ຂ່າວ: ນາງ ຄຳສະຫວັນ ພົມມະວົງ
ພາບ: ບານ + ນ.ແສງຄໍາ + ນ.ອານຸລັກ
ໃນວັນທີ 14 ມີນາ 2025 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ການນໍາພັກ, ລັດ ແລະ ສະມາຊິກພັກ-ພະນັກງານຜູ້ເຮັດວຽກງານຈັດຕັ້ງ ທັງຢູ່ສູນກາງ ແລະ ທ້ອງຖີ່ນ ເຂົ້າຮ່ວມ 200 ກວ່າສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບົດລາຍງານ ກ່ຽວກັບການກຳເນີດ ແລະ ການເຕີບໃຫຍ່ຂອງຄະນະຈັດຕັ້ງສູນກາງພັກ ໃນຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງຕະຫຼອດໄລຍະການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ ໄດ້ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບໃນແຕ່ລະໄລຍະ; ໄດ້ເປັນເຈົ້າການຄົ້ນຄວ້າ ກຳນົດແນວທາງ, ຫຼັກການ ທິດນຳກ່ຽວກັບວຽກງານຈັດຕັ້ງແຕ່ລະໄລຍະ, ຜັນຂະຫຍາຍແນວທາງການເມືອງ, ມະຕິກອງປະຊຸມໃຫຍ່ຂອງພັກ ມາເປັນແນວທາງການຈັດຕັ້ງ ແລະ ຊີ້ນຳໃນການຈັດຕັ້ງປະຕິບັດ ທັງເປັນເສນາທິການຊ່ວຍສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ກະກຽມດ້ານເນື້ອໃນວຽກງານພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ກະກຽມ ແລະ ດໍາເນີນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແຕ່ລະຄັ້ງ, ປະກອບສ່ວນເຂົ້າໃນການປັບປຸງ, ດັດແປງກົດລະບຽບພັກແຕ່ລະສະໄໝ ນັບແຕ່ສະໄໝທີ I ເຖິງສະໄໝທີ XI, ເຮັດໜ້າທີ່ຄຸ້ມຄອງພະນັກງານຂັ້ນສູນກາງ ຊ່ວຍສູນກາງພັກ, ຮັບປະກັນເຮັດໃຫ້ພະນັກງານເຕີບໃຫຍ່, ເຂັ້ມແຂງ, ສາມາດເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.
ດ້ວຍຜົນງານ ແລະ ມູນເຊື້ອການເຄື່ອນໄຫວ ທີ່ຂະຫຍັນຂັນແຂງ, ການປະກອບສ່ວນອັນໃຫຍ່ຫຼວງຂອງຄະນະຈັດຕັ້ງສູນກາງພັກ ເຂົ້າໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດໃນປະຈຸບັນ; ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນທີ່ມີຄຸນຄ່າສູງສຸດ ຂອງ ສປປ ລາວ ໃຫ້ແກ່ຄະນະຈັດຕັ້ງສູນກາງພັກ; ໃຫ້ກຽດປະດັບຫຼຽນຄຳແຫ່ງຊາດ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ ທີ່ມີຄວາມໝາຍສໍາຄັນນີ້, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດ ຕໍ່ພິທີທີ່ມີຄວາມໝາຍສຳຄັນນີ້ ວ່າ:
ໃນໂອກາດອັນສະຫງ່າລາສີນີ້ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ກໍ່ຄືຂະແໜງຈັດຕັ້ງທົ່ວປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ການນໍາພັກ-ລັດ ທີ່ໃຫ້ທິດຊີ້ນຳຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງແມ່ນໝາກຜົນແຫ່ງການນໍາພາ-ຊີ້ນໍາຢ່າງໃກ້ຊິດເປັນປະຈໍາຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ໂດຍສະເພາະແມ່ນການຊີ້ນໍາໂດຍກົງ-ຮອບດ້ານ ຂອງສະຫານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກໍ່ຄືສະຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຈັດຕັ້ງຂອງພັກຕະຫຼອດມາ ແລະ ມີທັດສະນະຊີ້ນຳຂອງພັກ ທີ່ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ.