ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເປີດຊຸດຝຶກອົບຮົມທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I
ຈຳນວນຜູ້ອ່ານ: 157
ອະນຸມັດວັນທີ: 06/08/2024

ໂດຍ: ພອນສະຫວັນ ລາຊະບັນເທົາ

        ໃນວັນທີ 22 ກໍລະກົດ 2024 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ເປີດຊຸດຝຶກອົບຮົມທິດ ສະດີການເມືອງຂັ້ນຕົ້ນ ຊຸດທີ I ຢູ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໃຫ້ກຽດເປັນປະທານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຈສພ, ມີສະຫາຍ ປອ. ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະນະ ທີ່ມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສູນ ຈາກ ຄຈສພ, ວິທະຍາກອນ, ສຳມານະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ໃນພິທີ ສະຫາຍ ນາງ ສີບານ ສີສະອາດ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຄຈສພ ໄດ້ຂຶ້ນອ່ານເອກະສານສຳຄັນຂອງຊຸດຝຶກອົບຮົບ ເຊິ່ງປະກອບມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍລະບອບການຮໍ່າຮຽນທິດສະດີການເມືອງ ສະບັບເລກທີ 072/ກມສພ, ລົງວັນທີ 14 ພຶດສະພາ 2019; ຂໍ້ຕົກລົງຂອງ ຄຈສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ປະຈຳປີ 2024 ສະບັບເລກທີ 241/ຄຈສພ, ລົງວັນທີ 21 ມິຖຸນາ 2024, ຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ໃຫ້ພະນັກງານຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 911/ ສມປຊ, ລົງວັນທີ 17 ກໍລະກົດ 2024.

        ເນື້ອໃນຫຼັກສູດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ແມ່ນຮຽນຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຊ້ເວລາຮຽນທັງໝົດ 420 ຊົ່ວໂມງ, ມີ 7 ກຸ່ມວິຊາຮຽນ, 54 ບົດ ຄື: 1) ກຸ່ມວິຊາປັດຊະຍາ ປະກອບມີ 07 ບົດ; 2) ກຸ່ມວິຊາເສດຖະສາດການເມືອງ ມາກ-ເລນິນ ປະກອບມີ 09 ບົດ; 3) ກຸ່ມວິຊາລັດທິສັງຄົມນິຍົມວິທະຍາ, ການເມືອງວິທະຍາ ແລະ ສັງຄົມສາດ ປະກອບມີ 04 ບົດ; 4) ແນວຄິດໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ) ປະກອບມີ 17 ບົດ; 5) ກຸ່ມວິຊາການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານ ປະກອບ ມີ 07 ບົດ; 6) ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ ປະກອບມີ 10 ບົດ; 7) ຂຽນບົດລາຍງານຈົບຂັ້ນ.

        ໃນໂອກາດດັ່ງກ່າວ ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ຕີລາຄາສູງຕໍ່ຊຸດຝຶກອົບຮົມຄັ້ງນີ້ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບສຳມະນາກອນ ແລະ ວິທະຍາກອນ ພ້ອມທັງເນັ້ນໃຫ້ສຳມະນາກອນເອົາໃຈໃສ່ກຳແໜ້ນຄວາມໝາຍ-ຄວາມສໍາຄັນຂອງການຄົ້ນຄວ້າຮໍ່າຮຽນ, ຕັ້ງໜ້າຄົ້ນຄວ້າ-ກຳແໜ້ນບັນດາເນື້ອໃນຂອງບົດຮຽນທີ່ອາຈານນໍາສະເໜີ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ບັນດາສະຫາຍ ສືບຕໍ່ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ນຳໄປຜັນຂະຫຍາຍຢູ່ຂົງເຂດວຽກງານຄວາມຮັບຜິດຊອບຂອງຕົນ; ເອົາໃຈໃສ່ປະຕິບັດກົດລະບຽບ ກໍ່ຄືຕາຕະລາງຫຼັກສູດການຮຽນ-ການສອນ ຢ່າງເຂັ້ມງວດ, ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຄົ້ນຄວ້າຮໍ່າຮຽນ, ມີການຕໍານິ-ສົ່ງຂ່າວເຊິ່ງກັນ ແລະ ກັນ ບົນຈິດໃຈເພື່ອນມິດສະຫາຍ ນັກຮຽນຮູ້ດ້ວຍກັນ ເພື່ອພ້ອມກັນກ້າວໜ້າ ແລະ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍຂອງຊຸດຝຶກອົບຮົມຄັ້ງນີ້.