ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພະນັກງານ ຈັດພິທີຮັບສະມາຊິກພັກສົມບູນໃໝ່
ຈຳນວນຜູ້ອ່ານ: 121
ອະນຸມັດວັນທີ: 16/08/2024

   ຂ່າວ: ນ. ຄຳສະຫວັນ

ພາບ:ນ. ວິລັດດາ

     ໃນ​ວັນ​ທີ 8 ສິງຫາ 2024 ໜ່ວຍ​ພັກກົມກໍ່ສ້າງພະນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ​ໄດ້ຈັດ​ພິທີ​​ຮັບສະມາຊິກ​ພັກ​ສົມ​ບູນໃໝ່ 1 ສະຫາຍ ຢູ່​ທີ່ຫ້ອງ​ປະຊຸມ​ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ວຽງເພັດ ແສງທອງ ​ເລຂາ​ໜ່ວຍ​ພັກ​ກົມ​ກໍ່​ສ້າງພະນັກງານ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ​ກຳມະການປະຈຳ​ພັກ, ປະທານ​ກວດກາ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຕາງໜ້າຈາກບັນດາ​​ໜ່ວຍພັກ ​ທີ່​ຂຶ້ນ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ສະມາຊິກ​ພັກ​ພາຍ​ໃນ​ໜ່ວຍ​ພັກ​ກົມ​ກໍ່​ສ້າງພະນັກງານ​ເຂົ້າ​ຮ່ວມ.

     ໃນ​ພິທີ​ດັ່ງກ່າວ ສະຫາຍ ມະນີ ກ່ານສີລາ ຮອງເລຂາໜ່ວຍພັກກົມ​ກໍ່ສ້າງພະນັກງານ ​ໄດ້​ຜ່ານ​ ມະຕິຕົກລົງ ເລກທີ 59/ຄປພ.ຄຈສພ ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ ຈໍານວນ 1 ສະຫາຍ ເຊິ່ງໃນໄລຍະ ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ ​ແລະ ທົດ​ສອບ​ໃນ​ຂະ​ບວນການ​ວຽກ​ງານຕົວ​ຈິງ ເຫັນວ່າຜູ້ກ່ຽວມີ​ຜົນງານ​ດີ​ເດັ່ນ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ແລະ ​ໄວ້​ວາງ​ໃຈ​ຈາກ​ມະຫາຊົນ ແລະ ມີມາດຖານເງື່ອນໄຂສາມາດເລື່ອນເປັນສະມາຊິກພັກສົມບູນໄດ້. ​ຈາກນັ້ນ, ສະຫາຍ ວຽງເພັດ ແສງທອງ ໄດ້ມີຄຳເຫັນ​ກ່າວ​ຮັບ ​ແລະ ມອບ​​ຂໍ້​ຕົກລົງ​ໃຫ້​ສະມ​າຊິ​ກພັກ​ສົມບູນ​ໃໝ່.

     ໃນຕອນ​ທ້າຍຂອງ​ພິທີ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ​ໄດ້​ມີຄຳເຫັນໂອ້​ລົມ​ຕໍ່​ພິທີ ໂດຍສະເພາະຕໍ່ສະມາ​ຊິ​ກພັກ​ສົມບູນໃໝ່ ເຊິ່ງ​ສະຫາຍ​ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ​ ​ແລະ ຝຶກ​ຝົນຫຼໍ່ຫຼອມຂອງ​ສະມາຊິກ​ພັກ​ສົມບູນໃໝ່, ສະຫາຍ​ມີຄວາມເຊື່ອ​ໝັ້ນ ​ແລະ ຮຽກຮ້ອງ​ໃຫ້ສະມາຊິກພັກ​ສົມບູນ​ໃໝ່ ຈົ່ງ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ, ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມສາມັກຄີພາຍໃນໝູ່ຄະນະ, ​ຍຶດໝັ້ນແນວທາງ ແລະ ອຸດົມການຂອງພັກ, ຮັກສາຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ ແລະ ທາດແທ້ຂອງສະມາຊິກພັກ ປປ ລາວ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ…ຯ