ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດ
ຈຳນວນຜູ້ອ່ານ: 108
ອະນຸມັດວັນທີ: 04/09/2024

 ໂດຍ: ອານຸລັກ

                ໃນວັນທີ 29 ສິງຫາ 2024 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ; ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍສະຫາຍ ປອ. ວິສຸກ ພົມພິທັກ ກໍາມະການຄະນະພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ, ມີຫົວຫນ້າກົມ, ຮອງຫົວຫນ້າກົມ ແລະ ພະນັກງານພາຍໃນ ຄຈສພ ເຂົ້າຮ່ວມທັງຫມົດ 122 ສະຫາຍ, ຍິງ 54 ສະຫາຍ.

        ໃນພິທີ ໄດ້ເລົ່າຄືນມູນເຊື້ອ 2 ວັນສໍາຄັນ ຂອງຊາດ ຄື: ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ 1991 - 15 ສິງຫາ 2024) ແລະ ວັນຍຶດອໍານາດ 23 ສິງຫາ 1945 ແລະ ວັນຍຶດອຳນາດ 23 ສິງຫາ 1975 ເຊິ່ງໃຫ້ກຽດບັນຍາຍເອກະສານໂດຍ ສະຫາຍ ປອ. ວິສຸກ ພົມພິທັກ ກໍາມະການຄະນະພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ໂດຍໄດ້ຍົກໃຫ້ເຫັນເຖິງໝາກຜົນສຳເລັດອັນສະຫງ່າງາມໃນການຕໍ່ສູ້ປະຕິວັດຕ້ານສັດຕູ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໂດຍການນໍາໃຊ້ 3 ບາດຄ້ອນຍຸດທະສາດ ຢຶດອໍານາດໂຄ່ນລົ້ມລະບອບເກົ່າທີ່ເນົ່າເໝັນ.

        ໃນວັນທີ 23 ສິງຫາ 1945 ແມ່ນການລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ (ລ່າເມືອງຂຶ້ນແບບເກົ່າ) ເຊິ່ງກ່ອນໜ້ານີ້ ຄືປີ 1930 ພັກກອມມູນນິດອິນດູຈີນໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນໍາພາຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ໄດ້ກ້າວເຂົ້າສູ່ໄລຍະໃຫມ່ດ້ວຍຄຸນນະພາບໃຫມ່. ພັກໄດ້ນໍາພາປະຊາຊົນລາວ ລຸກຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດໃນວັນທີ 23 ສິງຫາ ປີ 1945. ຈາກນັ້ນມາ ລັດຖະບານລາວອິດສະຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະລາດຂອງຊາດຕໍ່ຫນ້າມວນຊົນ ໃນວັນທີ 12 ຕຸລາ 1945.

        ນັ້ນຄື ໄຊຊະນະຄັ້ງປະຫວັດສາດຂອງຊາດລາວ ຊຶ່ງມີຄວາມສໍາຄັນທີ່ສຸດສໍາລັບປະຊາຊົນລາວເພາະວ່າ: ມັນເປັນຂີດຫມາຍສໍາຄັນໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະລະພາບຂອງປະຊາຊົນລາວ, ມັນເປັນເທື່ອທຳອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດິນາ ທີ່ຄອບງ່າປະເທດລາວມາເປັນຫລາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະໃຫມ່.