ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຈສພ ເຜີຍແຜ່-ເຊື່ອມຊຶມ ເອກະສານສຳຄັນ ແລະ ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ.
ຈຳນວນຜູ້ອ່ານ: 101
ອະນຸມັດວັນທີ: 06/08/2024

ໂດຍ: ພອນສະຫວັນ ລາຊະບັນເທົາ

        ໃນລະຫວ່າງວັນທີ 18-19 ກໍລະກົດ 2024 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມບັນດາມະຕິ, ດຳລັດ ແລະ ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສູນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວສຳນັກງານ ຄຈສພ ເຂົ້າຮ່ວມ 156 ສະຫາຍ, ຍິງ 70 ສະຫາຍ.

        ໃນກອງປະຊຸມ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ມະຕິ ຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍການໃຫ້ກຽດບັນຍາຍຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ເຊິ່ງສະຫາຍໄດ້ອະທິບາຍເນື້ອໃນເອກະສານໃນການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ພ້ອມທັງການເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ມີບາດກ້າວທີ່ຕັ້ງໜ້າ.

        ໃນວາລະຕໍ່ມາສະຫາຍ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ກະຊວງພາຍໃນ ໄດ້ບັນຍາຍ ແລະ ອະທິບາຍການນຳໃຊ້ ດຳລັດລັດຖະບານ ສະບັບເລກທີ 282/ລບ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ, ດຳລັດລັດຖະບານ ສະບັບເລກທີ 283/ລບ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍພາລະກອນ; ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ບັນຍາຍ ແລະ ອະທິບາຍກ່ຽວກັບດໍາລັດລັດຖະບານ ສະບັບເລກທີ 782/ລບ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍກອງທຶນພັດທະນາໂທລະຄົມ ແລະ ການຫັນເປັນດີຈີຕັອນ;

        ສະຫາຍ ພູຂົງ ພິລາເພັດ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມກໍ່ສ້າງພັກ ຄຈສພ ໄດ້ປາຖະກະຖາຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະ ນໍ້າໃຈເສຍສະຫຼະຕໍ່ສູ້ບໍ່ຍອມຈຳນົນຂອງປະທານ ສຸພານຸວົງ ເນື່ອງໃນໂອກາດຄົບຮອບວັນເກີດ 115 ປີ ເຊິ່ງຕະຫຼອດຊີວິດຂອງປະທານ ສຸພານຸວົງ ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດຊອບອັນໃດ ເພິ່ນກໍ່ໄດ້ອຸທິດຈິດໃຈ, ຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປະຕິວັດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມເປັນເອກະລາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວ. ຊື່ສຽງ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ ໄດ້ຈາລຶກໄວ້ໃນປະຫວັດສາດລາວຕະຫຼອດໄປ.

        ການເຜີຍແຜ່-ເຊື່ອມຊຶມ ມະຕິ, ດຳລັດ ແລະ ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ໄດ້ເປັນພື້ນຖານໃຫ້ແກ່ການສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນບັນດາເນື້້ອໃນຄວາມໝາຍສຳຄັນຂອງບັນດາມະຕິ, ດຳລັດ, ມູນເຊື້ອອັນດີງາມຂອງຜູ້ນຳຮຸ່ນກ່ອນໄດ້ເປັນຢ່າງດີ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງໃຜລາວຢ່າງເໝາະສົມ.