ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສະຫຼຸບຕີລາຄາວຽກງານຮອບດ້ານ ປະຈໍາປີ 2024 ຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ
ຈຳນວນຜູ້ອ່ານ: 530
ອະນຸມັດວັນທີ: 22/02/2025

ຂ່າວ: ຄຳສະຫວັນ ພົມມະວົງ

ພາບ: ບານ ມູນປະເສີດ

        ໃນວັນທີ 21 ກຸມພາ 2025 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນອົງການຂອງຕົນ ເພື່ອສ້າງຂະບວນການ ແລະ ຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ (22 ມີນາ 1955 - 22 ມີນາ 2025) ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955 - 25 ມີນາ 2025) ຄົບຮອບ 70 ປີ;  ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ, ສະມາຊິກພັກ, ຄະນະກົມ-ຫ້ອງ ການ, ສູນ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງບໍານານ ແລະ ປະຈໍາການ ເຂົ້າຮ່ວມ 100 ກວ່າຄົນ.

        ໃນວາລະກອງປະຊຸມ ພາກເຊົ້າໄດ້ສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ພາກບ່າຍ ໄດ້ສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ແລະ ປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຈໍານວນໜຶ່ງ. ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄດ້ນໍາພາ-ຊີ້ນໍໍາບັນດາໜ່ວຍພັກ ເປັນເຈົ້າການກໍ່ສ້າງໜ່ວຍພັກດ້ວຍຄວາມຮັບຜິດຊອບສູງ ປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291 ວ່າດ້ວຍການເພີ່ມທະວີສ້າງໜ່ວຍພັກ ປອດໃສ, ເຂັມແຂງ, ໜັກແໜ້ນ ຢ່າງເຂັ້ມງວດ; ຜ່ານການຄົ້ນຄວ້າຂອງຄະນະຮັບຜິດຊອບປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ມີ 8 ໜ່ວຍພັກ ທີ່ຄົບຕາມມາດຖານເງື່ອນໄຂ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ໜ່ວຍພັກຫ້ອງການ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມກໍ່ສ້າງພັກ, ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ໜ່ວຍພັກກົມຄຸ້ມຄອງພະນັກງານ,​ ໜ່ວຍພັກກົມກໍ່ສ້າງພະນັກງານ, ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ແລະ ໜ່ວຍພັກສູນພັດທະນາວຽກງານຈັດຕັ້ງ ພ້ອມນີ້ກໍ່ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ ໃຫ້ 8 ໜ່ວຍພັກດັ່ງກ່າວຢ່າງສົມກຽດ. ຜ່ານການສະຫຼຸບຕີລາຄາປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ປະຈໍາປີ 2024 ທຽບໃສ່ປີ 2023 ເຫັນວ່າຈໍານວນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 2 ໜ່ວຍພັກ; ສະມາຊິກພັກແຂງ ກວມເອົາ 94,33%; ສະມາຊິກພັກກາງ 5,67%, ບໍ່ມີສະມາຊິກພັກອ່ອນ.

        ພາກບ່າຍ ໄດ້ສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ເຊິ່ງຫ້ອງການ, ບັນດາກົມ, ສູນ ໄດ້ມີການຄົ້ນຄວ້າ, ຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ ຕິດພັນກັບວຽກງານວິຊາສະເພາະຕາມບົດບາດ, ສິດ-ໜ້າທີ່ຂອງຕົນ ພາຍໃຕ້ຄຳຂວັນຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນຕໍ່ເນື່ອງ ແລະ ສຳເລັດຜົນຕາມຄາດໝາຍທີ່ວາງໄວ້; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 01 ປີຜ່ານມາ ສາມາດສະຫຼຸບ ຕີລາຄາ ແລະ ປະເມີນຜົນວຽກງານແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ຕາມການຈັດລະດັບຂອງຄະນະຮັບຜິດຊອບ ໄດ້ດັ່ງນີ້: ລະດັບດີຫຼາຍ 127 ສະຫາຍ, ຍິງ 53 ສະຫາຍ; ລະດັບດີ 39 ສະຫາຍ, ຍິງ 18 ສະຫາຍ; ໄດ້ຮັບໃບຍ້ອງຍໍຄະນະຈັດຕັ້ງສູນກາງພັກ 67 ສະຫາຍ, ຍິງ 20 ສະຫາຍ ແລະ ໃບຊົມເຊີຍ 60 ສະຫາຍ, ຍິງ 33 ສະຫາຍ.

ໃນວາລະກອງປະຊຸມ ຍັງໄດ້ມີພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຈໍານວນ 2 ສະຫາຍ ດັ່ງນີ້:

  1. ສະຫາຍ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ເປັນຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 365/ຄລສພ ລົງວັນທີ 31 ມັງກອນ 2025 ວ່າດ້ວຍການການແຕ່ງຕັ້ງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
  2. ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ເປັນວ່າການແທນຫົວໜ້າກົມຄຸ້ມຄອງພະນັກງານ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 57/ຄຈສພ ລົງວັນທີ 20 ກຸມພາ 2025.

        ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ພະນັກງານ-ລັດຖະກອນ ຫຼາຍສະຫາຍໄດ້ຮັບການຍ້ອງຍໍ-ຊົມເຊີຍ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປັບປຸງແບບແຜນວິທີເຮັດວຽກດ້ວຍບາດກ້າວໃໝ່, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນທິດທາງແຜນການ ວຽກງານຈຸດສຸມໃນປີ 2025 ແລະ ປີຕໍ່ໄປ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການວຽກງານຈັດຕັ້ງ ດ້ວຍຄວາມຈົ່ງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງກວ່າເກົ່າ, ເພີ່ມທະວີປັບປຸງກົນໄກການປະສານງານ, ການປະສານສົມທົບລະຫວ່າງການຈັດຕັ້ງພາຍໃນຄະນະຈັດຕັ້ງສູນກາງພັກກັບບັນດາອົງການຂອງສູນກາງ ແລະ ທ້ອງຖິ່ນ; ລະຫວ່າງ ຫ້ອງການ, ບັນດາກົມ ແລະ ສູນ ດ້ວຍກັນ ຢ່າງກົມກຽວ ພ້ອມກັນຈັດຕັ້ງປະຕິບັດ​ວຽກງານ ໃນປີ 2025 ໃຫ້ມີຜົນສໍາເລັດຕາມຄາດໝາຍ.