

  1. ກ່ອນ​ຈະ​ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ເມືອງ ຄະນະ​ຮັບຜິດຊອບ​ການ​ກະກຽມກອງ​ປະຊຸມ ກໍ​ຄືຄະນະ​ບໍລິຫານ​ງານ​ພັກ​ເມືອງ ຕ້ອງ​​ເອົາ​ໃຈ​ໃສ່​ກວດຄືນ​ດ້ານ​ຄຸນ​ທາດ​ການ​ເມືອງ​ຂອງ​ຄະນະ​ພັກ​ຮາກ​ຖານ​, ຖ້າ​ຜູ້​ໃດ​ມີ​ບັນຫາ ພວກ​ເຮົາກໍ​ຕ້ອງ​ໄດ້​ປັບປຸງ​ໃໝ່ ​ເພື່ອ​ເຮັດ​ໃຫ້​ບັນດາ​ຮາກ​ຖານ​ພັກ​ມີ​ຄວາມ​ປອດ​ໃສ, ຂາວ​ສະອາດ; ເປັນເຈົ້າການກວດຄື​ນການຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງປະຊຸມໃຫຍ່ຂັ້ນຂອງ​ຕົນ, ອັນໃດໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດແລ້ວ ແລະ ອັນໃດຍັງເປັນຄາດໝາຍສູ້ຊົນທີ່ຈະຕ້ອງປະຕິບັດໃຫ້ສໍາເລັດ ແຕ່ນີ້ຫາທ້າຍສະໄໝກອງປະຊຸມໃຫຍ່ຂັ້ນຂອງຕົນ.
  2. ຕ້ອງ​ກໍາ​ໃຫ້​ໄດ້​ປະ​ຫວັດ​ ​ແລະ ການ​ເຄື່ອນ​ໄຫວ​ປະຈຸ​ບັນ​ຂອງ​ຜູ້​ແທນ​ສົມບູນ ​ແລະ ສໍາຮອງ ​​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ອົງຄະນະ​ພັກ​ເມືອງ, ​ດ້ານ​ຄຸນ​ທາດ​ການ​ເມືອງຂອງຜູ້ແທນໄດ້ຕາມມາດຕະຖານ​ເງື່ອນ​ໄຂທີ່ກໍານົດໄວ້ ຫຼື ບໍ່​; ໃນເງື່ອນໄຂໃໝ່ ​ແລະ ການ​ເຊື່ອມ​ໂຍງ​ປະຈຸ​ບັນ​ນີ້ ຜູ້​ແທນ​ສົມ​ບູນ​ແມ່ນ​ຜູ້​ຊີ້​ຊະຕາ​ ໂຄງ​ປະກອບ​ບຸກຄະລາ​ກອນ​ໃຫ້​ແກ່​ຄະນະ​ພັກ​ຂອງ​ພວກເຮົາ​ແຕ່ລະ​ຂັ້ນ.
  1. ຢາກ​ໃຫ້​ຄະນະ​ປະ​ຈໍາ​ພັກ ​​ເນັ້ນໜັກດ້ານ​ເນື້ອ​ໃນ​ລາຍ​ງານ​ການ​ເມືອງ​ ​ພາກ​ທິດ​ທາງ ​ໂດຍ​ສະ​ເພາະ​ຄວາມ​ຮັບຜິດຊອບໜ້າທີ່​ການ​ເມືອງ, ວຽກງານ​ກໍ່ສ້າງ​ພັກ ​ພວກເຮົາ​ຈະ​ກໍານົດ​ຄື​ແນວ​ໃດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຕ້ອງ​ໄດ້​ມີ​ການ​ລົງທາບທາ​ມຄືນ ໂດຍ​ອີງ​ໃສ່​ສະພາບ​ເງື່ອ​ນ​ໄຂ​ທ່າ​ແຮງ​ຂອງ​ເມືອງ​ເປັນຫຼັກ, ​ຫຼີກ​ເວັ້ນການ​ລອກ​ແບບ​ກັນ; ດ້ານຂະບວນການ ກໍ່ຕ້ອງຍົກສູງສະ​ຕິ​ຄວາມ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ, ລະ​ບຽບ​ກົດ​ໝາຍ; ຖືເອົາການຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ, ຂະບວນການຜະລິດ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ທຳ​ການ​ຜະ​ລິດ, ​ການ​ພັດ​ທະ​ນາ​ບ້ານ​ຊ່ອງ, ກໍ່​ສ້າງ​ເສັ້ນ​ທາງ, ຂົວ ແລະ ສິ່ງ​ສາ​ທາ​ລະ​ນະ​ປະ​ໂຫຍດ​ອື່ນໆ ແລະ ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ປະ​ກົດ​ການ​ຫ​ຍໍ້​ທໍ້​ຕ່າງໆ ເປັນຕົ້ນ​ແມ່ນ​ບັນ​ຫາ​ຢາ​ເສບ​ຕິດ ໃຫ້​ຫຼຸດໜ້ອຍຖອຍ​ລົງ.

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ສອງແຂວງດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ພ້ອມດ້ວຍຄະນະ ຍັງໄດ້​ພົບ​ປະ​ໂອ້ລົມ​ບາງໜ່ວຍພັກ ແລະ ຂະ​ແໜງການ​ອ້ອມ​ຂ້າງ​ແຂວງ ​ຕື່ມອີກ.